ທ່ານ Rudd ທ້າທາຍ ນາຍຍົກລັດຖະມົນຕີ Jullia Gilliard ໃນການເປັນຜູ້ນໍາພັກ

ທ່ານ Kevin Rudd ອະດີດລັດຖະມົນຕີ ກະຊວງການຕ່າງປະເທດອອສເຕຣເລຍ ທ້າທາຍນາຍົກລັດຖະມົນຕີ Julia Gillard ໃນການເປັນຜູ້ນໍາພັກແຮງງານ ທີ່ຈະມີການປ່ອນບັດ ໃນວັນຈັນທີ່ຈະມາເຖິງນີ້

ອະດີດ​ລັດຖະມົນຕີ​ກະຊວງການຕ່າງປະ​ເທດອອສ​ເຕຣ​ເລຍ ທ່ານ Kevin Rudd ປະກາດ​
ໃນ​ມື້​ວັນ​ສຸກ​ນີ້​ວ່າ ທ່ານ​ຈະ​ທ້າ​ທາຍ​ນາ​ຍົກລັດຖະມົນ​ຕີ Julia Gillard ໃນການ​ເປັນ​ຜູ້​ນໍາພັກ
ກໍາມະກອນ​ ທີ່ຈະມີ​ການ​ປ່ອນ​ບັດ ​ໃນ​ວັນ​ຈັນ​ຈະ​ມາ​ເຖິງ​ນີ້.

ທ່ານ Rudd ​ໄດ້​ຖະ​ແຫລ​ງຕໍ່​ກອງ​ປະ​ຊຸມ​ສື່ມວນ​ຊົນ​ວ່າ ນາ​ຍົກ​ລັດຖະມົນຕີ Gillard ​ໄດ້
ສູນ​ເສຍ​ຄວາມ​ໄວ້​ວາງ​ໃຈ​ຈາກ​ປະຊາຊົນ​ອອສ​ເຕຣເລຍ ​ແລະ​ເລີ້​ມ​ແຕ່​ວັນ​ຈັນ​ນີ້​ໄປ ທ່ານ​ຈະ
ໄດ້​ເລີ້​ມສ້າງ​ຄວາມໄວ້ເນື້ອ​ເຊື່​ອໃຈ​ນັ້ນ​ຄືນ​ໃໝ່.

ທ່ານ​ນາງ Gillard ​ໄດ້​ຮຽກຮ້ອງ​ໃນ​ວັນພ​ະຫັດວານນີ້ໃຫ້​ພັກ​ຂອງ​ທ່ານນາງ ​ເລຶອກ​ເອົາ
ຜູ້​ນໍາ​ໃໝ່​ເພື່ອຊອກ​ຫາຊ່ອງ​ທາງແກ້​ໃຂບັນ​ຫາ​ການ​ໂຕ້​ຖຽງ​ທີ່ສົກກະປົກ​ກັບ​ທ່ານ Rudd
ຜູ້​ທີ່ທ່ານ​ນາງ​ໄດ້​ຖືກ​ຂັບ​ໄລ່ ອອກ​ຈາກ​ການ​ເປັນ​ນາ​ຍົກ​ລັ​ດຖະມົນຕີ ​ໃນເດືອນມິ​ຖຸນາ ປີ
2010.

ທ່ານ​ນາງ Gillard ໄດ້ກ່າວຕໍ່ບັນດາ​ສື່ມວນຊົນໃນວັນພະຫັດວານ​ນີ້ວ່າ ທ່ານນາງມີຄວາມ
ເຊື່ອໝັ້ນວ່າ ມັນ​ເປັນ​ຜົນດີ​ທີ່​ສຸດສຳ​ຫຼັບພັກກໍາມະກອນ ຂອງທ່ານນາງ ແລະປະເທດຊາດ
ທີ່ຈະສີ້ນສຸດ ການກ່າວຫາວ່າ ທ່ານ Rudd ໄດ້ມີແຜນທີ່ຈະໂຄນລົ້ມ ພາຍໃນພັກ. ທ່ານ
Rudd ໄດ້ລາອອກຈາກຕໍາແໜ່ງລັດຖະມົນຕີກະຊວງການຕ່າງປະເທດ ໃນວັນພຸດຜ່ານ​ມາ
ນີ້ ແລະກ່າວວ່າ ທ່ານບໍ່ມີຄວາມສາມາດຈະດໍາເນີນວຽກ​ງານຕໍ່ໄປໄດ້ ​ໂດຍປາສຈາກການ
ສະໜັບສະໜຸນ​ຂອງນາຍົກລັດຖະມົນຕີ.