ຣັດເຊຍ ກຽມຮັບມື ກັບການປະທ້ວງຄັ້ງໃຫຍ່ ທີ່ ກຸງມົສກູ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ພວກປະທ້ວງຊາວຣັດເຊຍ ຖືປ້າຍປົສເຕີ້ຂະໜາດໃຫຍ່ ທີ່ຂຽນວ່າ ຣັດເຊຍປາສະຈາກທ່ານພູຕິນ ໃນລະຫວ່າງ ການໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານຂອງນາຍົກລັດຖະມົນຕີ Vladimir Putin ທີ່ນະຄອນຫຼວງມົສກູ (4 ກຸມພາ 2012)

ເປັນ​ທີ່​ຄາດ​ກັນ​ວ່າ​ໃນ​ວັນ​ເສົາ​ມື້ນີ້ ​ຊາວຣັດ​ເຊຍ​ຈຳນວນ​ຫຼາຍສິບ​ພັນ​ຄົນ ຈະ​ພາກັນໄປ​ຮ່ວມ​
ໃນ​ອັນ​ທີ່​ອາດ​ຈະ​ເປັນ​ການ​ໂຮມ​ຊຸມນຸມຄັ້ງ​ໃຫຍ່​ເພື່ອ​ປະຊາທິປະ​ໄຕ​ເທື່ອ​ທຳອິດ​ໃນ​ປີນີ້ ທີ່​ກຸງ​
ມົສກູ ທ່າມກາງ​ອາກາດ​ທີ່​ໜາວ​ເຢັນ.

ຂະ​ບວນການ​ເຄື່ອນ​ໄຫວ ​ເພື່ອ​ປະຊາທິປະ​ໄຕ​ຂອງຣັດ​ເຊຍ ​ຈັດການ​ໂຮມ​ຊຸມນຸມ​ຕໍ່ຕ້ານ​ລັດ
ຖະບານນຶ່ງ​ເດືອນ​ເຕັມ ​ກ່ອນ​ການ​ປ່ອນ​ບັດ​ເລືອກ​ຕັ້ງປະທານາທິບໍດີ​ຂອງປະ​ເທດເພື່ອ​ທວງ
ໃຫ້​ມີ​ອິດສະຫຼະພາບທາງ​ດ້ານ​ການ​ເມືອງ​ເພີ່ມ​ຕື່ມ. ການ​ຢັ່ງຫາງ​ສຽງ​ປະຊາຊົນສະ​ແດງ​ໃຫ້
ເຫັນ​ວ່າ ນາຍົກລັດຖະມົນຕີ Vladimir Putin ມີ​ທ່າ​ທາງ​ວ່າ​ ຈະ​ໄດ້​ຮັບ​ໄຊຊະນະ​ເປັນ​ປະ
ທານາທິບໍດີ​ຣັດ​ເຊຍສະ​ໄໝ​ທີ 3 ທັງໆ​ທີ່​ຄວາມ​ນິຍົມ​ຊົມ​ຊອບຕໍ່​ທ່ານ​ໄດ້​ຫຼຸດຕໍ່າລົງ.

ພວກ​ສະໜັບສະໜຸນ​ທ່ານ Putin ກໍ​ມີ​ແຜນການ​ທີ່​ຈະ​ຈັດການ​ໂຮມ​ຊຸມນຸມ​ຂຶ້ນ​ໃນ​ວັນ​ເສົາ​ມື້
ນີ້​ແຕ່​ຊາວຣັດ​ເຊຍ​ຈຳນວນ​ນຶ່ງ​ຈົ່ມ​ທຸກ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ສັ່ງໃຫ້​ໄປ​ຮ່ວມ​ການ​ໂຮມ​ຊຸມ
ນຸມສະໜັບສະໜຸນ​ລັດ​ຖະບານ ໂດຍບັນດາ​ອົງການ​ຈັດຕັ້ງ ຢູ່​ໃນ​ບ່ອນ​ເຮັດ​ວຽກ​ຂອງ​ພວກ
ເຂົາ​ເຈົ້າ​.

ທ່ານ Alexei Makarkin ຜູ້ອຳນວຍການ​ສູນ​ກາງ​ເທັກ​ໂນ​ໂລ​ຈີ​ການ​ເມືອງ​ກ່າວວ່າ ການ
ໂຮມ​ຊຸມນຸມ​ໃນ​ມື້ນີ້ ຈະ​ເປັນ​ການ​ທົດ​ສອບ​ເບິ່ງ​ຄວາມ​ເຂັ້ມ​ແຂງ​ຂອງ​ທັງສອງ​ຝ່າຍ.

ທ່ານ Maxim Trudolubov ບັນນາ​ທິການ ​ທີ່​ກຳກັບ​ນຳ​ໜ້າ​ບົດ​ບັນນາທິການ​ຂອງ​ໜັງສື
ພິມ Vedomosti ກ່າວ​ວ່່າ ການ​ໄປ​ຮ່ວມ​ຂອງ​ປະຊາຊົນ​ແມ່ນ​ກະ​ແຈທີ່​ສຳຄັນ​ ຍ້ອນ​ວ່າ​
ວັງເຄຣັມລິນຈະສະໜອງຕອບ​ຕໍ່​ການ​ກົດ​ດັນ​ດ້ວຍ​ການ​ເດີນ​ຂະ​ບວນປະ​ທ້ວງທໍ່ນັ້ນ.

ພັນທະ​ມິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ລັດຖະບານອາດແມ່ນ​ສະພາບ​ອາກາດ​ໜາວ​ຈັດ ຈາກ​ເຂດ​ອາກ
ຕິກ​ທີ່​ພວມ​ປົກ​ຄຸມຣັດ​ເຊຍ​ແລະ​ສ່ວນ​ໃຫຍ່​ຂອງ​ຢູ​ໂຣບຕາ​ເວັນ​ອອກໃນ​ເວລາ​ນີ້.

ພວກ​ຈັດ​ແຈງ​ການ​ປະ​ທ້ວງ​ໃນ​ຄັ້ງນີ້ໄດ້​ຕັດ​ການ​ເດີນ​ຂະ​ບວນປະ​ທ້ວງໃຫ້​ຢູ່​ໃນໄລຍະ 2 ກິ​ໂລ
ແມັດ ​ແລະແຈ້ງ​ໃຫ້​ພວກ​ທີ່​ຂຶ້ນໄປ​ກ່າວ​ເວົ້າສັ້ນ​ລົງ. ປະມານ 30,000 ຄົນ​ໄດ້​ລົງ​ນາມຜ່ານ
ທາງ​ສື່​ສັງຄົມວ່າ​ຈະໄປ​ຮ່ວມ​ການ​ໂຮມ​ຊຸມນຸມ​ໃນວັນ​ເສົາ​ມື້ນີ້.

ເບິ່ງວີດີໂອ ຂະບວນການປະທ້ວງໃນຣັດເຊຍ ພວມແຜ່ລາມໄປທົ່ວປະເທດ