ການໂຈມ​ຕີ ​ທາງ​ອາກາດ ​ໄດ້​ທຳລາຍ ​ຕຶກ​ຫໍພັກ ເຮັດໃຫ້ 11 ຄົນຕາຍ ໃນຢູເຄຣນ (ວີດີໂອ)

ທະຫານຢູເຄຣນ ກຳລັງສັງເກດການຢູ່ຕຳແໜ່ງ ປະມານ 64 ຫຼັກ ຈາກທິດຕາເວັນອອກຂອງເມືອງ Donetsk ໃນຢູເຄຣນ ເມື່ອວັນທີ 10 ກໍລະກົດ 2014.

ການ​ໂຈມ​ຕີ​ທາງ​ອາກາດ ​ໄດ້​ທຳລາຍ ​ຕຶກອາຄານ​ຫໍພັກຫຼັງນຶ່ງ
ໃນພາກຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໃນ​ວັນ​ອັງຄານ​ວານ​ນີ້ ຊຶ່ງ
​ໄດ້ສັງຫານ​ຢ່າງ​ນ້ອຍ 11 ຄົນ ​ແລະກໍ່ໃຫ້ເກີດການ​ກ່າວ​ຫາ​ຄັ້ງ
​ໃໝ່ກ່ຽວ​ກັບການມີ​ສ່ວນ​ ພົວພັນໂດຍກົງຂອງຣັດ​ເຊຍ ​ໃນປະ
ຕິບັດ​ງານ ​ຕໍ່ສູ້ຕ້ານ​ພວກກະບົດນິ ຍົມ​ຣັດ​ເຊຍ​ຂອງ​ຢູ່​ເຄຣນ ທີ່
ກຳລັງດຳເນີນຢູ່ໃນເວລານີ້.

ລາຍ​ລະອຽດ​ກ່ຽວ​ກັບການ​ໂຈມ​ຕີ​ດັ່ງກ່າວ ​ຢູ່​ທີ່​ເມືອງ Sniznhe
​ເມື່ອ​ຕອນ​ແລງ​ຂອງ​ວັນ​ອັງຄານ​ວ່າ​ນນີ້ ຍັງ​ບໍ່ທັນເປັນທີ່ຈະແຈ້ງ
​ເທື່ອ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກພວກ​ແບ່ງ​ແຍກ​ດິນ​ແດນ ຖິ້ມ​
ໂທດໃສ່​ກອງທັບ​ອາ ກາດ​ຂອງ​ຢູ​ເຄຣນ ໃນການ​ໂຈມ​ຕີຄັ້ງນີ້.

ຊາກເຮືອບິນຂົນສົ່ງທະຫານຂອງຢູເຄຣນ ລຸ້ນ AN-26 ຫຼັງຈາກຖືກຍິງຕົກ ດ້ວຍລູກສອນໄຟ ໃນໝູ່ບ້ານ Davydo-Mykilske ຢູ່ທິດ ຕາເວັນອອກຂອງເມືອງ Luhansk ໃກ້ກັບຊາຍແດນຣັດເຊຍ.

ໂຄ​ສົກ​ຂອງກອງທັບຢູ​ເຄຣນ ທ່ານ Andriy Lysenko ​ໄດ້
ປະ​ຕິ​ເສດ ວ່າ ຢູ​ເຄຣນບໍ່ມີ​ສ່ວນ​ກ່ຽວຂ້ອງ​ໃດໆ ​ໂດຍກ່າວ​ວ່າ
ບໍ່​ມີ​ເຮືອບິນທະຫານ​ໃດໆ​ໄດ້​ບິນ​ເຂົ້າ​ໄປ​ໃນເຂດ​ພາກ​ຕາເວັນ
​ອອກຂອງປະເທດ​ຕັ້ງ​ແຕ່​ວັນ​ຈັນ​ເປັນຕົ້ນ​ມາ. ທ່ານ​ເວົ້າອີກ​ວ່າ
“ການໂຈມຕີທີ່ Sniznhe ສາມາດ​ອະ​ທິບາຍ​ໄດ້​ວ່າ ​ເປັນ​
ການ​ທ້າ​ທາຍ​ເກາະຜິດແບບເຍາະເຍີ້ຍ”
ຊຶ່ງ​ເປັນ​ການ​
ກ່າວຫາ ທີ່ບໍ່ມີນ້ຳໜັກປານໃດ​ຕໍ່ຣັດ​ເຊຍ. ນອກນັ້ນ Kyiv ຍັງ
ກ່າວຫາຣັດ​ເຊຍວ່າ ​ຍິງເຮືອ ບິນ​ຂົນ​ສົ່ງ​ຂອງ​ທະຫານ​ຢູ​ເຄຣນຕົກ
​ເມື່ອ​ວັນ​ຈັນ​ຜ່ານ​ມາ​ທີ່​ເມືອງ Luhansk. ມົສກູ​ຍັງບໍ່ໃຫ້ຄວາມເຫັນ
ໃດໆກ່ຽວກັບເລື່ອງນີ້.

​ໃ​ນຕອນ​ເຊົ້າວັນ​ອັງຄານ​ວານ​ນີ້ ໃນຂະນະຄວາມ​ເຄັ່ງ​ຕຶງ​ຢູ່ໃນ​ຂົງ​ເຂດ​ໄດ້​ເພີ້​ມທະວີຂຶ້ນ
​ເຈົ້າໜ້າ​ທີ່​ປ້ອງກັນ​ປະ​ເທດຂັ້ນສູງຂອງ​ຢູ​ເຄຣນ ກ່າວ​ວ່າ Kyiv ​ມີ “ຫລັກ​ຖານ​ຢ່າງ​
ແນ່ນອນ”
ວ່າ ຣັດ​ເຊຍ​ ໄດ້​ມີ​ສ່ວນ​ກ່ຽວ ຂ້ອງ ​ໃນ​ການ​ຍິງ​ເຮືອບິນ​ລຳ​ດັ່ງກ່າວ​ ຂອງ​ຢູ​ເຄຣນ.

Your browser doesn’t support HTML5

Tensions Build at Remote Ukrainian Border Post