ຣັດເຊຍ ໂຈມຕີ ຢູເຄຣນ ດ້ວຍການລະດົມຍິງທີ່ຮ້າຍແຮງ ສົ່ງຜົນເຮັດໃຫ້ ທ່ານເຊເລັນສກີ ຮ້ອງຂໍການຊ່ວຍເຫຼືອເພີ້ມເຕີມ

ພະນັກງານການແພດຄົນນຶ່ງ ປອບໃຈແມ່ຍິງຄົນ ຢູ່ທີ່ບໍລິເວນທີ່ເກີດເຫດການໂຈມຕີທາງອາກາດຈາກຣັດເຊຍ, ໃນເມືອງຊາໂປຣິສເຊຍ, ປະເທດຢູເຄຣນ, ວັນທີ 22 ມີນາ 2024.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຣັດ​ເຊຍ ​ໄດ້​ທໍາ​ການ​ໂຈມ​ຕີຢ່າງຮຸນແຮງ​ໃສ່​ ຢູເຄຣນ ດ້ວຍ​ການ​ຍິງ​ລູກ​ສອນ​ໄຟຫຼາຍກວ່າ 90 ລູກ ​ແລະເຮືອບິນບໍ່ມີຄົນຂັບທີ່ຜະລິດໂດຍອີຣ່ານອີກ 60 ລຳ​, ອີງຕາມລາຍງານຂອງອົງການຂ່າວ AFP.

ທ່ານກ່າວວ່າ "ມີເຮືອບິນບໍ່ມີຄົນຂັບ 'Shaheds' ຫຼາຍກວ່າ 60 ລຳ ແລະລູກສອນໄຟປະເພດຕ່າງໆເກືອບ 90 ລູກໃນການໂຈມຕີເວລາກາງຄືນນັ້ນ."

ທ່ານກ່າວອີກວ່າ "ໂລກເຫັນເປົ້າໝາຍຂອງພວກກໍ່ການຮ້າຍຣັດເຊຍຢ່າງຈະແຈ້ງທີ່ສຸດ ເທົ່າທີ່ເປັນໄປໄດ້ເຊັ່ນ: ໂຮງງານໄຟຟ້າ ແລະສາຍສົ່ງພະລັງງານໄຟຟ້າ, ເຂື່ອນໄຟຟ້ານ້ຳຕົກ, ຕຶກອາຄານທີ່ຢູ່ອາໄສທົ່ວໄປຂອງປະຊາຊົນ, ຫຼືແມ່ນແຕ່ ລົດເມແລ່ນເທິງລາງໄຟຟ້ານໍາດ້ວຍ."

ກະຊວງ​ພາຍ​ໃນ​ຂອງ​ຢູ​ເຄຣນກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ສັງຫານ​ຢ່າງ​ໜ້ອຍ 2 ຄົນ ​ແລະມີຜູ້​ບາດ​ເຈັບອີກ 14 ຄົນ, ​ໃນ​ຂະນະ​ທີ່ 3 ຄົນຍັງຄົງ​ຫາຍ​ສາບ​ສູນ.

ທ່ານກ່າວຕື່ມວ່າ "ບັດນີ້ ການບໍລິການຂອງພວກເຮົາທັງຫມົດ ແມ່ນພົວພັນກັບການກຳຈັດຜົນທີ່ຕິດຕາມມາຂອງການໂຈມຕີ. ພວກເຮົາໄດ້ໃຊ້ອຸປະກອນຫຸ່ນຍົນໃນຂົງເຂດທີ່ອັນຕະລາຍ ເພື່ອຫຼຸດຜ່ອນການບາດເຈັບຕໍ່ພະນັກງານກູ້ໄພຂອງພວກເຮົາ."

ອີກຄັ້ງນຶ່ງ, ທ່ານ ເຊເລັນສກີ ໄດ້ຮ້ອງຂໍໃຫ້ມີອາວຸດຈາກຕາເວັນຕົກເພີ້ມເຕີມ.

ທ່ານກ່າວວ່າ "ລູກສອນໄຟຂອງຣັດເຊຍບໍ່ມີຄວາມຫຼ້າຊ້າເລີຍ, ເຊັ່ນດຽວກັບຊຸດການຊ່ວຍເຫຼືອໃຫ້ແກ່ປະເທດຂອງພວກເຮົາ. 'Shahed' ບໍ່ມີການຕັດສິນໃຈໃດໆ ຄືກັບນັກການເມືອງບາງຄົນ. ມັນເປັນສິ່ງສຳຄັນທີ່ຈະເຂົ້າໃຈຜົນຂອງຄວາມຫຼ້າຊ້າ ແລະການຕັດສິນໃຈໃນການເລື່ອນເວລາອອກໄປ.

"ພວກເຮົາຈໍາເປັນຕ້ອງມີການປ້ອງກັນທາງອາກາດເພື່ອປົກປ້ອງປະຊາຊົນ, ປົກປ້ອງພື້ນຖານໂຄງລ່າງ, ບ້ານເຮືອນທັງຫຼາຍ ແລະເຂື່ອນຕ່າງໆ. ບັນດາຄູ່ພາຄີຂອງພວກເຮົາຮູ້ດີວ່າ ສິ່ງໃດຈໍາເປັນ. ແນ່ນອນ ພວກເຂົາເຈົ້າສາມາດສະໜັບສະໜຸນພວກເຮົາ, ຊີວິດຕ້ອງໄດ້ຮັບການປົກປ້ອງຈາກຜູ້ທີ່ບໍ່ແມ່ນມະນຸດຈາກມົສກູເຫຼົ່ານັ້ນ."

ອ່ານຂ່າວນີ້ເປັນພາສາອັງກິດ