ທ່ານ ປູຕິນ ແລະ ທ່ານ ສີ ຈະພົບປະກັນຢູ່ທີ່ກອງປະຊຸມສຸດຍອດດ້ານຄວາມໝັ້ນຄົງ ໃນ ກາຊັກສະຖານ

ທ່ານ ສີ ແລະ ທ່ານ ປູຕິນ

ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະ ທ່ານ ສີ ຈິ້ນຜິງ ຂອງ ຈີນ ມີກຳນົດຈະພົບປະກັນໃນວັນພຸດມື້ນີ້ ຢູ່ທີ່ກອງປະຊຸມສຸດຍອດຂອງສະໂມ ສອນຄວາມໝັ້ນຄົງ ແລະປ້ອງກັນເຂດຢູເຣເຊຍ ທີ່ມົສກູ ແລະ ປັກກິ່ງ ເຫັນວ່າ ເປັນເຄື່ອງມືໃນການຕໍ່ຕ້ານອິດທິພົນຂອງສະຫະລັດ ແລະບັນດາພັນທະມິດ, ອີງຕາມອົງການຂ່າວ Reuters.

ທ່ານປູຕິນ ແລະ ປະທານປະເທດຈີນ ໄດ້ຂະຫຍາຍອົງການການຮ່ວມມືຊຽງໄຮ່ ທີ່ເອີ້ນຫຍໍ້ວ່າ SCO ເຊິ່ງເປັນສະໂມສອນທີ່ສ້າງຕັ້ງຂື້ນໃນປີ 2001 ໂດຍມີ ຣັດເຊຍ, ຈີນ ແລະ ມະຫາອຳນາດເອເຊຍກາງ, ທີ່ຈະລວມເອົາ ອິນເດຍ, ອີຣ່ານ ແລະ ປາກິສຖານ, ໄວ້ເປັນປະເທດທີ່ສ້າງຄວາມດຸ່ນດ່ຽງກັບຝ່າຍ ຕາເວັນຕົກ.

ວັງ ເຄຣມລິນ ກ່າວ​ວ່າ ທ່ານ ປູຕິນ ຈະ​ຈັດກອງປະຊຸມ​ສອງ​ຝ່າຍ​ຫຼາຍ​ຄັ້ງ​ໃນ​ວັນ​ພຸດ​ມື້ນີ້ ຢູ່​ນອກ​ກອງ​ປະ​ຊຸມ​ສຸດ​ຍອດ SCO ​ໃນລະຫວ່າງ​ວັນ​ທີ 3 ຫາ 4 ກໍ​ລະ​ກົດນີ້ ຢູ່​ນະ​ຄອນຫຼວງ ອັສຕານາ ຂອງ ກາຊັກສະຖານ.

ທ່ານ​ມີ​ກຳ​ນົດ​ຈະ​ພົບ​ປະ​ກັບ​ທ່ານ ສີ, ປະ​ທາ​ນາ​ທິ​ບໍ​ດີຂອງເທີກີ ທ່່ານ ຕາຍຢິບ ເອີດວານ ແລະ​ບັນ​ດາ​ຜູ້​ນຳ​ຂອງ ອາເຊີບາຍຈານ, ມົງ​ໂກເລຍ ແລະ ປາ​ກິ​ສ​ຖານ ກ່ອນເຂົ້າຮ່ວມງານລ້ຽງອາຫານຄໍ່າຢ່າງບໍ່ເປັນທາງການ ທີ່ຈັດຂຶ້ນໂດຍ ປະທານາທິບໍດີຂອງກາຊັກສະຖານ ທ່ານ ຄັສຊິມ-ໂຈມາດ ໂທກາເຢບ (Kassym-Jomart Tokaev).

ອິນ​ເດຍ​ ກ່າວ​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນາເຣນດຣາ ໂມດີ, ເຊິ່ງ​ຄາດ​ວ່າ​ຈະ​ຢ້ຽມຢາມນະ​ຄອນ​ຫຼວງ ມົສກູ ໃນ​ທ້າຍ​ເດືອນ​ນີ້, ຈະ​ບໍ່​ເຂົ້າ​ຮ່ວມ. ທ່ານຈະສົ່ງ ລັດຖະມົນຕີຕ່າງປະເທດ ທ່ານ ຊູບຣາແມນຢາມ ຈາຍສັງກາ (Subrahmanyam Jaishankar) ເຂົ້າຮ່ວມແທນ.

ຣັດ​ເຊຍ ​ແລະ​ຈີນ ​ຖືວ່າ SCO ທີ່​ສົ່ງເສີມແນວທາງໂດຍທົ່ວໄປຕໍ່ໄພ​ຂົ່ມຂູ່​ດ້ານ​ຄວາມໝັ້ນຄົງ​ພາຍ​ນອກ​ເຊັ່ນ​ການ​ຄ້າ​ຢາ​ເສບ​ຕິດ ​ແລະ​ສຸມ​ໃສ່​ການຕໍ່ຕ້ານ​ຄວາມ​ບໍ່​ໝັ້ນຄົງ​ພາຍ​ໃນ​ປະ​ເທດ, ເປັນວິທີນຶ່ງໃນການ​ສ້າງ​ອິດ​ທິພົນຂອງພວກເຂົາ​ໃນ​ທົ່ວ​ເອເຊຍ.

ວັງ ເຄຣມລິນ ກ່າວ​ໃນ​ຖະ​ແຫຼງການ​ສະບັບນຶ່ງ​ວ່າ “ບັນດາຜູ້ນຳຂອງປະ​ເທດ​ສະມາຊິກ SCO ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ ສະຖານະ​ການ​ປະຈຸ​ບັນ ​ແລະ ໂອກາດ​ໃນ​ການ​ຮັດແໜ້ນ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ພາຍ​ໃນ​ອົງການຢ່າງເລິກເຊິ່ງ ​ແລະ ປັບປຸງກິດຈະກຳຕ່າງໆ​ຂອງ​ອົງການ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

ASTANA, July 3 (Reuters) - Russian President Vladimir Putin and China's Xi Jinping are due to meet on Wednesday at a summit of a Eurasian security and defence club seen by Moscow and Beijing as an instrument to counter the influence of the United States and its allies.

Putin and the Chinese president have expanded the Shanghai Cooperation Organisation (SCO), a club founded in 2001 with Russia, China and Central Asian powers, to include India, Iran and Pakistan as a counterweight to the West.

Putin will hold a series of bilateral meetings on Wednesday on the sidelines of the July 3-4 SCO summit in the Kazakh capital, Astana, the Kremlin said.

He is due to meet Xi, Turkish President Tayyip Erdogan and the leaders of Azerbaijan, Mongolia and Pakistan before an informal dinner hosted by Kazakh President Kassym-Jomart Tokayev.

India said Prime Minister Narendra Modi, who is expected in Moscow later this month, will not attend. He is sending Foreign Minister Subrahmanyam Jaishankar instead.

Russia and China regard the SCO, which promotes common approaches to external security threats such as drug trafficking and focuses on countering any domestic instability, as a means to project their influence across Asia.

"The leaders of the SCO member countries will discuss the current state and prospects for further deepening multifaceted cooperation within the organisation and improving its activities," the Kremlin said in a statement.