ຣັດເຊຍ ລາຍງານວ່າ ໄດ້ທຳລາຍ ໂດຣນ ແລະ ລູກສອນໄຟ ທັງໝົດ 47 ຫົວໜ່ວຍ ຈາກການໂຈມຕີຂອງຢູເຄຣນ

  • ວີໂອເອ

ຢູ່ໃນຮູບນີ້ທີ່ເຜີຍແຜ່ໂດຍ ຊ່ອງ ເທເລແກຼມຂອງ ຜູ້ປົກຄອງພາກພື້ນ ເບລໂກຣອດທ່ານ ວີເຊັສລາບວ໌ ກລາດໂຄບວ໌ ໃນວັນທີ 12 ພຶດສະພາ 2024, ທ່ານ ກລາດໂຄບວ໌, ກາງ, ໂອ້ລົມກັບປະຊາຊົນທີ່ຢູ່ໃກ້ໆສະຖານທີ່ເກີດເຫດ ຫໍພັກຖະຫຼົ່ມລົງມາ ບາງສ່ວນ ພາຍຫຼັງການໂຈມຕີດ້ວຍລູກສອນໄຟ ໃນເມືອງເບລໂກຣອດຂອງຣັດເຊຍ.

ກະຊວງປ້ອງກັນປະເທດຣັດເຊຍ ກ່າວໃນວັນຈັນມື້ນີ້ວ່າລະ​ບົບປ້ອງກັນອາກາດ ຂອງປະເທດ ໄດ້ທຳລາຍເຮືອນບິນບໍ່ມີຄົນຂັບ ຫຼື ໂດຣນ 31 ລໍາ ແລະ ລູກສອນໄຟ 16 ລູກທີ່ຢູເຄຣນຍິງຂຶ້ນ ໃນການໂຈມຕີຊ່ວງຂ້າມຄືນ.

ກະຊວງໄດ້ກ່າວວ່າ ໂດຣນ 7 ລໍາ ແລະ ລູກສອນໄຟທຳວິຖີ 4 ລູກໄດ້ຖືກ ຍິງຕົກຢູ່ເໜືອແຫຼມໄຄຣເມຍ ທີ່ຣັດເຊຍຍຶດຄອງ, ໂດຣນ 8 ລໍາ ໄດ້ຖືກທຳ ລາຍຢູ່ເໜືອພາກພື້ນ ເຄີສກ (Kursk) ແລະ ໂດຣນ 4 ລໍາ ໄດ້ຖືກສະກັດກັ້ນ ຢູ່ເໜືອພາກພື້ນ ລີເປັດສກ໌ (Lipetsk).

ຈຸດ​ສຸມ​ຂອງ​ການ​ບຸກ​ໂຈມ​ຕີ​ຂອງ​ຢູເຄຣນ ​ແມ່ນ​ເຂດ ເບລໂກຣອດ (Belgorod), ເຊິ່ງ​ມີ​ຊາຍ​ແດນ​ຕິດ​ກັບ​ຢູ​ແຄຣນ. ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ ​ຕົນໄດ້​ທຳລາຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 12 ລຳ ​ແລະ​ລູກ​ສອນ​ໄຟ​ນຳ​ວິຖີ 12 ລຳ​ຢູ່​ເໜືອເຂດ ເບລໂກຣອດ (Belgorod).

ການ​ໂຈມ​ຕີ​ໃນເຂດ ເບລໂກຣອດ (Belgorod) ມີ​ຂຶ້ນ​ນຶ່ງ​ມື້​ຫລັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ຢູ​ເຄ​ຣນ ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 15 ຄົນ​ເສຍ​ຊີ​ວິດ ແລະ​ບາດ​ເຈັບ​ອີກ​ຫລາຍ​ກວ່າ 30 ຄົນ, ຜູ້ປົກຄອງພາກພື້ນກ່າວ ໃນວັນຈັນມື້ນີ້.

ກະຊວງ​ພະລັງງານຂອງ​ຢູ​ເຄຣນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ມີ​ແຜນ​ຈະ​ນຳ​ເຂົ້າ​ໄຟຟ້າ 19,484 ​ເມ​ກາ​ວັດ​ໂມງ ຊຶ່ງ​ຈະ​ທຳລາຍ​ສະຖິຕິ​ໃນ​ທ້າຍ​ເດືອນ​ມີນາ​ຜ່ານ​ມາ ​ເພື່ອ​ຕອບສະໜອງຕໍ່ຄວາມເສຍຫາຍທີ່ເພີ້ມຂຶ້ນ ຈາກ​ການ​ໂຈມ​ຕີ​ຂອງຣັດ​ເຊຍ ທີ່​ໄດ້ສົ່ງ​ຜົນ​ກະທົບ​ຕໍ່​ລະບົບຕາ​ໜ່າງ​ໄຟຟ້າ​ຂອງ​ປະ​ເທດ.

ການນໍາເຂົ້າແມ່ນມາຈາກຫຼາຍພັນທະມິດ, ລວມທັງໂປແລນ, ໂຣມາເນຍ ແລະ ສໂລວາເກຍ.

ລັດຖະມົນຕີກະຊວງພະລັງງານຂອງຢູເຄຣນ ທ່ານເຈີແມນ ກາລູສເຊັງໂກ (German Galushchenko) ບອກບັນດາຜູ້ຊົມໃຊ້ໃນວັນຈັນມື້ນີ້ວ່າ ໃຫ້ຫຼຸດຜ່ອນການນຳໃຊ້ພະລັງງານຂອງເຂົາເຈົ້າລົງ, ໂດຍອ້າງເຖິງການສູນ ເສຍທີ່ສຳຄັນຂອງກຳລັງການຜະລິດ ເນື່ອງຈາກການໂຈມຕີຂອງຣັດເຊຍ.

​ໃນ​ອາທິດ​ຜ່ານ​ມາ, ການ​ໂຈມ​ຕີ​ເຫຼົ່າ​ນັ້ນ​ໄດ້​ລວມມີ​ຄວາມ​ເສຍ​ຫາຍ​ຕໍ່​ໂຮງ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ​ສາມ​ແຫ່ງ​ຂອງຢູເຄຣນ.

ທ່ານ ກາລູສເຊັງໂກ (Galushchenko) ຍັງໄດ້ເຕືອນວ່າປະຊາຊົນຄວນເລີ່ມ ກຽມໂຕຮັບມືກັບລະດູຫນາວທີ່ອາດຈະຫຍຸ້ງຍາກ.

ອ່ານຂ່າວນີ້ເປັນພາສາອັງກິດ