ຂໍ້ຕົກລົງທີ່ຈະສ້າງຕັ້ງເຂດ “ຫລຸດຜ່ອນການເພີ້ມລະດັບຄວາມຮຸນແຮງ” ຢູ່ໃນຊີເຣຍ
ໄດ້ມີຜົນບັງຄັບໃຊ້ໃນຕອນທ່ຽງຄືນວັນສຸກວານນີ້ ຕາມເວລາທ້ອງຖິ່ນ. ຣັດເຊຍກ່າວ
ວ່າ ເຂດດັ່ງກ່າວບັດນີ້ໄດ້ປິດບໍ່ໃຫ້ເຮືອບິນລົບຈາກກຳລັງປະສົມທີ່ນຳພາໂດຍສະຫະ
ລັດນັ້ນ ເຂົ້າມາໄດ້.
ໂຄສົກກະຊວງປ້ອງກັນປະເທດສະຫະລັດ ພັນໂທ Adrian Randine-Gallaway
ກ່າວຕໍ່ ວີໂອເອ ໃນວັນສຸກວານນີ້ວ່າ “ພວກເຮົາແນ່ນອນຍິນດີຮັບເອົາຄວາມພະຍາ
ຍາມໃດໆ ຄວາມພະຍາຍາມສາກົນໃດໆ ທີ່ຈະເຮັດໃຫ້ຄວາມຮຸນແຮງຫລຸດຜ່ອນລົງ
ເຮັດໃຫ້ການຊ່ວຍເຫລືອດ້ານມະນຸດສະທຳສມາດເຂົ້າໄປເຖິງເຂດທີ່ມີຄວາມຕ້ອງ
ການຄວາມຊ່ວຍເຫລືອ ເຫລົ່ານັ້ນຂອງຊີເຣຍ ແລະໃນທີ່ສຸດຈະນໍາໄປສູ່ການແກ້ໄຂ
ບັນຫາວິກິດການທີ່ກໍາລັງມີຢູ່ໃນທີ່ນັ້ນ ດ້ວຍວິທີການທາງການເມືອງ.
ພັນໂທ Rakine-Gallaway ໄດ້ສືບຕໍ່ເຕືອນວ່າ “ຂ້າພະເຈົ້າຄວນບອກໃຫ້ຮູ້ວ່າ ຈະ
ບໍ່ມີບ່່ອນລີ້ຊອນທີ່ດີແກ່ກຸ່ມ ISIS.” ທ່ານກ່າວວ່າການປະຕິບັດງານ “ກັບບັນດາກຳລັງ
ທະຫານຂອງເພື່ອນຮ່ວມງານຢູ່ພາກພື້ນດິນ ເພື່ອເອົາຊະນະກຸ່ມ ISIS ແລະຍຶດເອົາ
ຄືນອັນທີ່ຮ້ອງວ່າ ບັນດານະຄອນຫລວງຂອງພວກເຂົາເຈົ້າໃນອີຣັກ ແລະຊີເຣຍ ຈະ
ຍັງສືບຕໍ່ດໍາເນີນໄປຢ່າງບໍ່ຫລົດລະ.”
ທ່ານ Alexander Lavrentyev, ຜຸ້ນຳພາການເຈລະຈາກ່ຽວກັບຊີເຣຍໂດຍຈາກຣັດເຊຍ, ທ່ານ Hossein Jaberi Ansari, ຮອງລັດຖະມົນຕີການຕ່າງປະເທດ ອິຣ່ານ, ທ່ານ Kazakh, ລັດຖະມົນຕີການຕ່າງປະເທດ, ທ່ານ Kairat Abdrakhmanov ແລະທ່ານ Staffan de Mistura, ທູດພິເສດຂອງຊີເຣຍປະຈໍາສະຫະປະຊາຊາດ
ໃນວັນສຸກວານນີ້ ທ່ານ Alexander Lavrentyev ທູດພິເສດຣັດເຊຍໃນການເຈລະ
ຈາສັນຕິພາບຢູ່ໃນ Kazakhstan ກ່າວຢູ່ໃນຄໍາປາໄສຂອງທ່ານທີ່ລາຍງານໂດຍສື່
ມວນຊົນຣັດເຊຍວ່າ “ການປະຕິບັດງານທາງເຮືອບິນຢູ່ບັນດາເຂດຫລຸດຜ່ອນການເພີ້ມ
ລະດັບຄວາມຮຸນແຮງ ໂດຍສະເພາະແມ່ນກຳລັງປະສົມນາໆຊາດ ແມ່ນວ່າຈະໄດ້ມີ
ການແຈ້ງການລ່ວງນ໊າ ຫລືບໍ່ມີການແຈ້ງການລ່ວງໜ້າກໍຕາມ ແມ່ນບໍ່ຄິດເຫັນຈັກໜ້ອຍ
ເລີຍວ່າ ເປັນຫຍັງຈຶ່ງຕ້ອງມີ ແລະທ່ານໄດ້ກ່າວ “ຄຳຖາມນີ້ໄດ້ຖືກປິດລົງແລ້ວ.”
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan (ຊ້າຍ) ລົມກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຂວາ).
ຣັດເຊຍ ເທີກີ ແລະອີຣ່ານ ຕົກລົງຕາມຂໍ້ສະເໜີຂອງມົສກູ ໃນວັນພະຫັດວານນີ້ ທີ່ຈະ
ສ້າງຕັ້ງ ອັນທີ່ຮ້ອງວ່າ ເຂດ “ຫລຸດຜ່ອນການເພີ້ມລະດັບຄວາມຮຸນແຮງ” ຢູ່ໃນຊີເຣຍ
ເພື່ອພະຍາຍາມເຮັດໃຫ້ຂໍ້ຂັດແຍ້ງທີ່ດໍເນີນມີໄດ້ ຫົກປີນັ້ນ ຢຸດຕິລົງ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ
Your browser doesn’t support HTML5
Russia Turkey Syria