ຣັດເຊຍ ສະຫລອງ ຄົບຮອບ 70 ປີ ຂອງໄຊຊະນະ ສົງຄາມໂລກຄັ້ງທີ່ສອງ ຢ່າງໃຫຍ່ໂຕ

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ກາງ), ປະທານາທິບໍດີ ປະເທດ Kazakhstan ທ່ານ Nursultan Nazarbayev (ຊ້າຍ) ແລະ ປະທານາທິບໍດີ ຈີນ ທ່ານ Xi Jinping.

ຣັດ​ເຊຍຈັດ​ການ​ເດີນ​ສວນສະໜາມ​ຂອງ​ທະຫານ ຢ່າງໃຫຍ່
ໂຕ ໃນ​ວັນ​ເສົາ​ມື້​ນີ້ ​ທີ່ຈະຕຸລັດແດງ​ຂອງ​ນະຄອນ​ມົສກູ ​ເພື່ອ​
ລະ​ລຶກ​ເຖິງ​ວັນ​ຄົບຮອບ 70 ປີ ຂອງ​ໄຊຊະນະ​ໃນຢູ​ໂຣບ
Victory in Europe Day ຫລື​ ວັນ VE ຄື​ວັນທີ 9 ພຶດສະພາ
​ປີ 1944 ​ເວລາກອງ​ທະຫານ Nazi ​ເຢຍລະ​ມັນ ວາງ​ອາວຸດ
​ຂອງ​ພວກເຂົາ ອັນ​ເປັນການ​ສິ້ນ​ສຸດລົງ​ຂອງ ສົງຄາມ​ໂລກ
ຄັ້ງ​ທີສ​ອງ​.

ປະ​ທາ​ນາ​ທິບໍດີ ຣັດ​ເຊຍ ທ່ານ Vladimir Putin ​ໄດ້​ກ່າວ​ຂອບ
​ໃຈ​ຕໍ່ບັນດາ​ພັນທະ​ມິດສຳຄັນ ຂອງຣັດເຊຍ​ໃນສົງຄາມ​ໂລກຄັ້ງ
​ທີ​ສອງ ຄື ສະຫະລັດອາ​ເມຣິກາ ອັງກິດ ​ແລະ​ຝຣັ່ງທີ່​ໄດ້​ຊ່ວຍ
ປາບ​ພວກ​ Nazi.

ການ​ເດີນ​ສວນສະໜາມ​ສະຫລອງ​ໄຊຊະນະ​ໃນປີ​ນີ້ ​ໄດ້ມີ​ຂື້ນ​ ໃນ​ທ່າມກາງ​ທີ່ ຣັດ​ເຊຍມີ
​ການ​ຂັດ​ແຍ້​ງກັນກັບ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ກ່ຽວ​ກັບ​ຢູ​ເຄຣນ ​ຍ້ອນວ່າ ​ມົສກູໄດ້​ຍຶ​ດ​
ເອົາ Crimea ​ແລະມີ​ການກ່າວ​ຫາ ປະທານາທິບໍດີ Putin ວ່າໃຫ້ການ​ສະໜັບສະໜູນ​
​ແກ່ສົງຄາມ​ແບ່ງ​ແຍກ​ດິນ​ແດນ ທີ່​ຮ້າຍ​ແຮງ ພາ​ໃຫ້​ມີ​ຄົນ​ຕາຍ​ ​ເປັນ​ຈຳນວນຫລາຍນັ້ນ.

Your browser doesn’t support HTML5

Russia VE Day

ສຳພັນ​ທະ​ໄມຕີ​ຂອງຣັດ​ເຊຍ ກັບ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ກຳລັງ​ຕົກຢູ່ໃນ​ລະດັບຕຳ່
​ສຸດ ນັບ​ຕັ້ງ​ແຕ່ສົງຄາມ​ເຢັນ ​ເປັນ​ຕົ້ນ​ມາ. ບັນດາ​ຜູ້ນຳ​ປະ​ເທດ​ຕາ​ເວັນ​ຕົກ ​ໄດ້​ພາກັນ​ປະ​
ທ້ວງ​ບໍ່ມາຮ່ວມ ການ​ເດີນ​ສວນ​ສະໜາມ​ປີ​ນີ້ ປ່ອຍ​ໃຫ້ ວັງ Kremlin ສະ​ແດງ​ແສນ​ຍາ
ນຸພາບ​ທາງທະຫານ​ຂອງ​ຕົນ ຢູ່​ຕໍ່ໜ້າບັນດາ​ຜູ້ນຳ​ປະ​ເທດ ພຽງປະມານ 20 ຄົນ​ ຈາກ​
ປະ​ເທດ​ຕ່າງໆ​ທີ່​ຮວມທັງ ຈີນ ຄິວ​ບາ ​ແລະ ຊີມ​ບາເວ ພ້ອມກັບ ​ເລຂາ​ທິການ​ໃຫຍ່ ອົງ
ການ​ສະຫະ​ປະຊາ​ຊາດ ທ່ານ Ban ki-Moon.

ສະຫະລັດ, ຢູໂຣບ ສະຫລອງ ຄົບຮອບ 70 ປີ ຂອງວັນ VE

ສ່ວນສະຫະລັດ ​ກັບ​ສ່ວນ​ໃຫຍ່​ຂອງ ຢູ​ໂຣຍ ໄດ້​ພາກັນສະຫລອງວັນ​ຄົບຮອບ ຂອງ
​ການສິ້ນ​ສຸດລົງ​ຂອງສົງຄາມ​ໂລກ ຄັ້ງ​ທີ 2 ໃນ​ວັນ​ສຸກ​ວານ​ນີ້ .

Your browser doesn’t support HTML5

WWII-era Warplanes Fly Over Washington