ວັງເຄຣັມລິນ ກ່າວ​ວ່າ ​ຜູ້​ນຳເກົາຫລີເໜືອ ກິມ ຈົງ ອຶນຈະຢ້ຽມຢາມຣັດເຊຍ ໃນ​ອີກບໍ່ເທົ່າໃດມື້

ພາບບັນທຶກ ປະທານາທິບໍດີວລາດີເມຍ ປູຕິນ ຂວາ ແລະຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອືນ ຈັບມືກັນ ລະຫວ່າງການພົບພົບປະເຂົາເຈົ້າ ໃນ Vladivostok ປະເທດຣັດເຊຍ ວັນທີ 25 ເມສາ 2019

ວັງເຄຣັມລິນ ແລະພຽງຢາງ ໄດ້ກ່າວໃນວັນຈັນວານນີ້ວ່າ ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ຈະ​ໄປຢ້ຽມຢາມຣັດເຊຍ ໃນ​ອີກບໍ່ເທົ່າໃດມືຶ້​ຂ້າງ​ໜ້າ ​ໂດຍການເຊື້ອເຊີນຂອງປະທານາທິບໍດີວລາດີເມຍ ປູຕິນ.

ອົງການຂ່າວລັດຖະບານ KCNA ຂອງເກົາຫລີເໜືອ ໄດ້ກ່າວໃນວັນຈັນວານນີ້ວ່າ ຜູ້ນຳຂອງຕົນຈະ “ພົບປະ ແລະສົນທະນາ” ກັບທ່ານປູຕິນ ລະຫວ່າງການຢ້ຽມຢາມຣັດເຊຍ.

ສື່ມວນຊົນເກົາຫລີເໜືອໄດ້ລາຍງານໃນວັນຈັນວານນີ້ວ່າ ລົດໄຟພິເສດໄດ້ເລີ້ມນຳພາທ່ານກິມ ອອກຈາກພຽງຢາງ ແລະການພົບປະດັ່ງກ່າວ ກັບທ່ານປູຕິນ ອາດມີ​ຂຶ້ນ ໃນວັນອັງຄານມື້ນີ້.

ພວກເຈົ້າໜ້າທີ່ເກົາຫລີໃຕ້ ກ່າວວ່າ ເຂົາເຈົ້າກຳລັງສັງເກດການຢ່າງໃກ້ຊິດ ແຕ່ບໍ່ໄດ້ຢືນຢັນລາຍລະອຽດທີ່ສະເພາະເຈາະຈົງ​ໃດໆ.

“ລັດຖະບານມີຄວາມເປັນຫ່ວງ ກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມື​ທາງ​ທະ​ຫານ ລະຫວ່າງເກົາຫລີເໜືອແລະຣັດເຊຍ ຊຶ່ງໄດ້ເພີ້​ມ​ທະ​ວີຂຶ້ນຫວ່າງມໍ່ໆມານີ້. ອີກເທື່ອນຶ່ງ ພວກເຮົາໄດ້​ສະ​ແດງ​ໃຫ້​ເຫັນຢ່າງຈະແຈ້ງວ່າ ການຮ່ວມມື​ຂອງປະ​ເທດ​ທັງ​ສອງບໍ່​ຄວນບ່ອນທຳລາຍ​ຕໍ່ຄວາມເປັນລະບຽບຮຽບຮ້ອຍສາກົນແລະສັນຕິພາບຢູ່ແຫລມເກົາຫລີ” ໂຄສົກຄົນນຶ່ງຈາກກະຊວງທ້ອນໂຮມ​ຊາດເກົາຫລີໃຕ້ ໄດ້ກ່າວໃນວັນຈັນວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ