ຣັດເຊຍ ປະກາດຢຸດຍິງ ເພື່ອການອົບພະຍົບຄັ້ງໃໝ່ ສຳລັບເມືອງ ທີ່ຖືກ​ປິດລ້ອມ ຂອງ ຢູເຄຣນ

ທະຫານ ຢູເຄຣນ ຍ່າງຜ່ານຫາງຂອງເຮືອບິນຖິ້ມລະເບີດ Su-34 ຢູ່ໃນຕຶກທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ ຄາຄີຟ, ຢູເຄຣນ, 8 ມີນາ, 2022. (AP Photo/Andrew Marienko)

ຣັດເຊຍ ໄດ້ປະກາດແຜນການຢຸດຍິງຄັ້ງໃໝ່ໃນວັນພຸດມື້ນີ້ ເພື່ອອະນຸຍາດໃຫ້ພົນລະເຮືອນໜີອອກຈາກຫຼາຍພາກສ່ວນຂອງ ຢູເຄຣນ ທີ່ຖືກປິດລ້ອມ ໂດຍ ຣັດເຊຍ, ນຶ່ງວັນຫຼັງຈາກຫຼາຍພັນຄົນສາມາດໜີອອກຈາກເມືອງແຫ່ງນຶ່ງໃນພາກຕາເວັນອອກສຽງເໜືອຂອງ ຢູເຄຣນ ໃນຂະນະທີ່ບັນ ດາເຈົ້າໜ້າທີ່ ຢູເຄຣນ ໄດ້ກ່າວຫາ ຣັດເຊຍ ກ່ຽວກັບ ການລະດົມຍິງໃສ່ເສັ້ນທາງການອົບພະຍົບອີກແຫ່ງນຶ່ງ ໃນພາກໃຕ້ຂອງປະເທດ.

ຣັດເຊຍ ໄດ້ກ່າວວ່າການຢຸດຍິງຂອງວັນພຸດມື້ນີ້ຈະອະນຸຍາດໃຫ້ປະຊາຊົນໜີອອກຈາກນະຄອນ ຫຼວງ ກີຢິບ, ເຊີນີຮີຟ, ຊູມີ, ຄາຄີຟ ແລະ ມາຣິວໂປລ.

ຮອງນາຍົກລັດຖະມົນຕີ ຢູເຄຣນ ທ່ານນາງ ໄອຣີນາ ເວເຣັສຊຸກ ໄດ້ກ່າວວ່າ 5000 ຄົນສາມາດອົບພະຍົບ ອອກຈາກເມືອງ ຊູມີ ໃນວັນອັງຄານວານນີ້.

ແຕ່ໃນເມືອງ ມາຣິວໂປລ, ບ່ອນທີ່ການປິດລ້ອມຂອງ ຣັດເຊຍ ໄດ້ເຮັດໃຫ້ເມືອງທ່າເຮືອທາງພາກຕາເວັນອອກສຽງໃຕ້ດັ່ງກ່າວມີໄຟຟ້າ, ອາຍຮ້ອນ, ອາຫານ ແລະ ນໍ້າໜ້ອຍລົງນັ້ນ, ຄວາມພະຍາ ຍາມທີ່ຈະນຳເອົາປະຊາຊົນອອກມາໃນວັນອັງຄານວານນີ້ ແມ່ນໄດ້ປະສົບຄວາມລົ້ມແຫຼວ, ດ້ວຍທ່ານນາງ ເວເຣັສຊຸກ ກ່າວວ່າ ກອງກຳລັງ ຣັດເຊຍ ໄດ້ຍິງໃສ່ຂະບວນລົດຂົນສົ່ງດ້ານມະນຸດສະທຳ.

ໂຄສົກອົງການກາແດງ ທ່ານ ອີວານ ວັອດສັນ ໄດ້ກ່າວວ່າ “ສະຖານະການໃນເມືອງ ມາຣິວໂປລ ແມ່ນຫາຍະນະ.”

ເມື່ອຖືກຖາມໂດຍວີໂອເອ ກ່ຽວກັບ ຣັດເຊຍ ລະດົມຍິງໃສ່ເສັ້ນທາງມະນຸດສະ ທຳນັ້ນ, ເຈົ້າໜ້າທີ່ອະວຸໂສປ້ອງກັນປະເທດທ່ານນຶ່ງໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າມັນ “ບໍ່ຖືກ ຕ້ອງ” ທີ່ ຣັດເຊຍ ປະກາດເສັ້ນທາງມະນຸດສະ ທຳ ທີ່ຂຶ້ນໄປພາກເໜືອ ເຂົ້າໄປໃນ ເບລາຣຸສ ຫຼື ຣັດເຊຍ.

ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ເວົ້າວ່າ “ເພື່ອຢຸດການລະດົມຍິງນັ້ນ, ພວກເຮົາ ແລະ ປະຊາຄົມສາກົນທັງໝົດຂໍຮຽກຮ້ອງໃຫ້ ຣັດເຊຍ ອະນຸຍາດການເດີນທາງຢ່າງປອດໄພອອກຈາກໃຈກາງເມືອງສຳລັບປະຊາຊົນ ຢູເຄຣນ ໄປຫາບ່ອນອື່ນໃນ ຢູເຄຣນ, ໃນປະເທດຂອງເຂົາເຈົ້າເອງ,” ໂດຍທ່ານໄດ້ກ່າວຢໍ້າວ່າ “ສະຫະລັດ ຈະບໍ່ມີສ່ວນຮ່ວມທາງທະຫານ ໃນການຕໍ່ສູ້ຄັ້ງນີ້ໃນ ຢູເຄຣນ.”

ໜ່ວຍບໍລິການເຫດສຸກເສີນ ຢູເຄຣນ ໄດ້ກ່າວວ່າການຖິ້ມລະເບີດຂອງ ຣັດເຊຍ ໃນຄືນວັນອັງຄານວານນີ້ໄດ້ແນເປົ້າໃສ່ເມືອງ ຄາຄີຟ ພ້ອມກັບເຂດຊານເມືອງນະຄອນຫຼວງ ກີຢິບ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ປະກາດການຫ້າມນຳເຂົ້ານໍ້າມັນ ຣັດເຊຍ ແລະ ພະລັງງານອື່ນໆໃນວັນອັງຄານວານນີ້ ເພື່ອຕອບໂຕ້ສຳລັບການບຸກລຸກ ຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ