ຣັດເຊຍ ປະນາມ ການຂົ່ມຂູ່ ຂອງປະເທດ ຕາເວັນຕົກ ທີ່ຈະລົງໂທດຕົນ ໜັກຂຶ້ນອີກ

ພວກກະບົດທີ່ໜຸນຫລັງໂດຍຣັດເຊຍ ກຳລັງຍ່າງໄປຕາມຊາກຫັກພັງຂອງອາຄານ ໃນເດີ່ນເຮືອບິນ ທີ່ຖືກທຳລາຍ ຢູ່ນອກເມືອງ Donetsk ຂອງປະເທດຢູເຄຣນ, ວັນພຸດທີ 25 ກຸມພາ 2015.

ຣັດ​ເຊຍ​ເຕືອນ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ໃນ​ການວາງ​ມາດຕະ
​ການ​ລົງ​ໂທດ​ເພີ້​ມຕື່ມ​ອີກຕໍ່ມົສກູ ​ໂດຍ​ກ່າວ​ວ່າ ​ເປັນການ​ຂົ່ມຂູ່
ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ແມ່ນຂັດ​ຄ້ານ
ຕໍ່ການສືບຕໍ່​ປະຕິບັດ​ຂໍ້​ຕົກລົງຢຸດຍິງ ໃນ​ພາກ​ຕາ​ເວັນ​ອອກ
​ຂອງ​ຢູ​ເຄຣນນັ້ນ.

ທັງ​ສະຫະລັດ ​ແລະ ຜູ້ນຳ​ຈາກ​ຢູ​ໂຣບຈຳນວນ​ນຶ່ງ ​ໄດ້​ຂົ່ມຂູ່​ວ່າ​
ຈະ​ວາງ​ມາດຕະ​ການລົງ​ໂທດ​ທີ່​ໜັກ​ຂຶ້ນກວ່າ​ເກົ່າ​ຕໍ່ຣັດ​ເຊຍ ຖ້າ
ປະເທດດັ່ງກ່າວ ບໍ່​ຢຸດຕິ​ສະໜັບສະໜຸນ ພວກແບ່ງ​ແຍກ​ດິນ​ແດນ
​ນິຍົມຣັດ​ເຊຍ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ການ​ເຄື່ອນ​ໄຫວ ໃນ ຢູ​ເຄ​ຣນ

ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້ເອີ້ນ
​ການ​ຂົ່ມຂູ່​ເຫຼົ່າ​ນັ້ນ ວ່າ ​ເປັນຄວາມ​ພະຍາຍາມ​ເພື່ອ “ຫັນເຫຄວາມ​ສົນ​ໃຈ” ໄປຈາກ
ຄວາມຈຳເປັນ ​ທີ່​ຈະຕ້ອງໄດ້​ປະຕິບັດ​ຕາມ​ເງື່ອນ​ໄຂ​ຕ່າງໆ ຂອງຂໍ້ຕົກລົງຢຸດ​ຍິງ​ ຊຶ່ງຫາ​
ກໍ​ໄດ້ເລີ້ມ​ຕົ້ນດຳ​ເນີນ​ ປະຕິບັດກັນ​ມາ.

ທ່ານ Lavrov ກ່າວ​ ຢູ່​ທີ່​ກອງ​ປະຊຸມຖະ​ແຫລ​ງ​ຂ່າວ ວ່າ “ຢູ່​ເບື້ອງ ຫຼັງຂອງ​ການ​ຮຽກ
ຮ້ອງເຫລົ່ານີ້ ​ແມ່ນ​ຂາດ​ຄວາມ​ປາຖະໜາ ຂອງພັກຝ່າຍກ່ຽວຂ້ອງ​ ທີ່​ແອບ​ແຝງ​
ຢູ່​ນັ້ນ ກໍ​ຄືບັນດາປະ​ເທດ​ທີ່​ພົວພັນ ອົງ​ການ​ຕ່າງໆ ສະຫະລັດ ​ສະຫະພາບ​ຢູ​ໂຣບ
ທີ່​ບໍ່ຢາກ​ໃຫ້ບັນລຸໃນ​ອັນ​ທີ່​ໄດ້​ກຳນົດກັນ​ໄວ້​ໃນຂໍ້​ຕົກລົງ​ຢູ່​ນະຄອນ Minsk ນັ້ນ.”

ກອງ​ທັບ​ຢູ​ເຄຣນ ​ໄດ້​ລາຍ​ງານວ່າ ການ​ໂຈມ​ຕີ​ຂອງ​ພວກ​ກະບົດ ​ໄດ້​ຫລຸດ​ລົງ​ພາຍ​ໃນ 3 ມື້
​ທີ່​ຜ່ານ​ມາ ​ແຕ່​ວ່າ​ໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້​ເຕືອນ​ອີກ​ວ່າ ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມ​ຣັດ​ເຊ​ຍ ຍັງ​ສືບ​ຕໍ່​ໂຈມ​ຕີ​ເປົ້າໝາຍ​ຕ່າງໆ​ຂອງ​ລັດຖະບານ ລວມທັງ ຢູ່ໃນເຂດຊານເມືອງ ຂອງ​ເມືອງ​ທ່າ Mariupol ນຳດ້ວຍ.

Your browser doesn’t support HTML5

UKRAINE CEASE FIRE VIDEO