ກະຊວງນຶ່ງຂອງອັງກິດ ໄດ້ອອກກົດລະບຽບ ແກ່ປະຊາຊົນ ທີ່ຢາກຈະໄປສະແດງຄວາມເຄົາລົບ ແດ່ມື້ລາງພະຣາຊີນີເອລີຊາແບັດ ທີ II

ປະຊາຊົນພາກັນວາງຂອງຂວັນ ແລະພວກດອກໄມ້ ເພື່ອເປັນກຽດແດ່ມື້ລາງພະຣາຊີນີ ເອລີຊາແບັດ ທີ II ໃນສວນສາທາລະນະ Green Park ຢູ່ໃກ້ກັບພະຣາຊະວັງ Buckingham ໃນນະຄອນຫຼວງລອນດອນ ຂອງອັງກິດ, ວັນທີ 11ກັນຍາ 2022.

ປະຊາຊົນລໍຖ້າເພື່ອສະແດງຄວາມເຄົາລົບຄັ້ງສຸດທ້າຍແດ່ພະຣາຊີນີເອລີຊາແບັດ ທີ II ຂອງພວກເຂົາເຈົ້າ ຂະນະທີ່ພະບໍລົມມະສົບຂອງພະອົງ ແມ່ນຖືກດອຍໄວ້ຢູ່ໃນຫໍລັດຖະສະພາຕ່ຳ ໃນນະຄອນຫຼວງລອນດອນ ພວກເຂົາເຈົ້າຕ້ອງໄດ້ກຽມພ້ອມສຳລັບການລໍຖ້າທີ່ດົນນານ.

ລັດຖະບານໄດ້ປະການກົດລະບຽບແກ່ປະຊາຊົນຜູ້ທີ່ມາສັ່ງລາໃຫ້ລຽນເປັນແຖວດຽວ ແລ້ວຍ່າງຜ່ານໂລງພະບໍລົມມະສົບຂອງມື້ລາງພະຣາຊີນີ ຂະນະທີ່ຕັ້ງຢູ່ພາຍໃນພະຣາຊະວັງແວສມິນສເຕີ ຈາກ 5 ໂມງແລງ ຂອງວັນພຸດ ຈົນຮອດ 6 ໂມງ 30 ຕອນເຊົ້າຂອງວັນທີ 19 ກັນຍາ ຕາມເວລາໃນທ້ອງຖິ່ນ. ຄາດກັນວ່າ ປະຊາຊົນຫຼາຍພັນຄົນຢາກຈະມາເພື່ອສະແດງຄວາມເຄົາລົບແດ່ພະມະຫາກະສັດພຽງອົງດຽວ ທີ່ຫຼາຍໆຄົນໃນສະຫະຣາຊະອານາຈັກ ເຄີຍຮູ້ຈັກ.

ກົດລະບຽບຕ່າງໆນັ້ນ ໄດ້ຖືກເປີດເຜີຍຕໍ່ສາທາລະນະນຶ່ງວັນຫຼັງຈາກທີ່ປະຊາຊົນຫຼາຍພັນຄົນໄດ້ພາກັນຢືນເປັນແຖວຢູ່ຕາມທ້ອງຖະໜົນສາຍຕ່າງໆ ແລະຢູ່ເຖິງຂົວແຫ່ງຕ່າງໆ ໃນວັນອາທິດຜ່ານມານີ້ ຂະນະທີ່ຂະບວນແຫ່ໂລງພະບໍລົມມະສົບຂອງພະຣາຊີນີ ໄປທົ່ວເຂດຊານເມືອງຂອງສະກັອດແລນ ຈາກປາສາດແບລໂມຣາລ (Balmoral) ໄປ ປາສາດ ແອດິນເບີກ (Edinburgh) ທີ່ຊົງຮັກຫອມຂອງພະອົງ.

ກະຊວງຮັບຜິດຊອບດ້ານດິຈິໂຕລ ວັດທະນະທຳ ສື່ມວນຊົນ ແລະກິລາ ໄດ້ກ່າວວ່າ ເຖິງກົດລະບຽບຂອງຕົນວ່າ “ຖ້າທ່ານປະສົງທີ່ໄປຮ່ວມໃນພິທີ Lying-in-State ກະລຸນາຮັບຊາບວ່າ ຈະມີການລຽນແຖວ ຊຶ່ງຄາດໝາຍວ່າ ຈະເປັນແຖວຍາວແທ້ໆ. ທ່ານຈະຕ້ອງຢືນເປັນເວລາຫຼາຍຊົ່ວໂມງ ອາດຈະຄ້າມຄືນກໍເປັນໄດ້, ໂດຍຈະບໍ່ຄ່ອຍມີໂອກາດໄດ້ນັ່ງລົງເລີຍ ຂະນະທີ່ແຖວຈະສືບຕໍ່ເຄື່ອນໄປເລື້ອຍໆ.”

ໂລງພະບໍລົມມະສົບ ທີ່ຖືກປິດໄວ້ ຂອງພະຣາ​ຊີ​ນີ ຜູ້ທີ່ໄດ້ສະຫວັນນະຄົດ ໃນວັນພະຫັດຜ່ານມາ ຊົງມີພະຊົນມາຍຸໄດ້ 96 ປີ ຈະຖືກດອຍໄວ້ຢູ່ແ​ທ່ນທີ່ໄດ້ຖືກຍົກຂຶ້ນ ຊຶ່ງເອີ້ນວ່າ ເມມ ຢູ່ໃນຫໍພະຣາຊະວັງແວັສມິນສເຕີ ທີ່ສະພາຕ່ຳຂອງ​ອັງ​ກິດ.

ກະຊວງດັ່ງກ່າວ ໄດ້ເຕືອນປະຊາຊົນ ວ່າ “ຄາດວ່າ ຈະມີຝຸງຊົນຂະໜາດໃຫຍ່ ແລະເບິ່ງຄືວ່າ ຈະມີການຊັກຊ້າໃນດ້ານການຂົນສົ່ງສາທາລະນະ ແລະມີການປິດຖະໜົນຫົນທາງຢູ່ອ້ອມຮອບບໍລິເວນ.”

ພວກຄົນທີ່ມາຢ້ຽມຊົມຈະຕ້ອງໄດ້ຜ່ານການກວດກາຮັກສາຄວາມປອດໄພແບບຢູ່ໃນສະໜາມບິນ ແລະພວກຄົນສາມາດນຳເອົາຖົງນ້ອຍ ພຽງຖົງດຽວ ທີ່ຊິບເປີດອັນດຽວເທົ່ານັ້ນ.

ກະຊວງດັ່ງກ່າວນີ້ ຍັງໄດ້ແນະນຳໃຫ້ປະຊາຊົຍນຳເອົາສິ່ງທີ່ຈຳເປັນສຳລັບການລໍຖ້າທີ່ດົນນານມານຳ ທີ່ຕົນຈະປະເຊີນກັບສະພາບແວດລ້ອມໃດໆກໍຕາມໃນຍາມຕົ້ນລະດູຂອງໃບໄມ້ຫລົ່ນໃນນະຄອນຫຼວງລອນດອນ ຊຶ່ງສາມາດເກີດຂຶ້ນໄດ້ຕໍ່ພວກເຂົາເຈົ້າ - ເຊັ່ນວ່າ ຄັນຮົ່ມ ຫຼື ນ້ຳຢາກັນແດດ ຖ່ານສາກໂທລະສັບມືຖື ແລະຢຸກຢາທີ່ຈຳເປັນຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ