ທ່ານ Navalny ກ່າວວ່າ ຊາວຣັດເຊຍ ທີ່ມີຊື່ ຢູ່ໃນເອກະສານ ຄວນເປັນຜູ້ ຮັບຜິດຊອບ

ທ່ານ Alexei Navalny ນັກປຸກລະດົມ ຕໍ່ຕ້ານການສໍ້ລາດບັງຫຼວງ ຣັດເຊຍ.

ເພື່ອນມິດທີ່ໃກ້ຊິດຂອງປະທານາທິບໍດີຣັດເຊຍ ທ່ານ Vladimir Putin ທີ່ມີ​ຊື່ຢູ່ໃນເອກະ ສານປານາມາ ອັນເປັນເອກະສານດ້ານການເງິນ ທີ່ໄດ້ມີ​ການຮົ່ວໄຫລອອກມາ ເຮັດໃຫ້ ໂລກຕື່ນຕົກໃຈ​ໃນອາທິດນີ້ແຕ່ການປາກົດອອກມາຂອງຄວາມຈິງນັ້ນແມ່ນໄດ້​ຮັບຄວາມ ສົນໃຈ​ແຕ່ພຽງໜ້ອຍດຽວຂອງພວກເຈົ້າໜ້າທີ່ຣັດ​ເຊຍ.

ມະຫາຊົນຣັດເຊຍປາກົດວ່າ ຍອບຮັບວ່າ ພວກທີ່ມີອຳນາດກອບໂກຍເອົາຊັບສິນ ແລະ ຍິ່ງໄປກວ່ານັ້ນ ຫາງສຽງຂອງຊາວຣັດເຊຍ ກ່າວວ່າ ເອກະສານປານາມາ ບໍ່ມີຫຍັງເລີຍ ທີ່ເຊື່ອມໂຍງໂດຍກົງ ກັບທ່ານ Putin ເຖິງການກະທຳໃນທາງທີ່ຜິດກົດໝາຍໃດໆ.

​ແຕ່ທ່ານ Alexei Navalny ຊາວຣັດເຊຍທີ່ຮູ້ຈັກກັນດີວ່າ ເປັນນັກຕໍ່ສູ້ຕ້ານການສໍ້ລາດ ບັງຫຼວງ ແລະເປັນຜູ້ນຳພັກຝ່າຍຄ້ານ ບໍ່ເຫັນດີນຳຄຳເຫັນດັ່ງກ່າວ. ທ່ານກ່າວ​ຕໍ່ວີໂອເອ ໃນການໃຫ້ສຳພາດວ່າ ທ່ານສາມາດນຶກເຫັນພາບກ່ຽວກັບຜົນສະທ້ອນທີ່ຮ້າຍແຮງສຸດ ທີ່ຈະເກີດຂຶ້ນ ຈາກການເປີດເຜີຍຂອງເອກະສານປານາມາ.

ພວກ “ເອກະສານ” ທີ່ມີຫຼາຍກວ່າ 11 ລ້ານໜ້າແລະຂໍ້ມູນທີ່ກ່ຽວຂ້ອງໃນປະລິມານຫຼວງ ຫຼາຍ ທີ່ເປີດເຜີຍເຖິງລາຍລະອຽດກ່ຽວກັບທຸລະກິດຢູ່ນອກປະເທດ ແລະ ການຈັດແຈງ ແບບລັບໆ ທີ່ກວມລວມເອົາຫລາຍຈຳພວກ ເຊັ່ນ ພວກນັກການເມືອງ ພວກດາຣາຊື່ດັງ ແລະບຸກຄົນທີ່​ມີ​ຊື່​ສຽງໃນທົ່ວໂລກ. ນັກຂ່າວສາກົນກຸ່ມໜຶ່ງໄດ້ຕີພິມລາຍລະອຽດຕ່າງໆ ຈາກເອກະສານດັ່ງກ່າວ ຊຶ່ງທັງໝົດນັ້ນແມ່ນມາຈາກບໍລິສັດທະນາຍຄວາມຂອງປານາ ມາທີ່ກ່າວວ່າຕົນເປັນຜູ້ເສຍຫາຍໃນການລັກເຈາະຂໍ້ມູນຄອມພິວເຕີ້ຂອງພວກແຮັກເກີ້.

ການຮົ່ວໄຫລອອກມາຂອງເອກກະສານປານາມາ ໄດ້ກາຍເປັນຫົວຂໍ້ຂ່າວໃນທົ່ວໂລກ ແລະຜົນກະທົບທາງດ້ານການເມືອງຫາກໍເລີ້ມຕົ້ນຂຶ້ນ.

ນາຍົກລັດຖະມົນຕີຂອງປະເທດ Iceland ທ່ານ Sigmundur David Gunnlaugsson ໄດ້ລາອອກຈາກຕຳແໜ່ງ ໃນສັບປະດານີ້ ຫຼັງຈາກທີ່ໄດ້ມີການເປີດເຜີຍວ່າທ່ານແລະພັນ ລະຍາ ເປັນເຈົ້າຂອງບໍລິສັດແຫ່ງໜຶ່ງ ຢູ່ໃນໝູ່ເກາະ Virgin ຂອງ​ອັງກິດ.

ບໍລິສັດຢູ່ໃນຕ່າງປະເທດທີ່ທ່ານ Gunnlaugsson ໄດ້ຫລີກເວັ້ນທີ່ຈະກ່າວເຖິງໃນການ ເປີດເຜີຍ ທາງດ້ານການເງິນ ທີ່ຕົນຖືຮຸ້ນ ມູນຄ່າ 4 ລ້ານໂດລາ ອອກໃຫ້ໂດຍ 3 ທະນາ ຄານຂອງ Iceland ທີ່ຕັ້ງຢູ່ພາຍໃນປະເທດ ທີ່ໄດ້ລົ້ມລະລາຍແຕ່ໄດ້ຖືກກອບກູ້ຈາກສະ ພາບລົ້ມລະລາຍ ໂດຍລັດຖະບານຂອງທ່ານ Gunnlaugsson ເອງ.

ທ່ານ Navalny ກ່າວວ່າ ການເປີດເຜີຍຄວາມຈິງ ຂອງເອກະສານ ປານາມານັ້ນ ແມ່ນ ຂ່າວທີ່ສຳຄັນສຸດໃນຫຼາຍໆປີຜ່ານມາ ແລະທ່ານ “ບໍ່ມີຄວາມສົງໄສຫຍັງເລີຍວ່າມັນຈະ ເຮັດໃຫ້ມີຮອຍດ່າງອັນໃຫຍ່ ຢູ່ໃນປະຫວັດສາດ.”

Your browser doesn’t support HTML5

Russia Navalny