ທ່ານ Putin ​ແລະ ທ່ານ Abbott ຂໍໃຫ້ເລັ່ງ ການສືບສວນ ກ່ຽວກັບ ຖ້ຽວບິນ MH17

ທ່ານ Putin (ຂວາ) ພົບປະກັບທ່ານ Abbott ຢູ່ຂ້າງນອກ ກອງປະຊຸມສຸດຍອດ APEC ທີ່ປັກກິ່ງ 11 ພະຈິກ, 2014.

ປະທານາທິບໍດີຣັດ​ເຊຍທ່ານ Vladimir Putin ​ແລະ​ນາຍົກລັດຖະ
ມົນຕີອອສ​ເຕຣ​ເລຍທ່ານ Tony Abbott ​ໄດ້​ຕົກລົງ​ກັນເຖິງຄວາມ
ຈຳເປັນ ເພື່ອໃຫ້​ເລັ່ງ ການ​ສືບ​ສວນ ກ່ຽວກັບການທີ່ ເຮືອບິນຂອງ
ສາຍ​ການບິນ​ມາ​ເລ​ເຊຍ ທີ່ໄດ້​ຕົກ ຢູ່ໃນ​ພາກ​ຕາ​ເວັນ​ອອກ ​ຂອງ​ຢູ
​ເຄຣນ ນັ້ນ.

ຖະແຫຼງການ​ຂອງວັງ​ຄຣິມລິນ ກ່າວ​ວ່າ ການ​ສົນທະນາ​ຫາລື​ກ່ຽວ​ກັບເລື່ອງເຮືອບິນ​ຕົກໃນ ກໍລະກົດຜ່ານມາ ໄດ້ຄອບງຳການພົບປະ​ໃນ​ວັນ​ອັງຄານ​ມື້​ນີ້ ລະຫວ່າງຜູ້ນຳທັງສອງ ຢູ່​ຂ້າງ​ນອກ​ກອງ​ປະຊຸມ​ສຸດຍອດ​ດ້ານເສດຖະກິດ​ຂອງ​ເຂດ​ເອ​ເຊຍ​ແລະ​ປາຊີ​ຟິກ ທີ່​ກຳລັງ​ດຳ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້ ທີ່​ນະ​ຄອນ​ປັກ​ກິ່ງ.

ການ​ພົບ​ປະກັນ​ທີ່​ວ່າ​ນີ້ ໄດ້ມີການຈັບ​ຕາເບິ່ງຢ່າງ​ໃກ້ຊິດ ນັບ​ຕັ້ງ​ແຕ່ນາຍົກລັດຖະມົນຕີ Abbott ​ໄດ້​ຂູ່ເມື່ອໄວໆມານີ້ວ່າ ຈະ​ປະ​ເຊີນ​ໜ້າຢ່າງແຂງຂັນ​ກັບປະທານາທິບໍດີຣັດ​ເຊຍ ທ່ານ Putin ກ່ຽວ​ກັບ​ການກ່າວຫາ​ທີ່ວ່າຣັດ​ເຊຍ​ມີ​ສ່ວນ​ພົວພັນ​ໃນ​ເລື່ອງເຮືອບິນຕົກ​ເມື່ອ ເດືອນ​ກໍລະກົດ​ຜ່ານ​ມາ​ນີ້.

​ໂຄສົກທ່ານ Putin ​ໄດ້​ກ່າວ​ວ່າ ຜູ້ນຳ​ຂອງ​ອອສ​ເຕຣ​ເລຍ ​ເບິ່ງຄື​ວ່າ​ບໍ່​ໄດ້​ທຳ​ຕາມ​ຄຳ​ຂົ່ມຂູ່​ ຂອງ​ທ່ານ ຕາມທີ່​ໄດ້​ກ່າວ​ໄວ້ວ່າ ເຊິ່ງໜ້າ ຫຼື “ກະທົບ​ໄລ່” ກັບ​ປະທານາທິບໍດີຣັດ​ເຊຍ
ຊຶ່ງ​ເປັນເທັກ​ນິກ ທີ່ໃຊ້ກັນໃນກົດກະຕິ​ກາການຫຼິ້ນ​ຟຸດ​ບອນ​ຂອງອອສ​ເຕຣ​ເລຍນັ້ນ.

​ປະ​ເທດ​ຕາ​ເວັນ​ຕົກຫລາຍໆປະເທດ ໄດ້ກ່າວ​ຫາກຸ່ມ​ຫົວ​ແບ່ງ​ແຍກ​ດິນ​ແດນ​ ທີ່​ໜຸນ​ຫຼັງ​ໂດຍ
ຣັດ​ເຊຍນັ້ນວ່າ ​ເປັນ​ຜູ້ຍິງ​ເຮືອບິນ​ລຳ​ດັ່ງກ່າວ​ຕົກ ​ໃນ​ຂະນະ​ທີ່ໄດ້ບິນ​ຜ່າ​ນ​ເຂດທີ່​ຄວບ​ຄຸມ​ໂດຍ​ພວກ​ກະບົດ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຊຶ່ງ​ເຮືອບິນ​ລຳ​ນີ້ ກຳລັງ​ເດີນທາງ​ອອກຈາກ Amsterdam ໄປຍັງນະຄອນ Kuala Lumpur.

ເນເທີແລນ ໄວ້ອາໄລ ແກ່ພວກເຄາະຮ້າຍ ຖ້ຽວບິນ MH17