ພວກນັກວິທະຍາສາດ ຈະພາກັນອອກຈາກຫ້ອງທົດລອງເຂົາເຈົ້າ ແລະພາກັນເດີນຂະ
ບວນຢູ່ນະຄອນຫຼວງວຊໍງຕັນ ແລະອີກກວ່າ 200 ຫົວເມືອງ ຢູ່ໃນທົ່ວໂລກ ໃນວັນເສົາ
ມື້ນີ້ ເພື່ອປະທ້ວງນະໂຍບາຍຂອງລັດຖະບານກ່ຽວກັບບັນຫາ ຕ່າງໆ ນັບແຕ່ການປ່ຽນ
ແປງຂອງດິນຟ້າອາກາດໄປຫາຄວາມຮຸນແຮງທີ່ໃຊ້ປືນ ທີ່ເຂົາເຈົ້າກ່າວວ່າ ບໍ່ໃຫ້ຄວາມ
ສຳຄັນຕໍ່ຫລັກຖານທາງດ້ານວິທະຍາສາດນັ້ນ.
ການເດີນຂະບວນດັ່ງກ່າວ ມີຂຶ້ນນຶ່ງປີ ຫຼັງຈາກການເດີນຂະບວນເພື່ອວິທະຍາສາດເທື່ອ
ທຳອິດ ສາມເດືອນລຸນຫຼັງທີ່ລັດຖະບານປະທານາທິບໍດີດໍໂນລ ທຣໍາໄດ້ເຂົ້າກຳອຳນາດ
ເວລາບັນດານັກຄົ້ນຄວ້າມີຄວາມຢ້ານກົວວ່າ ວິທະຍາສາດອາດຈະຖືກປັດປ່າຍໄວ້ຢູ່
ທາງຂ້າງໃນຄວາມກະຕືລືລົ້ນໃໝ່ຂອງປະທານາທິບໍດີ ທີ່ຈະລົບລ້າງກົດລະບຽບຕ່າງໆ
ຂອງລັດຖະບານ.
Your browser doesn’t support HTML5
Rough Year in Science Policy Brings Researchers Back to March
ທ່ານຄຣິສ ຊາບາ ທີ່ໄດ້ອອກກິນເບ້ຍບຳນານໃນເດືອນກຸມພາທີ່ຜ່ານມານີ້ ຈາກຕຳ
ແໜ່ງ ຫົວໜ້າຄະນະກຳມະການ ສະພາວິທະຍາສາດ ຂອງອົງການປົກປ້ອງສິ່ງແວດ
ລ້ອມ ກ່າວວ່າ ປີນີ້ “ຂ້າພະເຈົ້າຄິດວ່າ ຄວາມຢ້ານກົວທີ່ສຸດຂອງພວກເຮົາແມ່ນໄດ້
ກາຍມາເປັນຄວາມຈິງ.” ບັນດາຄະນະກຳມະການເຫລົ່ານັ້ນ ໄດ້ຊັ່ງ ຊາເບິ່ງຫລັກ
ຖານເພື່ອເຮັດການຕັດສິນໃຈກ່ຽວກັບກົດລະບຽບຕ່າງໆໃນດ້ານສິ່ງ ແວດລ້ອມຂອງລັດຖະບານ.ໃນເດືອນຕຸລາປີແລ້ວນີ້ ຫົວໜ້າອົງການຄຸ້ມຄອງສິ່ງແວດລ້ອມ ຫຼື EPA
ທ່ານສະກັອດ ພຣູອິຕ ໄດ້ອອກຄຳສັ່ງ ໃຫ້ປ່ຽນແປງກົດລະບຽບ ຄຸ້ມຄອງສະມາຊິກ
ຂອງບັນດາກຳມະການເຫລົ່ານັ້ນ.
ການສັນຈອນລົດຕິດຢູ່ຖະໜົນຮາຍເວ 50 ໃນຕອນເຊົ້າມືດ ຢູ່ທີເມືອງອາກລິງຕັນ ພາກເໜືອຂອງລັດເວີເຈີເນຍ ວັນທີ 30 ກຸມພາ.
ທ່ານພຣູອິຕ ໄດ້ຫ້າມບໍ່ໃຫ້ບັນດານັກຄົ້ນຄວ້າ ທີ່ໄດ້ຮັບທຶນຈາກອົງການ EPA. ທ່ານ
ກ່າວວ່າ ທຶນຂອງອົງການອາດຈະຖືກນຳໄປໃຊ້ ຜິດກັບຈຸດປະສົງຂອງມັນ.
ທ່ານພຣູອິຕ ກ່າວຢູ່ໃນຖະແຫຼງການວ່າ “ບໍ່ວ່າວິທະຍາສາດແບບໃດກໍຕາມ ຈະອອກ
ມາຈາກອົງການ EPA ກໍບໍ່ຄວນທີ່ຈະເປັນ ວິທະຍາສາດການເມືອງ. ນັບແຕ່ມື້ນີ້ໄປ
ໜ້າ ບັນດາສະມາຊິກ ກຳມະການທີ່ປຶກສາ ຂອງອົງການ EPA ຈະ ເປັນອິດສະຫຼະທາງດ້ານການເງິນ ຈາກອົງການ EPA.
ໂຮງງານຖ່ານຫິນດັງໄຟ ທີ່ເປັນນຶ່ງຂອງບໍລິສັດ ທີ່ຜປ່ອຍເຊື້ອຄາບອນອອກ ຢູ່ເມືອງຈູລຽດ ລັດຈອດເຈຍ.
ທ່ານຊາບາ ກ່າວວ່າ ແຕ່ພວກນັກວິທະຍາສາດທີ່ໄດ້ຮັບທຶນຈາກອຸດສາຫະກຳຕ່າງໆ
ທີ່ອົງການ EPA ບໍ່ໄດ້ຄຸ້ມຄອງນັ້ນ ແມ່ນບໍ່ໄດ້ຢູ່ໃນມາດຕະຖານດຽວກັນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ