ຣັດເຊຍແລະຈີນ ຮຽກຮ້ອງໃນວັນພະຫັດວານນີ້ ໃຫ້ຜ່ອນຜັນການລົງໂທດຂອງສາກົນ
ຕໍ່ເກົາຫຼີເໜືອ ເພື່ອເປັນສິນນ້ຳໃຈ ໃນການປົດອາວຸດນິວເຄລຍ ທີ່ອາດຈະເປັນອັນຕະ
ລາຍ ຕໍ່ຄວາມເປັນນ້ຳນຶ່ງໃຈດຽວຂອງສາກົນ ໃນການກົດດັນຕໍ່ພຽງຢາງນັ້ນ.
ລັດຖະມົນຕີຕ່າງປະເທດນຈີນ ທ່ານວັງ ຢິ ກ່າວຢູ່ກອງປະຊຸມລະດັບສູງ ຂອງສະພາ
ຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບເກົາຫຼີເໜືອວ່າ “ຈີນເຊື່ອຢ່າງແຂງຂັນວ່າ
ການກົດດັນບໍ່ແມ່ນບ່ອນສິ້ນສຸດ. ທັງການຈັດຕັ້ງປະຕິບັດໃນການລົງໂທດ ແລະສົ່ງ
ເສີມໃນການແກ້ໄຂທາງດ້ານການເມືອງ ແມ່ນມີຄວາມສຳຄັນເທົ່າໆກັນ ພາຍໃຕ້ມະ
ຕິຂອງສະພາຄວາມໝັ້ນຄົງ.”
ລັດຖະມົນຕີຕ່າງປະເທດນຈີນ ທ່ານວັງ ຢິ ກ່າວຢູ່ກອງປະຊຸມລະດັບສູງ ຂອງສະພາ ຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບເກົາຫຼີ ມັນທີ 27 ກັນຍາ 2018.
ທ່ານວັງໄດ້ຮຽກຮ້ອງໃຫ້ສະມາຊິກ 15 ປະເທດຂອງສະພາຄວາມໝັ້ນຄົງ ພິຈາລະນາໃຊ້ຂໍ້ກຳນົດ ໃນມະຕິຕ່າງໆ ທີ່ອະນຸຍາດໃຫ້ດັດແປງການລົງໂທດໄດ້.
ທ່ານວັງກ່າວວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ ຫຼື ສປປ ເກົາຫຼີ “ເມື່ອເວົ້າເຖິງການເຄື່ອນໄຫວໃນທາງບວກລະຫວ່າງເກົາຫຼີແລະຄວາມສຳພັນ ຂອງ ສປປ ເກົາຫຼີ ກັບສະຫະລັດ ແລະການໃຫ້ຄຳໝັ້ນສັນຍາ ຂອງ
ສປປ ເກົາຫຼີ ແລະການເອົາມາດຕະການເພື່ອປົດອາວຸດນິວເຄລຍ ຈີນເຊື່ອວ່າສະພາຄວາມໝັ້ນຄົງຕ້ອງການພິຈາລະນາໃຫ້ຍົກເລີກຂໍ້ກຳນົດດັ່ງກ່າວນີ້ ເພື່ອຈະຊຸກຍູ້ໃຫ້ ສປປ ເກົາຫຼີ ແລະບັນດາພັກຝ່າຍທີ່ກ່ຽວຂ້ອງເພື່ອເຄື່ອນໄຫວໄປ
ໜ້າໃນການປົດອາວຸດນິວເຄລຍ.”
ທ່ານເຊີຣເກ ຣັຟຣອຟ ລັດຖະມົນຕີຕ່າງປະເທດຣັດເຊຍ ກ່າວທີ່ມົສກູ ໃນທີ 28 ພຶດສະພາ 2018.
ລັດຖະມົນຕີຕ່າງປະເທດຣັດເຊຍເປັນຜູ້ທີສອງທີ່ເຫັນພ້ອມກັບການສະເໜີຂອງຈີນ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ຢູ່ກອງປະຊຸມກ່ຽວກັບເກົາຫຼີເໜືອ ທີ່ສະຫະປະຊາຊາດ ວັນທີ 27 ກັນຍາ 2018.
ທ່ານເຊີເກ ລາວຣອຟ ກ່າວຕໍ່ບັນດາສະມາຊິກສະພາຄວາມໝັ້ນຄົງວ່າ “ບາດກ້າວໂດຍ ສປປ ເກົາຫຼີ ໄປສູ່ຂັ້ນຕອນການປົດອາວຸດ ຄວນໄດ້ຕິດຕາມ ໂດຍ ການຫລຸດຜ່ອນການລົງໂທດ.” ທ່ານກ່າວວ່າ ການຮຽກຮ້ອງ ຂອງປະເທດຕາເວັນຕົກເພື່ອສືບຕໍ່ກົດເກົາຫຼີເໜືອນັ້ນ ປາກົດວ່າ “ບໍ່ເໝາະສົມແລະບໍ່ຖືກເວລາ” ເຖິງແມ່ນວ່າເກົາຫຼີເໜືອ ໄດ້ຮັບເອົາ “ບາດກ້າວທີ່ສຳຄັນ ໄປສູ່ການປົດອາວຸດ
ນິວເຄລຍ.”
Your browser doesn’t support HTML5
Russia, China Clash With US Over North Korea Sanctions
ທ່ານລາວຣອຟ ກ່າວວ່າ ສະພາຄວາມໝັ້ນຄົງຄວນສົ່ງ "ສັນຍານໃນທາງບວກ” ໄປໃຫ້ເກົາຫຼີເໜືອ ແລະຖາມວ່າ ເປັນຫຍັງບັນດາສະມາຊິກຈຳນວນນຶ່ງ "ດື້ດຶງ" ບໍ່ຍອມປະຕິບັດ. ທ່ານກ່າວວ່າ ຣັດເຊຍພ້ອມແລ້ວທີ່ຈະຮ່າງມະຕິສະພາເພື່ອຊຸກຍູ້ແຮງກະຕຸ້ນຢູ່ອ້ອມແອ້ມແຫຼມເກົາຫຼີ.