ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່າວວ່າ
ປະເທດຂອງທ່ານແມ່ນກຽມພ້ອມທີ່ຈະນໍາ ໃຊ້ທາງເລືອກ
ທັງໝົດທີ່ມີຢູູ່ເພື່ອປົກປ້ອງຊາວຣັດເຊຍຢູ່ໃນຢູເຄຣນແຕ່
ກໍກ່າວຕື່ມວ່າ ທ່ານຫວັງວ່າ ຈະບໍ່ໄດ້ໃຊ້ກໍາ ລັງ.
ທ່ານ Putin ໄດ້ມີຄວາມເຫັນດັ່ງກ່າວ ໃນວັນອັງຄານມື້ນີ້
ທ່າມກາງວິກິດການທີ່ໃຫຍ່ຂຶ້ນ ເລື້ອຍໆ ກ່ຽວການມີໜ້າ
ຂອງກອງທະຫານຣັດເຊຍ ຢູ່ໃນເຂດ ໄຄຣເມຍ ຂອງຢູເຄຣນ
ນັ້ນ. ສະຫະລັດແລະບັນດາພັນທະມິດໃນຢູໂຣບ ກຳລັງພິຈາ
ລະນາ ຈະທຳການລົງໂທດຕໍ່ຣັດເຊຍ ທີ່ໄດ້ສົ່ງທະຫານເຂົ້າ
ໄປໃນຢູເຄຣນ.
ທ່ານ Putin ເວົ້າວ່າ ພວກທີ່ພິຈາລະນາຈະທຳການລົງໂທດຣັດເຊຍນັ້ນ ກໍຄວນຈະ
ພິຈາລະນາເຖິງຄວາມເສຍຫາຍ ທີ່ພວກເຂົາເຈົ້າເອງກໍຈະໄດ້ຮັບເຊັ່ນກັນ ຈາກການ
ລົງໂທດນັ້ນ.
ວີດີໂອທີ່ກ່ຽວຂ້ອງ ລາຍງານໂດຍ: Luis Ramirez:
ໃນການສະແດງຄວາມເຫັນອອກມາຢ່າງເປີດເຜີຍເປັນເທື່ອທຳອິດຫລັງຈາກທີ່ປະທາ
ນາທິ ບໍດີຢູເຄຣນທີ່ຖືກໂຄ່ນລົ້ມ ທ່ານ Viktor Yanukovych ໄດ້ຫລົບໜີອອກຈາກ
ນະຄອນຫລວງ Kyiv ໄປນັ້ນ ຜູ້ນຳຣັດເຊຍ ເອີ້ນການປ່ຽນແປງດ້ານອຳນາດຢູ່ໃນ
ຢູເຄຣນວ່າ ເປັນການ “ລັດຖະປະຫານ” ທີ່ບໍ່ຖືກຕ້ອງຕາມລັດຖະທໍາມະນູນ ແລະວ່າ
ທ່ານ Yanukovych ຍັງເປັນຜູ້ນຳທີ່ຖືກຕ້ອງຊອບທໍາຂອງຢູເຄຣນ ເຖິງແມ່ນທ່ານບໍ່ມີ
“ອະນາຄົດທາງການເມືອງ”ແລ້ວກໍຕາມ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ເດີນທາງໄປຮອດ
ນະຄອນ ຫລວງ Kyiv ໃນວັນອັງຄານມື້ນີ້ ຊຶ່ງຢູ່ທີ່ນັ້ນ ທ່ານຈະພົບປະກັບບັນດາ
ສະມາຊິກຂອງລັດຖະບານຊົ່ວຄາວ ແລະກ່າວເນັ້ນເຖິງ ການສະໜັບສະໜູນຂອງ
ສະຫະລັດ ຕໍ່ອະທິປະໄຕຂອງຢູເຄຣນ.
ໃນຂະນະທີ່ທ່ານ Kerry ກໍາ ລັງເດີນທາງໄປຍັງນະຄອນຫຼວງຂອງຢູເຄຣນນັ້ນ
ປະທານາ ທິບໍດີ Putin ໄດ້ມີຄໍ່ສັ່ງໃຫ້ ທະຫານຫຼາຍສິບພັນຄົນ ທີ່ທຳການເຝິກ
ແອບ ຢູ່ໃນພາກຕາເວັນຕົກຂອງຣັດເຊຍ ໃກ້ໆກັບຊາຍແດນຢູເຄຣນນັ້ນ ກັບຄືນ
ໄປຍັງຖານທັບ. ການເຝິກແອບ ດັ່ງກ່າວແມ່ນຮອດກໍາ ນົດເສັດສິ້ນລົງ ສະນັ້ນ
ຈຶ່ງບໍ່ເປັນທີ່ແຈ້ງຂາວວ່າ ຄໍາ ສັ່ງໃຫ້ກັບຄືນຄ້າຍນັ້ນ ແມ່ນເພື່ອລຸດຜ່ອນຄວາມ
ເຄັ່ງຕຶງຕ່າງໆລົງ ຫຼືບໍ່.
ກຸງມົສກູ ໄດ້ປະຕິເສດວ່າ ການຝຶກແອບທາງທະຫານຂອງຕົນ ທີ່ໄດ້ເລີ່ມຂຶ້ນ
ໃນສັບປະດາທີ່ແລ້ວນີ້ ບໍ່ໄດ້ມີສ່ວນກ່ຽວຂ້ອງກັບສະຖານະການໃນຢູເຄຣນ.

Your browser doesn’t support HTML5