ຣັດເຊຍເລິ່ມສົ່ງນໍ້າມັນໃຫ້ຈີນ ຜ່ານເຂດໄຊບີເຣຍ

  • ທອງປານ ເທບວົງສາ

ທ່ານ Dmitry Medvedev ປະທານາທິບໍດີຣັດເຊຍ ແລະທ່ານ ຫູຈິນເຖົາ ປະທານປະເທດຈີນ ທໍາພິທີເປັນສັນຍາລັກ ໄຂທໍ່ລໍາລຽງນໍ້າມັນ, ເມື່ອເດືອນກັນຍາ 2010.

ຣັດ​ເຊ​ຍ​ໄດ້​ເລີ້ມ​ສົ່ງ​ນໍ້າມັນ​ໃນ​ປະລິມານ​ຫລວງຫລາຍ​ໄປ​ໃຫ້​ຈີນ​ ທາງ​ທໍ່​ສົ່ງນໍ້າມັນ ທີ່​ສ້າງ​ຂຶ້ນ​ໃໝ່ ​ຜ່ານ​ເຂດ​ໄຊ​ບີ​ເຣຍຂອງຣັດ​ເຊຍ​.

ໃນ​ວັນ​ຂຶ້ນປີ​ໃໝ່ 2011 ມື້ວານ​ນີ້ ນໍ້າມັນ​ດິບ​ໄດ້ເລີ້ມໄຫລ​ຜ່ານ​ທໍ່​ສົ່ງ​ນໍ້າມັນ​ທີ່​ຍາ​ວ​ຫລາຍ​ກວ່າ 3600 ຫລັກ​ກິ​ໂລ​ແມັດ​ ​ແລະ​ເນ່ງຈາກເຂດ​ຕາ​ເວັນ​ອອກ​ຂອງໄຊ​ບີ​ເຣຍຂອງຣັດ​ເຊຍ​ ໄປ​ຫາ​ເມືອງຕ້າ​ຈິງ ທາງ​ກໍ້າ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ. ຣັດ​ເຊຍ ຊຶ່ງ​ເປັນ​ປະ​ເທດ​ສົ່ງ​ອອກ​ນໍ້າມັນ​ດິບ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ມີ​ແຜນ​ທີ່ ຈະ​ສົ່ງ​ນໍ້າມັນ​ ​ຫລາຍ​ກວ່າ 3 ​ເ​ເສນຖັງ​ຕໍ່​ມື້​ ໄປ​ໃຫ້​ຈີນ ຊຶ່ງ​ເປັນ​ປະ​ເທດ​ທີ່ໃຊ້ ​ພລັງ​ງານ​ລາຍ​ໃຫຍ່ທີ່​ສຸດ​ໃນ​ໂລກ.

ຂໍ້​ຕົກລົງ​ກັນ​ດັ່ງກ່າວ​ ​ໄດ້ຊ່ອຍ​ສ້າງ​ຄວາມ​ໝັ້ນໜຽວ​ໃຫ້​ແກ່ສາຍ​ພົວພັນ​ທີ່ພວມ ຂະຫຍາຍ​ໂຕ​ໃຫຍ່​ຂຶ້ນ​ນັບ​ມື້ລະຫວ່າງສອງປະ​ເທດນັ້ນ. ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ ​ແລະ​ທ່ານ Demitry Medvedev ປະທານາທິບໍດີຣັ​ດ​ເຊຍ​ໄດ້​ທໍາ​ພິທີ​ເປັນ​ສັນຍາ​ລັກໄຂ​ ທໍ່​ລໍາລຽງ​ນໍ້າມັນ​ດັ່ງກ່າວ ໃນ​ທ້າຍ​ເດືອນ​ກັນຍາ​ທີ່​ຜ່ານ​ມາ​ນັ້ນ ​ແລະຕັ້ງ​ແຕ່​ນັ້ນມາ ກໍໄ​ດ້ມີ​ການ​ທົດ​ສອບ​ການໃຊ້​ທໍ່​ສົ່ງ​ນໍ້າມັນດັ່ງກ່າວຫລາຍ​ຄັ້ງ.

ການ​ສົ່ງ​ນໍ້າມັນ​ຜ່ານ​ທໍ່ໃໝ່​ນີ້ ຈະ​ເພີ່ມ​ປະລິມານ​ນໍ້າມັນທີ່ຣັດ​ເຊຍສົ່ງ​ໃຫ້​ຈີນນັ້ນຂຶ້ນ​ເປັນ​ສອງ​ເທົ່າ​. ກ່ອນ​ໜ້າ​ນີ້ ຣັດ​ເຊຍ​ໄດ້​ສົ່ງ​ນໍ້າມັນ​ດິບ​ຂອງ​ຕົນ​ໃຫ້​ຈີນໂດຍ ​ທາງ​ລົດ​ໄຟ​ໄປ​ຍັງ​ເມືອງ​ທ່າ Kozmino ​ ​ແຄມ​ຝັ່ງ​ມະຫາ​ສະໝຸດ​ປາຊີ​ຟິກ. ພາຍ​ໃຕ້​ຂໍ້​ຕົກລົງ​ສ້າງ​ທໍ່​ລໍາລຽງ​ນໍ້າມັນ​ໃນ​ປີ 2009 ລະຫວ່າງ​ສອງ​ປະ​ເທດ ຈີນຈະ​ໄດ້​ຮັບ​ນໍ້າມັນ​ດິບ​ເປັນ​ເວລາ 20 ປີ ​ໃນ​ການ​ແລກປ່ຽນ​ກັບ​ການ​ໃຫ້ເງິນ​ກູ້​ຢືມ ຈໍານວນ 20 ຕື້​ໂດ​ລາ​ ແກ່​ຣັດ​ເຊຍ​.