ຣັດເຊຍ ປ້ອງກັນການໂຈມຕີທາງອາກາດຈາກຢູເຄຣນ

  • ວີໂອເອ

ພາບບັນທຶກທາງດາວທຽມ ສະແດງໃຫ້ເຫັນຄວັນໄຟ ຈາກຕຶກກອງບັນຊາການກຳປັ່ນລົບ Black Sea fleet ຂອງຣັດເຊຍ ຢູ່ເມມືອງ Sevastopol ໄຄຣຍເມຍ ວັນທີ 22 ກັນຍາ 2023

ກຳລັງຣັດເຊຍໄດ້​ທັບ​ມ້າງການໂຈມຕີຂອງ​ຢູ​ເຄ​ຣນໃນວັນຈັນວານນີ້ ​ໂດຍຍິງລູກສອນໄຟນຶ່ງລູກ ທີ່ແນເປົ້າໝາຍໃສ່ ທ່າເຮືອແຫຼມໄຄຣເມຍ​ ໃນ​ເມືອງເຊວາສໂຕໂປລ ແລະທຳລາຍເຮືອບິນບໍ່ມີຄົນຂັໍບເຈັດລໍາ ຢູ່ເທິງນ່ານ​ຟ້າເຂດແບລໂກຣອດ ພວກເຈົ້າໜ້າທີ່ຣັດເຊຍໄດ້ກ່າວ.

ໂດຍອ້າງຂໍ້ມູນຂັ້ນ​ຕົ້ນ ຜູ້ປົກຄອງ​ເມືອງເຊວາສໂຕໂປລ ທີ່ຣັດເຊຍໄດ້ແຕ່ງຕັ້ງ ທ່ານມີຄາຍ ຣາຊໂວສສຣາເຢັບ ກ່າວຢູ່ໃນເຕເລກຣາມວ່າ ໜ່ວຍປ້ອງກັນໄພທາງອາກາດຣັດເຊຍ ໄດ້ຍິງລູກສອນໄຟຕົກ ໃກ້ກັບສະ​ໜາມ​ເຮືອບິນທະຫານແບລເບັກ.

ການເຕືອນໄພທາງອາກາດ ທີ່ໄດ້ປະກາດໃນເມືອງເຊວາສໂຕໂປລ ໃນຕອນແລງວັນຈັນວານນີ້ ໃນທີ່ສຸດໄດ້ຖືກ​ຍົກ​ເລີກ. ການສັນຈອນຢູ່ຂົວຂ້າມທີ່ສຳຄັນເຊື່ອມຕໍ່ແຜ່ນດິນໃຫຍ່ຣັດເຊຍ ກັບແຫລມໄຄຣຍເມຍທີ່ຣັດເຊຍຄວບຄຸມໄດ້ເລີ້ມເປີດຄືນ.

ຢູ່ທີ່ແບລໂກຣອດ ຣັດເຊຍໄດ້ຍິງເຮືອບິນບໍ່ມີຄົນຂັບເຈັດລໍາຕົກ. ບໍ່ມີການເສຍຊີວິດ ທີີ່ຜູ້ປົກຄອງຂົງເຂດວິຢາແຈັສເລ ແກລດກັອຟ ກ່າວຢູ່ໃນເຕເລກຣາມ.

ກະຊວງປ້ອງກັນປະເທດຂອງຣັດເຊຍ ຍັງໄດ້ກ່າວວ່າ ກຳລັງຣັດເຊຍໄດ້ທຳ ລາຍໂດຣນສອງລໍາ ຢູ່ເທິງຂົງເຂດເຄີຣສ ແຕ່ບໍ່ໄດ້ໃຫ້ລາຍລະອຽດຂອງການໂຈມຕີ.

ກຳລັງພິເສດຂອງຢູເຄຣນ ກ່າວໃນວັນຈັນວານນີ້ວ່າ ຜູ້ບັນຊາການກອງ​ທັບ​ເຮືອ​ທະ​ເລ​ດຳຂອງຣັດເຊຍ ພົນເຮືອວິກຕໍ ໂຊໂກລອຟ ໄດ້ເສຍຊີວິດ​ໃນການໂຈມຕີ​ດ້ວຍລູກສອນໄຟຂອງຢູເຄຣນ ອາທິດແລ້ວນີ້ ຢູ່ທີ່ກອງບັນຊາການກອງ​ທັບ​ເຮືອຂອງຣັດເຊຍ ໃນເມືອງເຊວາສໂຕໂປລ.

ກະຊວງປ້ອງກັນປະເທດຣັດເຊຍບໍ່ໄດ້ຢັ້ງຢືນ ຫລືປະຕິເສດການກ່າວຫາຂອງຢູເຄຣນ ​ໃນການໂຈມຕີ​ເມື່ອວັນສຸກ ທີ່ໄດ້ແນເປົ້າໝາຍໃສ່ການປະຊຸມຂອງຜູ້ນຳກອງທັບເຮືອຣັດເຊຍ ໃນເມືອງເຊວາສໂຕໂປລ ຢູ່ແຫຼມໄຄຣເມຍ ບ່ອນຣັດເຊຍ​ໄດ້ຜະໜວກເອົາ ກອງທັບຢູເຄຣນໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ