ຣັດເຊຍ ໂຈມຕີຫຼາຍຂົງເຂດ ໃນ ຢູເຄຣນ ດ້ວຍເຮືອບິນບໍ່ມີຄົນຂັບ ກ່ອນວັນຄົບຮອບການຮຸກຮານ

  • ວີໂອເອ

ທະຫານຢູເຄຣນ ກະກຽມພາຫະນະປືນໃຫຍ່ທີ່ຍິງໄດ້ເອງ ເພື່ອຍິງໃສ່ຄ້າຍຂອງ ຣັດເຊຍ ທີ່ຢູ່ແນວໜ້າ ໃນພາກພື້ນດອນເນດສ໌, ຢູເຄຣນ, ວັນທີ 16 ກຸມພາ 2024.

ກອງທັບ​ຢູ​ເຄຣນກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ກອງ​ກຳລັງ​ຂອງຣັດ​ເຊຍ​ໄດ້ທໍາການ​ໂຈມ​ຕີດ້ວຍ​ເຮືອບິນບໍ່ມີຄົນຂັບ 10 ລຳ ​ແລະ​ລູກ​ສອນ​ໄຟ​ນຶ່ງລູກ ໃນຕອນກາງຄືນທີ່ຜ່ານມາ.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ກອງກໍາລັງ​ປ້ອງ​ກັນທາງອາກາດ​ອາກາດ​ຂອງ​ປະ​ເທດ​ ໄດ້​ທຳລາຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 8 ລຳ ດ້ວຍ​ການ​ສະກັດ​ກັ້ນ​ທີ່​ເກີດ​ຂຶ້ນ​ຢູ່ໃນຂົງ​ເຂດ ໂປລຕາວາ (Poltava), ດນີໂປຣເປໂຕຣບສ໌ (Dnipropetrovsk), ຊາໂປຣິສເຊຍ (Zaporizhzhia) ແລະ ຄາກີບ (Kharkiv).

ການ​ບຸກ​ໂຈມ​ຕີ​ຢູເຄຣນ​ຂອງຣັດ​ເຊຍ ​ໄດ້​ເລີ້ມຕົ້ນຂຶ້ນ​ໃນ​ວັນ​ທີ 24 ກຸມພາ ປີ 2022, ​ແລະ​ໃນ​ຂະນະ​ທີ່​ວັນ​ຄົບຮອບ 2 ປີໃກ້​ຈະ​ມາ​ເຖິງນີ້ ບັນດາຜູ້ນຳ​ຂອງ​ກຸ່ມ​7 ​ປະ​ເທດ​ອຸດສາຫະກຳ​ຊັ້ນ​ນຳ​ ກໍຈະໄດ້​ຈັດ​ກອງ​ປະຊຸມ​ຜ່ານທາງອອນລາຍ​ໃນ​ວັນ​ເສົານີ້ ​ເພື່ອຫາລື​ກ່ຽວ​ກັບ​ການ​ສະໜັບສະໜຸນ​ຢູເຄຣນ.

ໂຄສົກທຳນຽບຂາວ ທ່ານນາງຄາຣີນ ຊັງ-ປີແອ (Karine Jean-Pierre) ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ວ່າ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຍັງຈະເຂົ້າຮ່ວມໃນການເຈລະຈາ, ແລະກຸ່ມດັ່ງກ່າວ ຈະເນັ້ນຢໍ້າເຖິງ “ບາດກ້າວທີ່ພວກເຮົາສາມາດດຳເນີນຮ່ວມກັນ ເພື່ອສືບຕໍ່ຕ້ານ ຣັດເຊຍ.”

ອ່ານຂ່າວນີ້ເປັນພາສາອັງກິດ