ນາຍົກ ຢູເຄຣນ ກ່າວຫາ ຣັດເຊຍ ຢາກກໍ່ ສົງຄາມໂລກ ຄັ້ງທີ 3 (ສະໄລດ໌/ວີດີໂອ)

ທະຫານຣັດເຊຍ ຂັບລົດຫຸ້ມເກາະລຳລຽງພົນ ໃນບໍລິເວນ ໃກ້ໆຊາຍແດນ ຢູເຄຣນ (25 ເມສາ 2015)

ນາຍົກລັດຖະມົນຕີຢູເຄຣນ ທ່ານ Arseniy Yatsenyuk
ໄດ້ກ່າວຫາ ຣັດເຊຍວ່າ ຕ້ອງການຢາກຍຶດຄອງຢູເຄຣນ
ທັງທາງດ້ານທະຫານ ແລະການເມືອງ ໃນຂະນະທີ່ Kyiv
ແລະມົສກູ ຕ່າງກໍໄດ້ເສີມກຳລັງທະຫານຢູ່ໃກ້ໆຊາຍແດນ
ຂອງ ຕົນນັ້ນ.

ທ່ານ Yatsenyuk ເຕືອນໃນວັນສຸກມື້ນີ້ວ່າ ການກະທຳ
ຂອງຣັດເຊຍອາດຈະ ນຳໄປສູ່ບັນຫາຂັດແຍ້ງທາງດ້ານ
ທະຫານໃນຂອບເຂດທີ່ກວ້າງຂວາງຂຶ້ນຕື່ມຢູ່ໃນຢູໂຣບ.

ທ່ານກ່າວຕໍ່ກອງປະຊຸມຄະນະລັດຖະບານຊົ່ວຄາວວ່າ
ມົສກູຕ້ອງ ການຢາກຈະກໍ່ສົງຄາມໂລກຄັ້ງທີ 3 ຂຶ້ນ.

ພາບຫຼ້າສຸດ ຈາກ ຢູເຄຣນ


ຂະນະດຽວກັນ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍໄດ້ຕຳໜິ ຕິຕຽນ
ຕໍ່ອັນທີ່ທ່ານເອີ້ນວ່າ ການແຊກແຊງເພີ້ມຕື່ມເຂົ້າໄປໃນພາກຕາເວັນອອກຂອງ
ຢູເຄຣນ ບ່ອນທີ່ພວກແບ່ງແຍກດິນແດນປະກອບອາວຸດ ທີ່ນິຍົມຣັດເຊຍ ໄດ້ເຂົ້າ
ຢຶດເອົາຕຶກໂຮງການລັດຖະບານນັ້ນ.

Your browser doesn’t support HTML5

Russia's Ukraine Policy Part of Broader Shift


ໃນການຖະແຫຼງທີ່ກຸງໂຊລ ປະທານາທິບໍດີໂອບາມາກ່າວວ່າ ທ່ານຈະຫາລືກັບ ຜູ້ນຳ
ຄົນສຳຄັນໆຂອງຢູໂຣບ ໃນວັນສຸກມື້ນີ້ ກ່ຽວກັບການຈັດຕັ້ງປະຕິບັດການ ລົງໂທດ
ໃນຂອບເຂດທີ່ກວ້າງຂວາງ ໃນກໍລະນີທີ່ຣັດເຊຍເຮັດໃຫ້ສະຖານະການ ມີຄວາມເຄັ່ງ
ຕຶງເພີ້ມຂຶ້ນ.

Your browser doesn’t support HTML5

Kerry Accuses Russia of Ignoring Geneva Agreement On Ukraine


ທ່ານເວົ້າວ່າ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຕ້ອງໄດ້ຕັດສິນ ໃຈກ່ຽວ
ກັບວ່າ ທ່ານຕ້ອງການຢາກເຫັນປະເທດຂອງທ່ານຊຶ່ງມີເສດຖະກິດທີ່ຫຼໍ່ ແຫຼມຢູ່ແລ້ວ
ນັ້ນ ອ່ອນແອລົງໄປຕື່ມ ຍ້ອນທ່ານບໍ່ສາມາດດຳເນີນການທາງດ້ານ ການທູດຢູ່ໃນ
ຢູເຄຣນ.

Your browser doesn’t support HTML5

UKRAINE CNPK


ການໃຫ້ຄວາມເຫັນຂອງທ່ານໂອບາມາ ແມ່ນໄດ້ສະທ້ອນເຖິງການໃຫ້ຄວາມ ເຫັນ
ຂອງລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ທີ່ໄດ້​ກ່າວ​ຫາຣັດ​ເຊຍ
ໃນວັນພະຫັດວານນີ້ວ່າ​ ມົສກູພວມເຮັດຄວາມຜິດພາດລາຄາແພງ ທີ່ບໍ່ສາມາດ
ຢັບຢັ້ງພວກແບ່ງແຍກດິນແດນໃນຢູເຄຣນນັ້ນ.