ຣັດ​ເຊຍ ແລະ ຢູ​ເຄ​ຣນ ຈັດ​ການ​ແລກ​ປ່ຽນ​ ນັກ​ໂທດ ​ຈຳ​ນວນຫຼາຍ

ຂະ​ບວນ​ລົດ​ຕຳຫຼວດ ນຳ​ພາ​ລົດ​ເມ​ສອ​ງ​ຄັນ ເດີນ​ທາງ​ອອກ​ຈາກ​ຄຸກ ເລ​ຟໍ​ໂຕ​ໂວ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ. 7 ກັນ​ຍາ, 2019.

ການ​ແລກ​ປ່ຽນ​ນັກ​ໂທດ​ທີ່​ລໍ​ຖ້າ​ມາ​ດົນ​ນານ ລະ​ຫວ່າງ ຣັດ​ເຊຍ ແລະ ຢູ​ເຄ​ຣນ ແມ່ນ​ໄດ້​
ດຳເນີນຂຶ້ນ, ເປັນການເພີ່ມຄວາມຫວັງ ກ່ຽວກັບ ຄວາມພະຍາຍາມຟື້ນຟູໃໝ່ ການສິ້ນ
ສຸດສົງຄາມໃນພາກຕາເວັນອອກຂອງ ຢູເຄຣນ ລະຫວ່າງ ກອງກຳລັງ ຢູເຄຣນ ກັບ
ພວກແບ່ງແຍກດິນແດງ ທີ່ໄດ້ຮັບການໜູນຫຼັງຈາກ ຣັດເຊຍ.

ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານນີ້, ລົດ​ເມ​ສອງ​ຄັນ​ຖືກ​ພົບ​ເຫັນ​ເດີນ​ທາງ​ອອກ​ຈາກ​ຄຸກ ເລ​ຟໍ​
ໂຕໂວ ໃນ ມົສກູ, ໃນຂະນະທີ່ເຮືອບິນທີ່ມີກາລັດຖະບານ ຢູເຄຣນ ໄດ້ລົງຈອດຢູ່ສະ
ໜາມບິນ ນູໂຄໂວ ໃນນະຄອນຫຼວງຂອງ ຣັດເຊຍ ເມື່ອຕອນເຊົ້າວັນເສົາວານນີ້.

ການ​ເຄື່ອນ​ໄຫວ​ທີ່​ຄ້າຍ​ຄື​ກັນ​ແມ່ນ​ໄດ້​ຖືກ​ລາຍ​ງານ​ໃນ​ນະ​ຄອ​ນຫຼວງ ກຽບ, ໃນ​ຂະ​ນະ​ທີ່​
ທັງສອງຝ່າຍໄດ້ປະສານງານການຂົນສົ່ງ ແລະ ຖ້ຽວບິນກັບບ້ານສຳລັບປະຊາຊົນຂອງ
ເຂົາເຈົ້າ 35 ຄົນ.

ປະ​ທານ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ກີ ໄດ້​ໄປ​ຮ່ວມ​ກັບ​ບັນ​ດາ​ຄອບ​
ຄົວຂອງຊາວ ຢູເຄຣນ ທີ່ຖືກປ່ອຍຕົວນັ້ນໃນເດີ່ນເຮືອບິນທີ່ນະຄອນ ຫຼວງ ກຽບ ພ້ອມ
ກັບການສະເຫຼີມສະຫຼອງທີ່ດີໃຈຈົນນ້ຳຕາອອກ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ຢືນ​ຢັນ​ວ່າ​ການ​ແລກ​ປ່ຽນ​ດັ່ງ​ກ່າວ ​ແມ່ນ​ການ​ເຄື່ອນ​ໄຫວ​ໄປ​ສູ່​ການ​
ສິ້ນສຸດສົງຄາມທີ່ໂຫດຮ້າຍນີ້,” ເຊິ່ງເປັນການອ້າງເຖິງຄວາມຂັດແຍ້ງຫ້າປີຂອງ
ຢູເຄຣນ ກັບ ພວກແບ່ງແຍກດິນແດນທີ່ສະໜັບສະໜູນ ຣັດເຊຍ ໃນພາກຕາເວັນອອກ
ຂອງປະເທດ ທີ່ໄດ້ເຮັດໃຫ້ປະມານ 13,000 ຄົນເສຍຊີິວິດ.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ກ່າວ​ຢ້ຳ​ຄວາມ​ຄິດ​ທີ່​ວ່າ​ນັ້ນ​ ໃນ
ການກ່າວຄຳປາໄສເຖິງຂໍ້ຕົກລົງທີ່ຍັງຄ້າງຄາຢູ່ເມື່ອຕົ້ນອາທິດນີ້.

ທ່ານ ປູ​ຕິນ, ໄດ້​ກ່າວວ່າ “ມັນ​ຍັງ​ຈະ​ເປັນ​ບາດ​ກ້າ​ວໄປ​ໜ້າ​ທີ່​ດີ ຕໍ່​ການເຮັດ​ໃຫ້​ສາຍ​ພົວ
ພັນກັບ ຢູເຄຣນ ກັບຄືນສູ່ສະພາບປົກກະຕິ, ເຊິ່ງທ່ານໄດ້ກ່າວໃນຂະນະທີ່ໃຫ້ຄຳແນະ
ນຳວ່າ “ການແລກປ່ຽນນັກໂທດ “ຂະໜາດໃຫຍ່” ແມ່ນໃກ້ຈະສຳເລັດແລ້ວ ໃນເວລາ
ກ່າວຄຳປາໄສ ກ່ຽກວັບ ບັນຫາດັ່ງກ່າວຢູ່ກອງປະຊຸມເສດຖະກິດໃນເມືອງ ວລາດີ
ວອສຕັອກ ເມື່ອວັນພະຫັດທີ່ຜ່ານມາ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິ​ດ​ເຕີ​ວັນ​ເສົາວານນີ້​ວ່າ, “ຣັດ​ເຊຍ
ແລະ ຢູເຄຣນ ຫາກໍ່ແລກປ່ຽນນັກໂທດຈຳນວນຫຼາຍນຳກັນ. ເປັນຂ່າວທີ່ດີຫຼາຍ, ບາງ
ເທື່ອເປັນບາດກ້າວທີ່ໃຫຍ່ຫຼາຍສູ່ສັນຕິພາບ. ຂໍສະແດງຄວາມຍິນດີກັບສອງປະເທດ
ນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ