ຣັດເຊຍ ຈະເຮັດໃຫ້ ການຫັນເຂົ້າ ເອເຊຍ ຂອງ ສະຫະລັດ ມີຄວາມສັບສົນ

ເຮືອຮົບ ຣັດເຊຍ ຍິງຂີປະນາວຸດ ໃນລະຫວ່າງການຝຶກຊ້ອມ ຢູ່ທ່າເຮືອ Sevastopol ຂອງແຫຼມໄຄຣເມຍ. 25 ກໍລະກົດ, 2014.

ດ້ວຍ​ການ​ເຊັນ​ສັນ​ຍາ​ພາຄີ​ຂ້າມ​ມະຫາ​ສະໝຸດ​ປາຊີ​ຟິກ ຫຼື TPP ​ໃນ​ວັນ​ຈັນ​ຜ່ານມາ​ນີ້, ສະຫະລັດ ​ໄດ້​ບັນລຸ​ຂີດໝາຍ​ສຳ​ຄັນ​ໃນ​ການ​ຜັກ​ດັນ​ເພື່ອ​ເຮັດໃຫ້​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ ມີ​ຄວາມ​ສົມ​ດຸນ​ຄື​ນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາດ​ຈະ​ມີສິ່ງ​ກີດ​ຂວາງໃໝ່​ເກີດ​ຂຶ້ນ, ​ແລະ ​ໃນ​ຄັ້ງ​ນີ້, ມັນບໍ່​ແມ່ນ​ປະ​ເທດ ຈີນ.

​ໃນໄລຍະ​ສອງ​ສາມ​ເດືອນທີ່​ຜ່ານ​ມາ, ຣັດ​ເຊຍ ​ໄດ້​ເພີ່ມທະວີການ ມີໜ້າທາງທະຫານຂອງ ຕົນ​ໃນ​ພາກ​ພື້ນ​ປາຊີ​ຟິກຕາ​ເວັນ​ຕົກ​ຂຶ້ນເປັນລຳດັບມາ​ໂດຍ​ຂົ່ມຂູ່​ຈະ​ເຮັດ​ໃຫ້​ແຜນ​ຍຸດ​ທະ​ສາດ​ຂອງ​ ສະຫະລັດ​ ຢູ່​ໃນ​ພາ​ກພື້ນ​ມີ​ຄວາມ​ສັບສົນ.

​ໃນ​ການ​ປຶ​ກສາ​ຫາ​ລື​ທີ່​ສູນ​ກາງ Stimson ​ໃນ​ນະຄອນຫຼວງ ວໍ​ຊິງ​ຕັນ, ເມື່ອໄວໆມານີ້ ອະ​ດີດ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ທ່ານ Itsunori Onodera ​ໄດ້​ກ່າວ​ວ່າ ກຳລັງ​ປ້ອງ​ກັນ​ປະ​ເທດຂອງ ຍີ່​ປຸ່ນ ​ໄດ້​ນຳ​ເຮືອ​ບິນ​ຂຶ້ນ​ສະກັດ​ກັ້ນ ​ການ​ລວ່ງລ້ຳ​ເຂດແດນຂອງເຮືອບິນ​ຮົບ​ ຣັດ​ເຊຍ ​ໃນ​ທາງ​ພາກ​ເໜືອຫຼາຍ​ກວ່າ ການ​ລວ່ງ​ລ້ຳຂອງ​ ຈີນ ຢູ່​ທາງ​ພາກ​ໃຕ້ໃນບໍລິເວນ ເກາະ Senkaku ເຊິ່ງຈີນເອີ້ນ​ວ່າ​ເກາະ Diaoyu. ສະຫະລັດ ​ແມ່ນ​ພັນ​ທະ​ມິດ​ທີ່​ແຂງ​ແກ່ນ​ຂອງ ຍີ​ປຸ່ນ, ​ແລະ ມີຂໍ້​ຜູກ​ມັດ​ດ້ວຍ​ສົນ​ທິສັນຍາ ​ເພື່ອ​ປົກ​ປ້ອງ​ປະ​ເທດ​ຍີ່ປຸ່ນ ຕໍ່​ການ​ຮຸກ​ຮານ​ຂອງ​ຕ່າງ ປະ​ເທດ.

​ພົນ​ເຮືອ​ເອກ Harry Harris ​ຜູ້​ບັນຊາ​ການຢູ່ກອງ​ບັນ​ຊາ​ການປາຊີ​ຟິກ ສະຫະລັດ, ​ໄດ້​ກ່າວ​ຕໍ່​ລັດຖະສະພ​າ​ໃນ​ເດືອນ​ທີ່​ຜ່ານ​ມານີ້​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ ກາ​ນເຂົ້າ​ໄປ​ປະກົດ​ຕົວ​ໃນ​ພາກ​ພື້ນ​ປາຊີ​ຟິກ​ເພີ່ມ​ຂຶ້ນໂດ​ຍທະຫານ ຣັດ​ເຊຍ.

​ໃນສ່ວນ​ທີ່​ເອີ້ນ​ວ່າ ແຜນການຍຸດທະສາດເພື່ອ “ຫັນ” ໄປສູ່​ເອ​ເຊຍນັ້ນ, ກອງທັບເຮືອ ສະຫະລັດ ​ໄດ້​ສັນຍາ​ທີ່​ຈະ​ສົ່ງ 60 ​ເປີ​ເຊັນ​ຂອງ​ເຮືອ​ຮົບ​ ຕົນ​ໄປຍັງພາກ​ພື້ນ​ດັ່ງກ່າວ ​ເຊິ່ງ​ເຊື່ອ​ກັນໂດຍ​ຜູ້​ສັງ​ເກດ​ການ​ຫຼາຍ​ຄົນ ​ວ່າ​ແມ່ນເພື່ອໂຕ້​ຕອບ​ຕໍ່ການ​ມີ​ອິດທິພົນທາງທະຫານ​ເພີ່ມ​ຂຶ້ນ​ຂອງ​ຈີນ.