ທ່ານນາງ Clinton ແລະທ່ານ Rubio ປະກາດ ເຂົ້າຮ່ວມ ແຂ່ງຂັນເລືອກຕັ້ງ ປະທານາທິບໍດີ ສຫລ

ທ່ານ Marco Rubio ສະມາຂິກສະພາສູງສະຫະລັດ ຈາກລັດຟລໍຣີດາ ກ່າວປາໄສຕໍ່ກອງປະຊຸມ CPAC ທີ່ National Harbor ລັດມາລີແລນ.

ການ​ແຂ່ງຂັນ​ເພື່ອ​ເປັນ​ປະທານາທິບໍດີ​ສະຫະລັດ​ຄົນ​ຕໍ່​ໄປ
ກຳລັງ​ໜາ​ແໜ້ນ​ຂຶ້ນ​ຢ່າງ​ໄວ ພ້ອມ​ກັບ​ທີ່ ສະມາຊິກ​ສະພາ​ສູງ​
Marco Rubio ຈະ​ປະກາດ​ເຂົ້າ​ແຂ່ງຂັນ​ໃນ​ວັນຈັນ​ມື້​ນີ້ ໜຶ່ງ​ມື້​
ຫຼັງ​ຈາກ​ອະດີດ​ລັດຖະມົນ ຕີ​ການ​ປະ​ເທດ Hillary Clinton
​ເລີ້ມ​ທຳ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ​.

ຄາດ​ວ່າທ່ານ Rubio ​ໄວ 43 ປີ ​ຊຶ່ງ​ເປັນ​ລູກ​ຂອງ​ຊາວ​ອົບ​ພະ
ຍົບມາ​ຈາກ​ຄີວບານັ້ນ ​ຈະ​ປະກາດ​ເຂົ້າ​ຮ່ວມ​ແຂ່ງຂັນ​ຢ່າງ​ເປັນ​
ທາງ​ການ ໃນ ຕອນ​ແລງ​ວັນ​ຈັນມື້​ນີ້ ທີ່​ນະຄອນ ​ໄມ​ອາ​ມີ ລັດ​
ຟລໍຣິດາ ບ່ອນທີ່​ບັນດາ ​ເຈົ້າ​ໜ້າ​ທີ່​ໄດ້​ເລີ້ມຈົດທະບຽນ​ ​ພວກ
​ຊາວ​ຄີວບາທີ່​ຫຼົບໜີ​ຈາກລັດຖະ ບານ Fidel Castro ​ໃນ​ຊຸມ​
ປີ 1960 ນັ້ນ.

ພາບ​ວີ​ດີ​ໂອ ​ໂຄສະນາ​ສົ່ງ​ເສີມຄຳ​ປະກາດເຂົ້າ​ຮ່ວມ​ສະໝັກ​ຂອງ​ທ່ານ Rubio ​ເວົ້າວ່າ
ທ່ານ Rubio ​ແມ່ນ​ເປັນ “​ເປັນ​ທິດ​ທາງ​ໃໝ່​ສຳລັບ​ອາ​ເມຣິກາ.” ວີ​ດີ​ໂອ​ດັ່ງກ່າວ​ປະກອບ​
ດ້ວຍ​ຄຳ​ປາ​ໄສ​ຫຼາຍ​ບັ້ນຂອງ​ທ່ານ​ ທີ່ສົ່ງ​ເສີມ​ຄວາມຈຳ​ເປັນສຳ​ຫລັບ​ສະຫະລັດ​ ທີ່​ຈະ​ຕ້ອງ
ເປັນ​ຜູ້ນຳ​ໂລກ​ທີ່​ແຂງ​ແຮງ​ ​ແລະ​ຕຳ​ໜິຕິຕຽນ​ນະ​ໂຍບາຍ ​ຂອງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​.

ທ່ານ Rubio ຈະ​ເປັນ​ຜູ້​ສະໝັກ​ຄົນທີ​ສາມ​ ຈາກ​ພັກ Republican​ເພື່ອ​ຍາດ​ເອົາ​ການ​ແຕ່ງ
ຕັ້ງ​ ​ໃຫ້ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສຳລັບ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ ໃນປີ
2016 ແຂ່ງ​ກັບ​ເພື່ອນສະມາຊິກ​ສະພາ​ສູງ​ດ້ວຍ​ກັນ 2 ທ່ານ ຄື ທ່ານ Rand Paul ​ແລະ
ທ່ານ Ted Cruz ທີ່​ໄດ້​ປະກາດ​ໄປ​ແລ້ວ​ນັ້ນ. ສ່ວນ​ທ່ານ Scott Walker ຜູ້​ວ່າການ​ລັດ
Wisconsin ​ແລະທ່ານ Jeb Bush ອະດີດ ​ຜູ້ວ່າການ​ລັດ​ຟລໍຣິດາ ກໍຄາດ​ວ່າ ​ຈະ​ເຂົ້າ
ແຂ່ງຂັນ​ເຊັ່ນ​ກັນ.

Your browser doesn’t support HTML5

US Politics Rubio

ທ່ານ​ນາງ Hillary Clinton ​ໄດ້​ປະກາດ​ເຂົ້າ​ແຂ່ງຂັນເພື່ອ​ໃຫ້​ໄດ້​ເປັນ​ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ຂອງ
ພັກ Democrat ​ໃນ​ວີ​ດີ​ໂອທີ່​ນຳ​ອອກ​ເຜີຍ​ແຜ່​ ​ທາງ​ອິນ​ເຕີ​ແນັດ ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ທ່ານ​ນາງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ ທີ່​ຈະ​ເຮັດ​ວຽກ​ໃຫ້​ພວກ​ຄົນ​ຊັ້ນ​ກາງ​ໃນ​ສະຫະລັດ​ນັ້ນ.

ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ “ຊາວ​ອະ​ເມຣິກັນ​ທຸກໆ​ຄົນ ຕ້ອງການ​ແຊມ​ປ້ຽນ ຫລື
ຄົນ​ຕໍ່ສູ້​ເພື່ອ​ເຂົາ​ເຈົ້າ ​ແລະ​ຂ້າພະ​ເຈົ້າ​ກໍ​ຢາກ​ເປັນ​ແຊມ​ປ້ຽນຄົນ​ນັ້ນ ​ເພື່ອ​ທີ່​ຈະ​ໄດ້​
ເຮັດ​ຫລາຍ​ໄປ​ກ່ວາ ​ພຽງ​ແຕ່ພໍ​ໃຫ້​ແລ້ວໆ​ໄປ​ເທົ່າ​ນັ້ນ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ເຮົາສາມາດ​ລ້ຳ​ໜ້າ ກາຍ​ຄົນ​ອື່ນ​ໄປ​ໄດ້ ​ແລະ​ຢູ່ນຳ​ໜ້າ​ຕໍ່​
ໄປ​ໄດ້. ຄົນ​ອະ​ເມ​ລິ​ກາ​ໄດ້​ທຳ​ການ​ຕໍ່ສູ້​ ຟື້ນ​ໂຕ​ຄືນ​ມາ​ຈາກ​ເວລາ​ທີ່ ​ເສດຖະກິດ
ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ​ແຕ່ສະພາບ​ການ​ໄດ້​ຊ່ອຍ​ເຫຼືອ​ແຕ່​ພວກ​ທີ່​ມີ​
ລາຍ​ໄດ້​ສູງ​ເທົ່າ​ນັ້ນ.”

ທ່ານນາງຄລິນ​ຕັນ ​ເປັນ​ສະມາຊິກ​ພັກ Democrat ຄົນ​ທຳ​ອິດ​ທີ່​ເຂົ້າແຂ່ງ ​ເພື່ອ​ຂຶ້ນ​ດຳລົງ
ຕຳ​ແໜ່​ງ​ແທນ​ທ່ານ​ໂອ​ບາ​ມາ ທີ່​ໄດ້​ຊະນະ​ທ່ານ​ນາງ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ເດ​ໂມ​ແກຣັດ​ ໃນ​ປີ 2008 ​ແລະບໍ່​ສາມາດ​ສະໝັກ​ເປັນ​ປະທານາທິບໍດີ​ຕື່ມ​ອີກ​ໄດ້ ຫຼັງ​ຈາກ​ດຳລົງ​ຕຳແໜ່​ງມາ​ໄດ້ສອງ​ສະ​ໄໝແລ້ວ.

ການ​ສຳ​ຫຼວດຫາງ​ສຽງ​ ປະຊາຊົນ​ຫວ່າງ​ໄວໆ​ມາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງຄລິນ​ຕັນ
ຈະ​ສາມ​າດ​ເອົາ​ຊະນະ​ ​ພວກ​ສະມາຊິກ​ພັກ​ເດ​ໂມ​ແກຣັດຄົນ​ອື່ນໆ​ໄດ້ ຕະຫຼອດ​ທັງ​ຊະນະ ຜູ້​ສະໝັກ​ແຂ່ງຂັນ​ທັງ​ໝົດ​ຂອງ​ພັກ Republican ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຢ່າງ​ຖ້ວມ​ລົ້ນ.

Your browser doesn’t support HTML5

Hillary Cinton Says She Will Run for Preisdent