ເຮືອບິນລົບຈາກກຳປັ່ນບັນທຸກເຮືອບິນພຽງລຳດຽວຂອງຣັດເຊຍແລະເຮືອພິຄາດຕິດລູກສອນໄຟ ໄດ້ທຳການໂຈມຕີເປົ້າໝາຍຕ່າງໆຢູ່ຊີເຣຍ ໃນວັນອັງຄານວານນີ້ ໂດຍຖິ້ມລະເບີດໃສ່ເຂດຕ່າງໆທາງກ້ຳຕາເວັນຕົກສຽງໃຕ້ຂອງເມືອງ Aleppo ໃນຂະນະທີ່ເຮືອບິນຂອງລັດຖະບານຊີເຣຍເລີ້ມການໂຈມຕີດ້ວຍລະເບີດຖັງຮອບໃໝ່ໃສ່ເຂດໃຈກາງເມືອງ.
ການໂຈມຕີເທື່ອທຳອິດຂອງຣັດເຊຍຈາກກຳປັ່ນບັນທຸກເຮືອບິນພົນເອກ Kuznetsov ທີ່ ກຳລັງແລ່ນຢູ່ໃນທະເລເມດີເທີເຣນຽນ ໄດ້ບັນລະຍາຍ ໂດຍວັງເຄຣັມລິນ ໃນວັນອັງຄານວານນີ້ວ່າ ໄດ້ແນເປົ້າໝາຍໃສ່ພວກຫົວຮຸນແຮງຈັດ ໃນແຂວງ Idlib ແລະ Homs.
ຮູບຈາກວີດີໂອ ທີ່ນຳອອກເຜີຍແຜ່ ໂດຍກະຊວງປ້ອງກັນປະເທດຣັດເຊ ເມື່ອວັນທີ 15 ພະຈຶກ 2016 ສະແດງໃຫ້ເຫັນ ເຮືອບິນພວມບິນຂຶ້ນ ຈາກກຳປັ່ນບັນທຸກເຮືອບິນ Kuznetsov ທີ່ພວມແລ່ນຢູ່ ໃກ້ໆແຄມຝັ່ງຊີເຣຍ.
ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ເຮືອພິຄາດຂອງກອງທັບເຮືອກໍໄດ້ຍິງລູກສອນໄຟນຳວິຖີ ໃສ່ເປົ້າໝາຍຕ່າງໆ ໃນພາກເໜືອຂອງແຂວງ Idlib ຊຶ່ງເປັນບໍລິເວນທີ່ຕັ້ງຫ່າງ ຈາກເມືອງ Aleppo ໄປທາງທິດຕາເວັນຕົກສຽງໃຕ້ປະມານ 60 ຫລັກກິໂລແມັດ.
ແຕ່ແນວໃດກໍຕາມ ກະຊວງປ້ອງກັນປະເທດຢືນຢັດວ່າການໂຈມຕີຂອງຣັດເຊຍແມ່ນຈຳ ກັດສະເພາະແຕ່ເປົ້າໝາຍຂອງກຸ່ມລັດອິສລາມແລະກຸ່ມຫົວຮຸນແຮງຈັດອື່ນໆແລະໂຄສົກ ຂອງກະຊວງປ້ອງກັນປະເທດທ່ານ Igor Konashenkov ໄດ້ປະຕິເສດຕໍ່ລາຍງານຂອງສື່ມວນຊົນທີ່ໄດ້ກ່າວຫາວ່າ ເຮືອບິນຂອງຣັດເຊຍ ມີສ່ວນພົວພັນໃນການໂຈມຕີໂຮງໝໍຢູ່ເມືອງ Aleppo. ທ່ານກ່າວວ່າ ບໍ່ມີການໂຈມຕີຂອງຣັດເຊຍ ຢູ່ເມືອງ Aleppo ໃນໄລຍະ 28 ມື້ທີ່ຜ່ານມານີ້.
ທີ່ນະຄອນຫຼວງວໍຊິງຕັນ ກະຊວງການຕ່າງປະເທດສະຫະລັດ ໄດ້ປະນາມມົສກູ ຕໍ່ການໂຈມຕີຮອບໃໝ່.
ທ່ານນາງ Elizabeth Trudeau ໂຄສົກກະຊວງການຕ່າງປະເທດ ກ່າວວ່າ “ພວກເຮົາຂໍປະນາມຢ່າງແຮງຕໍ່ການໂຈມຕີທາງອາກາດຮອບໃໝ່ຢູ່ໃນຊີເຣຍໂດຍຣັດເຊຍ.” ນອກນັ້ນ ທ່ານນາງຍັງໄດ້ກ່າວຫາຣັດເຊຍວ່າຂັດຂວາງການສົ່ງອາຫານແລະຄວາມຊ່ອຍເຫຼືອອື່ນໆ ໄປເມືອງ Aleppo ໃນລະຫວ່າງ ທີ່ມີການຢຸດເຊົາຖິ້ມລະເບີດ ຊຶ່ງເປັນການກະທຳທີ່ທ່ານນາງກ່າວວ່າ ປ່ອຍໃຫ້ປະຊາຊົນອຶດຫິວໃນຂະນະທີ່ມົສກູຊອກສະແຫວງຫາການຊົມເຊີຍຈາກນາໆຊາດທີ່ໄດ້ຍຸຕິການໂຈມຕີແບບບໍ່ເລືອກໜ້າ.
ໃນອີກດ້ານນຶ່ງໃນວັນອັງຄານວານນີ້ ອົງການຂ່າວຂອງຊີເຣຍລາຍງານວ່າ ເຮືອບິນຂອງລັດຖະບານໄດ້ໂຈມຕີທີ່ໝັ້ນຂອງພວກກໍ່ການຮ້າຍ ໃນພາກຕາເວັນອອກ ເມືອງ Aleppo ຊຶ່ງເປັນເຂດ ທີ່ມີພົນລະເຮືອນອາໄສຢູ່ຫຼາຍເຖິງ 3 ແສນຄົນແລະພວກຕໍ່ຕ້ານລັດຖະບານ ທີ່ພວມຊອກຫາທາງໂຄ່ນລົ້ມລັດຖະບານຂອງປະທານາທິບໍດີ Bashar al-Assad.
Your browser doesn’t support HTML5
Syria Airstrikes
ພວກນັກສັງເກດການ ຈາກກຸ່ມສິ້ງຊອມສິດທິມະນຸດ ໃນຊີເຣຍ ກ່າວວ່າ ການໂຈມຕີດັ່ງ ກ່າວແມ່ນເທື່ອທຳອິດທີ່ມີຕໍ່ກ້ຳຕາເວັນອອກຂອງເມືອງ Aleppo ນັບແຕ່ວັນທີ 18 ຕຸລາເປັນຕົ້ນມາ.