ຊາວຣັດເຊຍ ຫຼາຍພັນຄົນ ໂຮມຊຸມນຸມປະທ້ວງ ການສໍ້ໂກງຄະແນນ ຂອງທ່ານພູຕິນ (ເບິ່ງສະໄລ໌)

  • ບົວສະຫວັນ

ພວກປະທ້ວງຫຼາຍໆພັນຄົນ ໄດ້ໂຮມຊຸມນຸມກັນທີ່ນະຄອນຫລວງມົສກູ ໃນວັນຈັນວັນທີ 05 ທັນວາ, 2011 ນີ້ ໂດຍໄດ້ຖືທຸງຊາດຣັດເຊຍ ແລະປ້າຍຄໍາຂວັນ ທີ່ຂຽນວ່າ "ການເລືອກຄັ້ງນີ້ຕັ້ງແມ່ນເລື້ອງຕະຫລົກ!" ແລະ "ໃຫ້ເອົາທາງເລືອກຄືນມາໃຫ້ປະທດ".

ພວກ​ປະ​ທ້ວງ​ຫຼາຍໆ​ພັນຄົນ ​ໄດ້ໂຮມຊຸມນຸມກັນ​ທີ່​ນະຄອນຫລວງມົສກູ ​ເພື່ອ​ປະນາມ​ນາຍົກລັດຖະມົນຕີ Vladimir Putin ​ແລະພັກສະຫະລັດ ຣັດເຊຍຫຼື United Russia ຂອງ​ທ່ານ ໃນ​ວັນ​ຈັນ​ວານ​ນີ້ 1 ມື້ ຫລັງ​ຈາກ​ມີ​ການ​ເລືອກ​ຕັ້ງລັດຖະສະພາ ທີ່​ພວກ​ນັກ​ສັງເກດ​ການ​ສາກົນ ​ແລະ​ຜູ້​ນໍາ​ຝ່າຍ​ຄ້ານ ​ເວົ້າວ່າ ​ເຕັມໄປດ້ວຍການສໍ້ໂກງຄະແນນນັ້ນ.

ເຖິງແມ່ນວ່າ ຊຶ່ງ​ຊະນະ​ບ່ອນນັ່ງຫຼາຍກວ່າໝູ່ໃນ​ສະພາ​ດູ​ມາ​ຂອງຣັດ​ເຊຍ, ຊຶ່ງ​ເປັນສະພາ​ຕໍ່ານັ້ນ ພັກ​ດັ່ງ​ກ່າວ​ຂອງ​ທ່ານ​ພູ​ຕິນທີ່​ໄດ້​ຄອບງຳການ​ເມືອງ ຣັດ​ເຊຍມາ​ໄດ້​ຫລາຍ​ກວ່າທົດ​ສະ​ວັດ​ນຶ່ງ ​ໄດ້ຮັບພຽງ​ປະມານ 50% ຂອງ​ການ​ລົງ​ຄະ​ແນນ​ສຽງທັງໝົດ ​ແລະ​ປັດຈະ​ບັນນີ້ ​ແມ່ນກໍາ 238 ບ່ອນ​ນັ່ງ ໃນສະພາ ທີ່​ມີທັງ​ໝົດ 450 ບ່ອນ​ນັ່ງນັ້ນ.

ພວກ​ປະ​ທ້ວງໄດ້​ໄປ​ເຕົ້າ​ໂຮມກັນ ​ຖ້າມກາງ​ຝົນ​ທີ່​ຕົກລົງ​ມາ ​ເພື່ອປະນາມ ການ​ເລືອກ​ຕັ້ງ ​ໂດຍ​ຮ້ອງຄໍາ​ຂັວນວ່າ “ຣັດ​ເຊຍ​ທີ່​ບໍ່ມີ ພູ​ຕິນ”. ພວກ​ປະ​ທ້ວງ​ຈຳນວນນຶ່ງ​ໄດ້​ຖືກ​ຈັບ​ກຸມ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເດີນ​ຂະ​ບວນ​ມຸ້ງໜ້າໄປຍັງວັງ​ແກຣມລິນ. ມັນ​ເປັນ​ການ​ເດີນ​ຂະ​ບວນປະ​ທ້ວງ​ຄັ້ງຍິ່ງ​ໃຫຍ່​ອັນ​ນຶ່ງ ​ໃນ​ນະຄອນຫລວງ​ຂອງຣັດ​ເຊຍ ​ໃນ​ຮອບຫລາຍໆປີ​ມານີ້.

ໃນ​ຕອນ​ເຊົ້າວັນ​ຈັນ ຄະນະ​ຕິດ​ຕາມ​ການ​ກວດກາ​ ຈາກອົງການ​ຄວາມໝັ້ນ ຄົງ ​ແລະ​ການຮ່ວມມື ​ໃນ​ຢູ​ໂຣບ ຫລື OSCE ​ໄດ້​ລາຍ​ງານ​ວ່າ ມີການ ລະເມີ​ດລະບຽບການ​ເລືອກ​ຕັ້ງຫລາຍໆບັ້ນ ​ແມ່ນເຂົ້າຂ້າງພັກ United Russia. ອົງການ OSCE ​ເວົ້າວ່າ ການລະ​ເມີດ​ຂັ້ນຕອນ​ໃນ​ການ​ເລືອກ​ຕັ້ງ ລວມມີບັນຫາ​ໃນການ​ນັບ​ຄະ​ແນນ​ສຽງ, ການ​ເຝົ້າຍາມ​ຫີບປ່ອນ​ບັດ ​ແລະການ​ຂາດ​ຄວາມ​ຍຸດຕິ​ທໍາ.

ລັດ​ຖະບານ ຂອງ​ທ່ານ​ໂອ​ບາ​ມາ ​ໄດ້​ສະ​ແດງ “ຄວາມ​ເປັນ​ຫວ່ງຢ່າງໜັກ” ກ່ຽວກັບ
ການປ່ອນບັດເລືອກຕັ້ງ ​ແລະຮຽກຮ້ອງ​ໃຫ້​ມີ​ການ​ສືບສວນສອບ​ສວນທີ່​ຄົບ​ຖ້ວນ​ຕໍ່ສິ່ງ
ທີ່ທ່ານ​ນາງ Hillary Clinton ​ເອີ້ນວ່າ “ມີ​ການ​ລາຍ​ງານ​ທີ່ໜ້າ​ເຊື່ອຖື​ໄດ້​ ກ່ຽວກັບ​ການ
ປອມ​ແປງ ແລະການສໍ້ໂກງຄະແນນ ແຕ່ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ຢືນຢັດວ່າ ການ ເລືອກຕັ້ງທີ່ວ່ານີ້ດຳເນີນໄປດ້ວຍຄວາມຍຸຕິທຳ ຊື່ສັດແລະເປັນປະຊາທິປະໄຕ.

Thousands Protest 'Fraudulent' Russian Elections | Europe | English