ຣັດເຊຍ ປະຕິເສດ ຕໍ່ລາຍງານ ທີ່ວ່າ ຣັດເຊຍ ເປັນຜູ້ຍິງ ເຮືອບິນໂດຍສານ ມາເລເຊຍ

ລູກສອນໄຟ ທີ່ໄດ້ຮັບ ຄວາມເສຍຫາຍ ຖືກນຳມາສະແດງ ໃນລະຫວ່າງ ການຖະແຫຼງຂ່າວ ຂອງຄະນະສືບສວນຮ່ວມ.

ປະທານາທິບໍດີຣັດເຊຍທ່ານວລາດີເມຍ ປູຕິນ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການສືບສວນ
ຂອງລະຫວ່າງປະເທດ ກ່ຽວກັບການ​ຢິງ ​ຖ້ຽວບິນ MH-17 ຂອງ ສາຍການບິນ ມາເລ
ເຊຍຕົກຢູ່​ທາງ​ພາ​ກ​ຕາເວັນອອກ ຂອງ​ປະ​ເທດ​ຢູ​ເຄຣນ ໃນປີ​ 2014 ນັ້ນວ່າ ມີຂໍ້ຂາດ
ຕົກບົກຜ່ອງຢ່າງຫຼວງຫຼາຍ ຫຼັງຈາກຄະນະສືບສວນສະຫຼຸບວ່າ ກອງທັບຣັດເຊຍເປັນ
ຜູ້ສະໜອງ ລູກສອນໄຟ ທີ່ໃຊ້ໃນການໂຈມຕີ ຊຶ່ງໄດ້ສັງຫານ 298 ຄົນຢູ່ເທິງຖ້ຽວບິນ
ດັ່ງກ່າວ.

ເມື່ອມີການຖາມ ກ່ຽວກັບລາຍງານ ຂອງ​ ຄະນະສື​ບສວນຮ່ວມ ຫຼື JIT ໃນລະຫວ່າງ
ກອງປະຊຸມຖະແຫຼງຂ່າວກັບປະທານາທິບໍດີຝຣັ່ງ ທ່ານເອັມມານຸຍແອລ ມາກຣົງ ທີ່
ພວມຢູ່ໃນລະຫວ່າງ ການຢ້ຽມຢາມຣັດເຊຍ ຢູ່ນະຄອນເຊນປີເຕີ ສເບີກນັ້ນ ທ່ານປູ
ຕິນກ່າວວ່າ ໃນຂະນະທີ່ທ່ານພວມຫຍຸ້ງຢູ່ກັບວຽກຈົນບໍ່ມີເວລາອ່ານລາຍງານ “ຂ້າ
ພະເຈົ້າສາມາດເວົ້າໄດ້ເລີຍໂດຍບໍ່ຕ້ອງຮູ້ວ່າແມ່ນຫຍັງຢູ່ໃນນັ້ນ.”

ປະທານາທິບໍດີຣັດເຊຍກ່າວວ່າ “ນັບແຕ່ເລີ້ມຕົ້ນມາ ພວກເຮົາໄດ້ສະເໜີທີ່ຈະເຮັດ ວຽກຮ່ວມກັນ ໃນການສືບສວນເບິ່ງໂສກນາດຕະກຳດັ່ງກ່າວ. ແຕ່ພວກເຮົາກໍແປກ
ໃຈ ເຂົາເຈົ້າບໍ່ອະນຸຍາດໃຫ້ພວກເຮົາເຂົ້າຮ່ວມ.”

ທ່ານປູຕິນຈົ່ມວ່າ ໃນຂະນະທີ່ຣັດເຊຍບໍ່ໄດ້ຖືກເຊື້ອເຊີີນໃຫ້ເຂົ້າຮ່ວມການສືບສວນ
ແຕ່ຢູເຄຣນ ຊຶ່ງເປັນເພື່ອນບ້ານ ກັບຖືກເຊີນໃຫ້ເຂົ້າຮ່ວມ.

ທ່ານເວົ້າວ່າ “ຝ່າຍຢູເຄຣນແມ່ນຢູ່ທີ່ນັ້ນທັງໆທີ່ຄວາມຈິງແລ້ວຢູເຄຣນລະເມີດສັນ
ຍານາໆຊາດ ແລະບໍ່ໄດ້ປິດເຂດນ່ານຟ້າຂອງຕົນ ບ່ອນທີ່ບັນຫາຂັດແຍ້ງ ທາງທະ
ຫານກຳລັງເກີດຂຶ້ນຢູ່ນັ້ນ.”

ການໃຫ້ຄວາມເຫັນຂອງທ່ານປູຕິນ ມີຂຶ້ນ ຫລັງຈາກລາຍງານຂອງໄອຍະການຈາກ
6 ປະເທດລະບຸວ່າ ທະຫານຣັດເຊຍ ຈາກກອງພັນ ຕໍ່ຕ້ານອາກາດຍານ ທີ 53 ຢູ່ທີ່
ເມືອງເຄີດສ໌ ເປັນແຫ່ງທີ່ມາ ຂອງລູກ​ສອນ​ໄຟ BUK ທີ່​ໃຊ້ຍິງ​ ໃສ່ຖ້ຽວບິນ MH-17
ຂອງມາເລເຊຍນັ້ນ.

ນອກນັ້ນແລ້ວ ລາຍງານດັ່ງກ່າວຍັງມີຂຶ້ນທ່າມກາງການກົດດັນທີ່ເພີ້ມທະວີຂຶ້ນຂອງ
ນາໆຊາດ ໃຫ້ຣັດເຊຍຮັບຮູ້ຄວາມຖືກຕ້ອງຊອບທຳໃນການພົບເຫັນຂອງຄະນະສືບ
ສວນລະຫວ່າງປະເທດ.

ເນເທີແລນ ທີ່ໄດ້ສູນເສຍພົນລະເມືອງຂອງຕົນ 193 ຄົນໃນການໂຈມຕີດັ່ງກ່າວໄດ້
ແຈ້ງໃຫ້ມົສກູຊາບໃນວັນສຸກວານນີ້ວ່າ ຕົນຖືວ່າປະເທດຣັດເຊຍເປັນຜູ້ຮັບຜິດຊອບ
ຕາມກົດໝາຍ ແລະຈະຊອກຫາຊ່ອງທາງໃຫ້ມີການຈ່າຍເງິນຊົດເຊີຍ. ເຈົ້າໜ້າທີ່ເນ
ເທີແລນກ່າວວ່າ ອອສເຕຣເລຍກໍຈະເອົາມາດຕະການທາງດ້ານກົດໝາຍແບບດຽວ
ກັນນີ້.

ນອກນັ້ນ ສະຫະລັດ ສະຫະພາບຢູໂຣບ ອັງກິດ ແລະອົງການເນໂຕ້ ຍັງໄດ້ຮຽກຮ້ອງ
ໃຫ້ຣັດເຊຍ ຮັບເອົາຄວາມຮັບຜິດຊອບ ແລະໃຫ້ການຮ່ວມມື ຢ່າງເຕັມທີ່ ໃນການດຳ
ເນີນທຸກໆຄວາມພະຍາຍາມ ເພື່ອສ້າງຕັ້ງການຮັບເອົາ ຄວາມຮັບຜິດຊອບນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ