ທີມເຕະບານຂອງບຣາຊີລ ຫຼິ້ນບານເໜືອກວ່າ ທີມເຊີເບຍ ໃນຄູ່ເປີດການແຂ່ງຂັນບານໂລກ ໃນສາຍ ຈີ

ທ້າວ ຣີຊາຣລີສັນ (Richarlison) ຂອງບຣາຊີລ, ຊ້າຍ, ແລະ ທ້າວມີໂລສ ແວລໂກວິກ ຂອງເຊີເບຍ ກຳລັງແຍ່ງຊີງເອົາບານ ໃນລະຫວ່າງການແຂ່ງຂັນບານໂລກ ສາຍ ຈີ ຄູ່ລະຫວ່າງທີມຊາດບຣາຊີລ ກັບ ທີມຊາດເຊີເບຍ ຢູ່ທີ່ສະໜາມກິລາ ລູແຊລ (Lusail Stadium) ໃນເມືອງລູແຊລ (Lusail) ຂອງກາຕາ, ວັນທີ 24 ພະຈິກ 2022.

ທີມເຕະບານຂອງບຣາຊີລ ຫຼິ້ນບານເໜືອກວ່າ ທີມເຊີເບຍ ໂດຍຍິງເຂົ້າ 2 ປະຕູຕໍ່ 0 ໃນຄູ່ເປີດການແຂ່ງຂັນບານໂລກ ຫຼື World Cup ສາຍ G ໃນວັນພະຫັດວານນີ້ ຂະນະທີ່ການຍິງເຂົ້າປະຕູຂອງທ້າວຣີຊາຣລີສັນ (Richarlison) ໃນເຄິ່ງ​ເວ​ລາທີສອງ ດ້ວຍການປີ້ນເຕະບານ ຢູ່ລະດັບກາຍຫົວ ຢ່າງປະທັບໃຈ ໄດ້ເຮັດໃຫ້ທີມແຊ້ມປ້ຽນ 5 ສະໄໝນີ້ ຂຶ້ນໄປຢູ່ຕຳແໜ່ງສູງສຸດ ໃນສາຍ G.

ທ້າວຣີຊາຣລີສັນ ຫຼິ້ນໃຫ້ທີມ ທັອດເທນແຮມ ຮັອດສເປີ (Tottenham Hotspur) ໃນຕຳແໜ່ງກອງໜ້າ ກໍໄດ້ຢູ່ໃນຟອມທີ່ດີ ເມື່ອລາວໃສ່ເສື້ອສີເຫຼືອງອອກຄຳຂອງບຣາຊີລ ໃນປີນີ້ ແລະລາວ ກໍໄດ້ເປີດຄະ​ແນນ ດ້ວຍການແຕະບານເຂົ້າແບບງ່າຍໆ ກ່ອນທີ່ລາວ ຈະໄດ້ຍິງເຂົ້າອີກລູກທີສອງ ດ້ວຍການປີ້ນເຕະທາງອາກາດແບບກາຍະກຳ ເຮັດໃຫ້ທີມບຣາຊີລ ນຳໜ້າຢ່າງຂາດລອຍ.

ທ້າວຄຣິສຕຽນໂນ ໂຣນາລໂດ ຂອງປະເທດປອກຕຸຍການ ສະຫຼອງຫຼັງຈາກທີ່ໄດ້ຍິງເຂົ້າປະຕູ ຈາກລູກໂທດ ເມື່ອທີມຂອງລາວ ໄດ້ເປີດປະຕູທຳອິດ ຕໍ່ ທີມຂອງການາ ໃນລະຫວ່າງການແຂ່ງຂັນບານໂລກ ສາຍ ເຮັຈ ຄູ່ລະຫວ່າງ ທີມຊາດປອກຕຸຍການ ກັບ ທີມຊາດການາ ຢູ່ທີ່ສະໜາມກິລາ 974 ໃນນະຄອນໂດຮາ ຂອງປະເທດກາຕາ, ວັນທີ 24 ພະຈິກ 2022.

ສ່ວນທ້າວຄຣິສຕຽນໂນ ໂຣນາລໂດ (Cristiano Ronaldo) ໄດ້ຂຽນຊື່ຂອງລາວລົງໃນປຶ້ມບັນທຶກສະຖິຕິ ທີ່ກາຍເປັນຜູ້ທຳອິດ ທີ່ຍິງເຂົ້າປະຕູ ໃນບານໂລກ 5 ຄັ້ງ ໂດຍນຳເອົາໄຊຊະນະມາໃຫ້ແກ່ປະເທດປອກຕຸຍການ ດ້ວຍຄະແນນ 3 ປະຕູຕໍ່ 2 ທີ່ແຂ່ງກັບທີມຊາດຂອງການາ ໃນວັນພະຫັດວານີ້.

ສຳລັບທີມການາແລ້ວ ເປັນທີມທີ່ມີນັກເຕະອາຍຸອ່ອນທີ່ສຸດ ໃນການ​ເຕະບານໂລກ ປີນີ້ ຄວາມກະຕືລືລົ້ນໃນຕອນຕົ້ນໆຂອງພວກເຂົາ ແມ່ນບໍ່ຄ່ອຍໄດ້ຂຶ້ນກາຍເສັ້ນກາງເລີຍ ໃນຂະນະທີ່ທີມຂອງພວກເຂົາໄດ້ຖືກຈັດອັນດັບໃຫ້ຢູ່ຕ່ຳສຸດ ໃນການແຂ່ງຂັນນີ້ ກໍໄດ້ກຳນົດໃຫ້ຕັ້ງການປ້ອງກັນ ແລ້ວໃຫ້ເກືອບວ່າໝົດທຸກຄົນນຳບານຢູ່ຕະຫຼອດເວລາ ໃນເຄິ່ງທີນຶ່ງ.

ທ້າວບຣຽວ ເອມໂບໂລ ຂອງສະວິດເຊີແລນ ກຳລັງຍາດບານກັບ ທ້າວຊອນ-ຊາຣສ໌ ຄາສແຕລເລໂຕ ຂອງກາມາຣູນ ໃນລະຫວ່າງການແຂ່ງຂັນບານໂລກ ສາຍ ຈີ ຄູ່ລະຫວ່າງ ທີມຊາດສະວິດເຊີແລນ ກັບ ທີມຊາດກາມາຣູນ ຢູ່ທີ່ສະໜາມກິລາ Al Janoub Stadium ໃນເມືອງອາລວັກຣາ (Al Wakrah) ຂອງກາຕາ, ວັນທີ 24 ພະຈິກ 2022.

ສ່ວນຄູ່ທີ​ສາມ ລະຫວ່າງ ສະວິດເຊີແລນ ກັບ ກາມາຣູນ ນັ້ນ ການຍິງເຂົ້າປະ ຕູຂອງທ້າວບຣຽວ ເອມໂບໂລ (Breel Embolo) ທີ່ເປັນປະຕູໄຊຊະນະນັ້ນ ກໍມີທ່າທີເສຍໃຈເພາະໄດ້ນຳເອົາຄວາມຜ່າຍແພ້ໃຫ້ແກ່ປະເທດບ້ານເກີດຂອງລາວ ຄືກາມາຣູນ ດ້ວຍຄະແນນ 1 ປະຕູຕໍ່ 0 ໃນການແຂ່ງຂັນ ເຕະບານໂລກຂອງພວກເຂົາ ໃນສາຍ ຈີ ທີ່ໄດ້ແຂ່ງກັນຢູ່ໃນສະໜາມກິລາ ອາລ ຈານຸບ (Al Janoub Stadium) ໃນວັນພະຫັດວານນີ້.

ທ້າວລີ ກາງອິນ ຈາກເກົາຫຼີໃຕ້ ລົ້ມລົງ ຫຼັງຈາກໄດ້ຕຳກັບ ທ້າວເຟເດີຣິໂກ ວາລເວີດີ ຈາກອູຣຸໄກວ ໃນລະຫວ່າງການແຂ່ງຂັນບານໂລກ ສາຍ ເຮັຈ ທີມຊາດເກົາຫຼີໃຕ້ ກັບ ທີມຊາດອູຣຸໄກວ ຢູ່ທີ່ສະໜາມກິລາ (Education City Stadium) ໃນເມືອງອາລ ເຣຢານ (Al Rayyan) ຂອງກາຕາ, ວັນທີ 24 ພະຈິກ 2022.

ແລະຄູ່ທີສີ່ ລະຫວ່າງ ອູຣຸໄກວ ກັບ ເກົາຫຼີໃຕ້ ທ້າວດີເອໂກ ໂກດິນ ປະຈຳແໜ່ງກອງຫຼັງຂອງອູຣຸໄກວ ແລະທ້າວເຟເດີຣິໂກ ວາລເວີດີ ກອງກາງ ທັງສອງໄດ້ຍິງຕຳຄານ ຂະນະທີ່ທີມຈາກທະວີບອາເມຣິກາໃຕ້ນີ້ ໄດ້ຖືກຢັບຢັ້ງໂດຍທີມຊາດເກົາຫຼີໃຕ້ ດ້ວຍຄະແນນ 0 ປະຕູຕໍ່ 0 ໃນການເປີດການແຂ່ງຂັນຂອງພວກເຂົາເຈົ້າ ໃນສາຍ H ໃນວັນພະຫັດວານນີ້ ເຊັ່ນກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ