ປະທານາທິບໍດີຣັດເຊຍ ທ່ານ ວລາດິເມຍ ພູຕິນ ກ່າວວ່າ ການລະເບີດ ໃນວັນພຸດວານນີ້
ທີ່ St. Petersburg ແມ່ນການໂຈມຕີກໍ່ການຮ້າຍ.
ທ່ານ ພູຕິນ ໄດ້ຢືນຢັນ ທີ່ວັງແກຣມແລງໃນວັນພະຫັດມື້ນີ້ ໃນພິທີມອບລາງວັນ ສຳຫຼັບ
ພວກທະຫານທີ່ຮັບໃຊ້ຊາດ ໃນຊີເຣຍ. ທ່ານ ພູຕິນ ບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມກ່ຽວ
ກັບການລະເບີດຄັ້ງນີ້.
ມີຢ່າງນ້ອຍ 13 ຄົນໄດ້ຮັບບາດເຈັບ ຫຼັງຈາກລະເບີດທີ່ເຮັດເອງ ໄດ້ແຕກຂຶ້ນທີ່ຕະຫຼາດ
ຊູເປີມາເກັດ ໃນ St. Petersburg. ໃນຕອນທຳອິດ ພວກນັກສືບສວນ ກ່າວວ່າ
ພວກເຂົາເຈົ້າຈັດໃຫ້ເຫດການຄັ້ງນີ້ວ່າເປັນການພະຍາຍາມທຳການສັງຫານ.
ເຈົ້າໜ້າທີ່ການແພດ ກ່າວວ່າ ບໍ່ມີພວກເຄາະຮ້າຍ ຜູ້ໃດ ໄດ້ຮັບບາດເຈັບສາຫັດ
ເຖິງແກ່ຊີວິດ.
ຍັງບໍ່ທັນມີຜູ້ໃດອອກມາ ອ້າງເອົາຄວາມຮັບຜິດຊອບ ໃນເຫດລະເບີດຄັ້ງນີ້ເທື່ອ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ປະທານາທິບໍດີຣັດເຊຍ ທ່ານ ວລາດິເມຍຣ໌ ພູຕິນ (Vladimir Putin) ກ່າວໃນການຢ້ຽມຢາມຝຶກແອບກ່ຽວກັບຍຸດທະສາດທາງທະຫານ ກ່ຽວກັບກອງທັບດ້ານລູກສອນໄຟ (Military Academy of Strategic Rocket Troops) ຫຼັງຈາກ Peter the Great ໃນບາລາຊິຄາ (Balashikha), ຂ້າງນອກ ມອສກູ, 22 ທັນວາ 2017.