ມີການກ່າວຫາ ຄັ້ງໃໝ່ຕໍ່ ທ. Moore ວ່າໄດ້ທໍາ​ການ ​ລວນ​ລາມ​ທາງ​ເພດ​​

ນາງ Beverly Young Nelson ຮ້ອງ​ໃຫ້​ຢູ່​ໃນ​ກອງ​ປະຊຸ​ມ ຖະແຫລ​ງຂ່າວ​ ຢູ່​ນະຄອນ New York ​ໃນວັນທີ 13 ພະຈິກ, 2017 ໃນ​ຂະນະ​ທີ່​ນາງ​ໄດ້​ກ່າວ​ຫາ ທ່ານ Moore ວ່າ​ໄດ້​ລວນ​ລາມ​ລາວ ​ຢູ່​ໃນ​ລົດ​ຂອງ​ທ່ານ ​ໃນ​ຊຸມ​ປີ 1970 ນັ້ນ.

ສະມາຊິກພັກພັກຣີພັບ​ບລິກັນໃນສະພາສູງ ​ໄດ້ສົນທະນາກັນຢ່າງ​ເປີດ​ເຜີຍກ່ຽວກັບ​
ການ​ໄລ່​ທ່ານ Roy Moore ທີ່ສະໝັກ​ເລືອກ​ຕັ້ງ ເປັນ​ສະມາຊິກ​ສະພາ​ສູງ​ຂອງລັດ
Alabama ນັ້ນອອກ​ຈາກ​ຕໍາ​ແໜ່ງ ​ຖ້າ​ຫາກ​ທ່ານ​ຊະນະ​ການ​ເລືອກ​ຕັ້ງພິ​ເສດ ​ທີ່​ຈະ​ມີ
​ຂຶ້ນ ໃນ​ເດືອນໜ້ານີ້ ພາຍຫລັງ​ທີ່​ມີ​ແມ່ຍິງ​ຄົນ​ນຶ່ງ​ກ່າວ​ຫາຜູ້ທີ່​ມີ​ຄວາມ​ຫວັງວ່າຈະ​ໄດ້​
ເປັນສະມາຊິກ​ສະພາ​ສູງຂອງພັກຣີພັບ​ບລິກັນທ່ານ​ນີ້​ວ່າ ທ່ານ​ໄດ້​ທໍາ​ການ​ລວນ​ລາມ
​ທາງ​ເພດ​ລາວ​ຕອນ​ທີ່ລາວ​ມີ​ອາຍຸ​ໄດ້ 16 ປີ.

ນາງ Beverly Young Nelson ຮ້ອງ​ໃຫ້​ຢູ່​ໃນ​ກອງ​ປະຊຸ​ມຖະ​ແຫລ​ງຂ່າວ​ຢູ່​ເມືອງ
New York ​ໃນ​ຂະນະ​ທີ່​ນາງ​ໄດ້​ກ່າວ​ຫາ ທ່ານ Moore ວ່າ​ໄດ້​ລວນ​ລາມ​ລາວ​ຢູ່​ໃນ​
ລົດ​ຂອງ​ທ່ານ​ໃນ​ຊຸມ​ປີ 1970 ຕອນ​ທີ່​ນາງ​ເປັນ​ນັກຮຽນ​ ​ແລະເຮັດ​ວຽກຢູ່​ໃນ​ຮ້ານ​ອາ
ຫານ​ແຫ່ງ​ນຶ່ງທີ່ທ່ານ​ທ່ານ​ມັກ​ໄປ​ກິນ ຢູ່​ໃນ​ເມືອງ Gadsden ​ລັດ Alabama ນັ້ນ.
ນາງ​ກ່າວ​ຫາ​ວ່າ ທ່ານ Moore ​ໄດ້ລູບຄຳຕົວຂອງລາວ ​ແລະ​ຈັບ​ນົມ​ລາວ ​ແລະ​ກໍ​ຂົ່ມ​
ຫົວ​ຂອງ​ລາວລົງ​ໃສ່​ຫວ່າງ​ຂາ​ຂອງ​ທ່ານ.

​ໃນ​ບົດ​ຄວາມທີ່ຂຽນຢູ່​ໃນໜັງສື​ພິມ Washington Post ທີ່ພິມ​ອອກ​ໃນ​ອາທິດ​ແລ້ວນີ້
ຜູ້ຍິງ​ອີກ 4 ຄົນ​ໄດ້​ກ່າວ​ຫາ​ທ່ານ Moore ວ່າ​ໄດ້​ກະທໍາ​ບໍ່ດີ​ທາງ​ເພດ​ກັບ​ພວກ​ເຂົາ​ເຈົ້າ
​ຕອນ​ທີ່​ເຂົາ​ເຈົ້າ​ເປັນ​ໄວ​ລຸ້ນຢູ່​ນັ້ນ.

ຜູ້ພິພາກສາ Roy Moore ກ່າວຄໍາປາໄສ ໃນຂະນະທີ່ທ່ານເຂົ້າຮ່ວມ ສະໂມສອນໂຄງການນັກລົບເກົ່າ ໃນເຂດກາງຂອງລັດ Alabama ທີ່ເມືອງ Vestavia Hills ທີ່ຈັດຂຶ້ນໃນວັນທີ 11 ພະຈິກ, 2017.

ທ່ານ Moore ​ໄດ້​ປະຕິເສດ​ການ​ກ່າວ​ຫາ​ດັ່ງກ່າວ​ ​ໂດຍ​ຖືວ່າມັນ "​ເປັນ​ການ​ຊອກ​ຈັບ
​ຜິດ" ​ແລະ​ໃຫ້​ຄໍາໝັ້ນສັນຍາ​ວ່າ ຈະ "ດໍາ​ເນີນ​ທາງ​ເລືອກໃນ​ດ້ານ​ກົດໝາຍທຸກ​ຢ່າງ​
ເພື່ອ​ຕ້ານ​ກັບ​ການ​ກ່າວ​ອ້າງ​ທີ່​ບໍ່ມີ​ມູນ​ຄວາມ​ຈິງ​ເຫລົ່ານີ້."

​ໂດຍ​ມີ​ຄວາມ​ຕົກ​ໃຈ​ຕໍ່ການ​ທີ່​ຈະ​ມີ​ຄົນ​ທີ່​ອາດ​ເປັນ​ຜູ້​ລວນ​ລາມ​ທາງ​ເພດ​ມາເຮັດ​ວຽກ
ຢູ່​ໃນສະພາ​ສູງນັ້ນ ປະທານ​ຄະນະ​ກໍາມະການ​ດ້ານ​ສະພາ​ສູງ​ຂອງພັກຣີພັບ​ບລິກັນ,
ທ່ານ Cory Gardner ຈາກລັດ Colorado ​ໄດ້​ເຮັດ​ຖະ​ແຫລງການ​ສະບັບ​ນຶ່ງ​ອອກ​ມາ
​ໂດຍເອີ້ນ​ທ່ານ Moore ວ່າ​ເປັນ​ຄົນ "ບໍ່​ເໝາະສົມ​ ​ທີ່​ຈະ​ມາເຮັດ​ວຽກຢູ່​ໃນສະພາ​ສູງ​ຂອງ ສະຫະລັດ."

ທ່ານ Gardner ກ່າ​ວ່າ "ຖ້າ​ຫາກ​ທ່ານ Moore ບໍ່ຍອມ​ອອກ​ຈາກ​ການແຂ່ງຂັນ ​ແລະ​
ຊະນະການ​ເລືອກ​ຕັ້ງສະພາ​ສູງຄວນ​ລົງ​ຄະ​ແນນ​ສຽງ​ເພື່ອ​ຂັບ​ໄລ່​ທ່ານ Moore ອອກ
​ເພາະວ່າ​ທ່ານ Moore ​ບໍ່ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ຕາມ​ຂໍ້​ກໍານົດ​ທາງ​ດ້ານ​ຈັນ​ຍາ​ບັນ ​ແລະ
​ສິນລະ​ທໍາ​ຂອງສະພາ​ສູງ​ຂອງ ສະຫະລັດ."

ພວກ​ສັງ​ກັດ​ພັກຣີພັບ​ບລິກັນຫລາຍຄົນ ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ບໍ່ຕ້ອງ​ໄດ້​ມີ​ການ
​ຂັບ​ໄລ່​ທ່ານ Moore ອອກ.

ທ່ານ Mitch McConnell ຜູ້​ນໍາ​ພັກ​ທີ່​ມີ​ສຽງສ່ວນ​ຫລາຍເວົ້າວ່າ "ຂ້າພະ​ເຈົ້າຄິດ​ວ່າ
ທ່ານ Moore ຄວນ​ອອກ​ຈາກ​ການສະໝັກ​ແຂ່ງຂັນ ​ເພື່ອ​ຫລີກ​ທາງ​ໃຫ້​ຄົນ​ອື່ນ​," ​
ໃນ​ຂະນະ​ທີ່​ທ່ານ​ຢູ່​ໃນ​ລັດ Kentucky ທີ່​ເປັນ​ລັດ ຂອງ​ທ່ານນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Roy Moore Sexual Accusation