ຣັດເຊຍ ລາຍງານວ່າ ໄດ້ຍິງໂດຣນ 15 ລໍາຂອງຢູເຄຣນ ຕົກ ໃກ້ກັບຂດຊາຍແດນ

  • ວີໂອເອ

ອາສາສະໝັກໜ່ວຍປ້ອງກັນຕົນເອງ ຖືກເຫັນຢູ່ໃນຕຶກອາພາດເມັ້ນ ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຢູ່ ແບລໂກຣອດ ໃນວັນທີ 13 ມີນາ 2024.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ຕົນ​ໄດ້​ທຳ​ລາຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຫຼື ໂດຣນ ​ຂອງ​ຢູເຄຣນ 15 ລຳ ແລະ​ລູກ​ສອນ​ໄຟ 8 ລູກ, ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າຂອງຣັດເຊຍ​ໃນພາກພື້ນ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຢູ​ເຄ​ຣນ ກ່າວ​ວ່າ ມີ​ຜູ້​ເສຍ​ຊີ​ວິດນຶ່ງຄົນ ແລະ​ອີກ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ດ້ວຍ​ໂດຣນ​ຂອງ​ຢູ​ເຄ​ຣນ.

ທ່ານ ເວຍເຊັລລາຟ ແກັລດກອຟ (Vyacheslav Gladkov), ຜູ້ປົກຄອງ​ເຂດ ແບລໂກຣອດ (Belgorod) ກ່າວ​ວ່າ ຂໍ້​ມູນ​ເບື້ອງ​ຕົ້ນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ມີຜູ້​ຊາຍ​ຄົນ​ນຶ່ງຢູ່​ໃນ​ລົດ ​ເສຍ​ຊີວິດ ​ໃນ​ການ​ໂຈມ​ຕີ ​ໃນ​ຂະນະ​ທີ່​ມີ​ຜູ້​ໄດ້ຮັບບາດ​ເຈັບ​ອີກ​ຫລາຍ​ຄົນ.

ທ່ານ ແກັລດກອຟ (Gladkov) ກ່າວ​ວ່າ ເຮືອບິນ​ບໍ່​ມີ​ຄົນ​ຂັບ​ອີກ​ລຳ​ນຶ່ງ​ໄດ້​ຕໍາ​ໃສ່​ຕົ້ນ​ໄມ້ ​ເຮັດໃຫ້​ມີ​ຄື້ນຟອງ​ລະ​ເບີດ​ທີ່ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ເຮືອນ​ສອງ​ຫລັງ ​ແຕ່​ບໍ່​ມີ​ຜູ້​ບາດ​ເຈັບ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ ​ໄດ້​ສະກັດ​ກັ້ນ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 12 ລຳ ​ທີ່​ບິນ​ຂ້າມ​ເຂດ ແບລໂກຣອດ (Belgorod) ​ແລະ​ອີກ 3 ລຳ​ຢູ່​ເຂດ ເຄີສ(Kursk) ທາງພາກ​ຕາ​ເວັນ​ຕົກ​ຂອງຣັດ​ເຊຍ.

ໃນ​ຢູ​ເຄຣນ, ທ່ານ ໂອເລ ຊີເນຮູໂບບວ໌ (Oleh Synehubov), ຜູ້ປົກຄອງເຂດ ຄາກີຟ (Kharkiv) ທາງພາກ​ຕາ​ເວັນ​ອອກ ​ໄດ້​ລາຍ​ງານ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ.

ທ່ານ ຊີເນຮູໂບບວ໌ (Synehubov) ກ່າວ​ວ່າ ບໍ່​ມີ​ລາຍ​ງານ​ຜູ້​ບາດ​ເຈັບ ຫຼືເສຍຊີວິດ​ຈາກ​ການ​ໂຈມ​ຕີດັ່ງກ່າວເທື່ອ.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ (Vladimir Putin) ກ່າວໃນວັນພຸດວານນີ້ວ່າ ມົສກູ ກຽມພ້ອມທີ່ຈະໃຊ້ອາວຸດນິວເຄລຍ ຖ້າອະທິປະໄຕ ຫຼືເອກະລາດຂອງຕົນຖືກຄຸກຄາມ, ພ້ອມນັ້ນ ຍັງໄດ້ເຕືອນສະຫະລັດອີກເທື່ອນຶ່ງວ່າ ຖ້າສະຫະລັດສົ່ງກຳລັງທະຫານໄປສູ້ລົບຢູ່ໃນຢູເຄຣນ ຈະຖືວ່າ ເປັນການເພີ້ມທະວີຄວາມຂັດແຍ້ງກັນ ໃຫ້ຮຸນແຮງຫຼາຍຂຶ້ນ.

ທ່ານ ປູຕິນ ກ່າວ​ໃນ​ການ​ໃຫ້​ສຳພາດ​ຕໍ່​ໂທລະພາບ​ຂອງລັດ​ວ່າ ບໍ່​ມີ​ຄວາມ​ຈຳ​ເປັນຕ້ອງ​ນຳ​ໃຊ້​ອາວຸດ​ນິວ​ເຄລຍ​ ໃນ​ການ​ຮຸກຮານຢູ​ເຄຣນ​ເປັນ​ເວລາ 2 ປີຂອງຣັດ​ເຊຍ ​ແລະ ທ່ານ​ບໍ່​ຄິດ​ວ່າ​ ໂລກ​ຈະ​ກ້າວໄປ​ສູ່​ການ​ປະ​ເຊີນ​ໜ້າ​ກັນ​ທາງ​ນິວ​ເຄລຍ. ທ່ານ​ໄດ້​ພັນລະນາ​ເຖິງ​ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ວ່າ ​ເປັນ​ນັກ​ການ​ເມືອງ​ນັກຮົບ​ເກົ່າ ທີ່​ເຂົ້າ​ໃຈ​ເຖິງ​ອັນຕະລາຍ​ຂອງ​ສົງຄາມ​ນິວ​ເຄລຍ.

ອ່ານຂ່າວນີ້ເປັນພາສາອັງກິດ: