ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານລອຍ ອອສຕິນ (Lloyd Austin) ກ່າວວ່າ ການສູ້ລົບຢູ່ໃນເມືອງໂຊເລດາ (Soledar) ໃນພາກຕາເວັນອອກຂອງຢູເຄຣນ ແມ່ນການສູ້ລົບທີ່ "ປ່ຽນແປງໄດ້ງ່າຍ", ເປັນ "ການຕໍ່ສູ້ທີ່ເຕັມໄປດ້ວຍພະລັງ" ຫລາຍ ທ່າມກາງທີ່ມີລາຍງານວ່າ ເມືອງດັ່ງກ່າວໄດ້ຕົກໄປເປັນຂອງຣັດເຊຍແລ້ວ.
"ມາເຖິງຈຸດນີ້, ພວກເຮົາບໍ່ສາມາດຢືນຢັນລາຍງານນັ້ນໄດ້ເທື່ອ," ນັ້ນຄືຄຳເວົ້າຂອງທ່ານອອສຕິນ ທີ່ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວຮ່ວມກັບລັດຖະມົນຕີກະຊວງການຕ່າງປະເທດ, ທ່ານແອນໂຕນີ ບລິງເຄັນ ແລະຄູ່ຮ່ວມຕຳແໜ່ງຍີ່ປຸ່ນຂອງພວກເພິ່ນ ທີ່ກະຊວງການຕ່າງປະເທດໃນວັນພຸດວານນີ້.
ມີການກ່າວອ້າງ ແລະການເວົ້າຂັດກັນກັບການກ່າວອ້າງ ຈາກທະຫານຣັດເຊຍ ແລະ ຢູເຄຣນກ່ຽວກັບວ່າ ໃຜເປັນຜູ້ຄວບຄຸມເມືອງນັ້ນ.
ທ່ານເຢບເກນີ ພຣີໂກຊິນ (Yevgeny Prigozhin) ຫົວໜ້າກຸ່ມທະຫານຮັບຈ້າງ ແວັກເນີ (Wagner) ຂອງຣັດເຊຍກ່າວວ່າ ກຳລັງທະຫານຂອງທ່ານໄດ້ຍຶດເອົາເມືອງບໍ່ແຮ່ແຫ່ງນັ້ນໄດ້ທັງໝົດ ແລະໄດ້ສັງຫານທະຫານຢູເຄຣນ 500 ຄົນ ຢູ່ໃນການສູ້ລົບກັນຢ່າງໜັກໜ່ວງ.
ບໍ່ເທົ່າໃດນາທີຕໍ່ມາ, ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີ ກ່າວວ່າ ການປະທະກັນ ຍັງສືບຕໍ່ດຳເນີນໄປຢູ່.
ພວກຣັດເຊຍ "ກໍາລັງພະຍາຍາມທໍາທ່າວ່າ ສ່ວນນຶ່ງຂອງເມືອງໂຊເລດາຂອງພວກເຮົາ ... ແມ່ນຄືວ່າ ຢູ່ການຄອບຄອງຂອງຣັດເຊຍແລ້ວ," ນັ້ນຄືຄຳເວົ້າຂອງທ່ານ ທີ່ກ່າວຢູ່ໃນການປາໄສຜ່ານທາງວິດີໂອ. ທ່ານກ່າວອີກວ່າ "ແຕ່ການຕໍ່ສູ້ຍັງສືບຕໍ່ໄປຢູ່. ໂຮງລະຄອນດອນເນດ ທີ່ສະແດງໃຫ້ເຫັນການປະຕິດບັດງານກຳລັງເກີດຂຶ້ນ."
ລົດຖັງໄດ້ຍິງປືນໃສ່ຂະນະທີ່ມີການໂຈມຕີຂອງຣັດເຊຍຕໍ່ຢູເຄຣນໃນເມືອງ Soledar, ເຂດດອນເນດຂອງຢູເຄຣນ ທີ່ສະແດງໃຫ້ເຫັນຢູ່ໃນຮູບທີ່ເຜີຍແຜ່ອອກມາໃນວັນທີ 8 ມັງກອນ, 2023 ແລະໄດ້ມາຈາກວີດິໂອທີ່ເອົາລົງໃນສື່ສັງຄົມອອນລາຍໂດຍ Reuters ໃນວັນທີ 10 ມັງກອນ, 2023. ພາບສະໜອງໃຫ້ໂດຍຫ້ອງການທະຫານປ້ອງກັນຊາຍແດນຢູເຄຣນຜ່ານ REUTERS
ຢູ່ໃນຖະແຫຼງການຜ່ານທາງເຟສບຸກນັ້ນ ພະນັກງານທົ່ວໄປຂອງຢູເຄຣນກ່າວວ່າ ກອງກຳລັງຣັດເຊຍໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ຣັດເຊຍໄດ້ພະຍາຍາມຍຶດເອົາເມືອງບໍ່ເກືອນັ້ນ ມາຕັ້ງແຕ່ເດືອນສິງຫາ ຍ້ອນວ່າມັນມີຖ້ຳເກືອ ແລະໃກ້ກັບເມືອງບາກມູດ.
ພື້ນທີ່ດັ່ງກ່າວ ແມ່ນນຶ່ງໃນຈຳນວນບ່ອນທີ່ມີການຂັດແຍ້ງກັນດຳເນີນໄປຫລາຍທີ່ສຸດ, ເຮັດໃຫ້ມັນມີຄວາມຫຍຸ້ງຍາກສໍາລັບການປະເມີນສະຖານະການແບບເປັນອິດສະຫລະໄດ້.
ຊ່າງພາບຂອງອົງການຂ່າວຣອຍເຕີສ໌ ທີ່ໄປຮອດຊານເມືອງຂອງເມືອງໂຊເລດາເມື່ອ ມໍ່ໆ ມານີ້ ກ່າວວ່ານາງສາມາດເຫັນຄວັນໄຟລຸກຂຶ້ນຢູ່ເມືອງນັ້ນ ແລະມີປືນໃຫຍ່ຍິງເຂົ້າມາ ຢ່າງບໍ່ຢຸດຢັ້ງ, ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ໌. ລົດຂົນສົ່ງຄົນເຈັບ ສຸກເສີນກໍາລັງລໍຖ້າຮັບຜູ້ໄດ້ຮັບບາດເຈັບ ຢູ່ເສັ້ນທາງຈາກເມືອງໂຊເລດາ ໄປຫາບາກມູດ.