ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ ຄວນ​ເລີ່ມ​ຂຶ້​ນ​ພາຍ​ໃນ​ສອງ​ສາມ​ວັນ

ກຳ​ມະ​ກອນ​ຂົນ​ເຂົ້າ​ຂຶ້ນ​ລົດ​ບັນ​ທຸກ​ ໃນ​ລະ​ຫວ່າງ​ການ​ເກັບ​ກ່ຽວ ​ຢູ​່​ພາກ​ພື້ນ ໂອ​ເດ​ຊາ, ຢູ​ເຄ​ຣນ, 23 ມິ​ຖຸ​ນາ, 2022.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເມັດ​ຈາກ ຢູ​ເຄ​ຣນ ຄວນ​ເລີ່ມ​ຂຶ້ນ​ອີກ​ຄັ້ງ​ພາຍ​ໃນ​ສອງ​ສາມວັນ ແມ່ນ​ກະ​ທັ້ງ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກ່າວ​ປະ​ນາມ​ ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ໃສ່​ເມືອງ​ທ່າ​ເຮືອ ໂອ​ເດ​ຊາ ທີ່​ສຳ​ຄັນ​ໃນ​ທະ​ເລ​ດຳ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ການ​ຕົກ​ລົງ​ທີ່​ຈະ​ສືບ​ຕໍ່​ການ​ຂົນ​ສົ່ງ​ອາ​ຫານ​ດັ່ງ​ກ່າວ​ນັ້ນ.

ໂຄ​ສົກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ຟາ​ຮານ ຮັກ ໄດ້​ກ່າວ​ວ່າ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເມັດ​ຈະ​ດຳ​ເນີນ​ຂຶ້ນ​ຈາກ ໂອ​ເດ​ຊາ ແລະ ທ່າ​ເຮືອ​ໃນ​ທະ​ເລ​ດຳ​ອີກ​ສອງ​ແຫ່ງຄື, ເຊີ​ໂນມ​ອ​ສ ແລະ ຢຸ​ສ​ນີ, “ແລະ​ພວກ​ເຮົາ​ຢາກ​ຮັບ​ປະ​ກັນ​ວ່າ​ສະ​ຖາ​ນະ​ການ​ທຸກ​ຢ່າງ​ແມ່ນ​ຖືກ​ຕ້ອງ​ສຳ​ລັບ​ການ​ເດີນ​ທາງ​ທີ່​ປອດ​ໄພ​ຂອງ​ກຳ​ປັ່ນ​ທັງຫຼາຍ.”

ທ່ານ ຮັກ ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ກ່າວ​ຢ້ຳ​ການ​ປະ​ນາມ ຣັດ​ເຊຍ ສຳ​ລັບ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໃສ່​ເມືອງ ໂອ​ເດ​ຊາ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ ໂດຍ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ວ່າ “ທຸກ​ຢ່າງ​ທີ່ບໍ່​ສອດ​ຄ່ອງ​ກັບ​ມັນ, ແນ່ນອນ, ແມ່ນບໍ່​ມີ​ປະ​ໂຫຍດ​ສຳ​ລັບ​ຄວາມ​ສຳ​ເລັດ​ຂອງ​ໂຄງ​ການນີ້.”

ແນວ​ໃດ​ກໍ່​ຕາມ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ ໄດ້​ໂຕ້​ແຍ້ງວ່າ, “ມັນ​ບໍ່​ມີ​ຫຍັງ​ໃນ​ຄຳ​ໝັ້ນ​ສັນ​ຍາ​ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເມັດທີ່ ຣັດ​ເຊຍ ໄດ້​ເຊັນ​ໃນ ອິ​ສ​ຕານ​ບູ​ລ ທີ່​ຈະ​ຫ້າມ​ພວກ​ເຮົາ​ຈາກ​ການ​ສືບ​ຕໍ່​ດຳ​ເນີນ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ພິ​ເສດ​ຂອງ​ພວກ​ເຮົາ, ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ທະ​ຫານ ແລະ ເປົ້າ​ໝາຍ​ທາງ​ທະ​ຫານ​ອື່ນ​ໆ.”

ຣັດ​ເຊຍ ​ໄດ້​ກ່າວໃນ​ວັນ​ຈັນ​ວານນີ້​ວ່າ ການ​ໂຈ​ມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ເຂົາ​ເຈົ້າ​ໃສ່​ຖ​ານ​ທັບ​ໃນ​ເມືອງ​ໂອ​ເດ​ຊາ ບໍ່​ຄວນ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຂໍ້​ຕົກ​ລົງ​ການ​ສືບ​ຕໍ່​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເມັດ.

ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດິ​ມິ​ທ​ຣີ ເປ​ສກອ​ຟ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຕ່າງໆ​ແມ່ນ “ບໍ່​ກ່ຽວ​ຂ້ອງ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຖືກ​ໃຊ້​ສຳ​ລັບ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ.”

ຣັດ​ເຊຍ ໄດ້​ປະ​ຕິ​ເສດ​ໃນ​ເບື້ອງ​ຕົ້ນ ກ່ຽວ​ກັບ​ ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ໂຈມ​ຕີ​ຂອງວັນ​ເສົາ​ທີ່​ຜ່ານ​ມາ ແຕ່​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ນັ້ນ​ວ່າ​ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ແມ່ນ​ຜູ້​ຮັບ​ຜິດ​ຊອບ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ວ​ຽກ​ເພື່ອ​ໃຫ້​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ດຳ​ເນີນ​ຕໍ່​ໄປ​ອີກ​ຄັ້ງ​ລຸນຫຼັງ​ຂໍ້​ຕົກ​ລົງ​ລະ​ຫວ່າງ ຢູ​ເຄ​ຣນ ແລະ ຣັດ​ເຊຍ ຖືກ​ລົງ​ນາມ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ. ລັດ​ຖະ​ມົນ​ຕີ​ພື້ນ​ຖານ​ໂຄງ​ລ່າງ​ຂອງ ຢູ​ເຄ​ຣນ ທ່ານ ໂອ​ເລັກ​ແຊນ​ເດີ ຄູບ​ຣາ​ຄອ​ຟ ໄດ້​ກ່າວ​ວ່າ ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຈະ​ເລີ່ມ​ຂຶ້ນ ​ໃນ​ວັນ​ພຸດ​ມື້​ອື່ນ, ອີງ​ຕາມ​ອົງ​ການ​ຂ່າວ Kyiv Independent.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກ​ິດ