ຜູ້ແຂ່ງຂັນຊິງຕໍາແໜ່ງປະທານາທິບໍດີ ທ່ານຣອນ ດີແຊນຕິສ (Ron DeSantis), ຊຶ່ງຄັ້ງນຶ່ງເຄີຍຖືກເບິ່ງວ່າ ເປັນໂອກາດທີ່ດີທີ່ສຸດຂອງພັກຣີພັບບລີກັນ ໃນການແຊງໜ້າທ່ານ ດໍໂນລ ທຣຳ, ໄດ້ຖອນໂຕອອກຈາກການແຂ່ງຂັນຂັ້ນຕົ້ນໃນວັນອາທິດວານນີ້, ເຊິ່ງເປັນການອອກຈາກການແຂ່ງຂັ້ນທີ່ຂ້ອນຂ້າງໄວ ທີ່ໄດ້ຕອກຢໍ້າເຖິງອຳນາດທີ່ແຂງແກ່ນ ທີ່ອະດີດປະທານາທິບໍດີ ຍັງຄົງມີຢູ່ໃນພັກ, ອີງຕາມອົງການຂ່າວຣອຍເຕີສ໌.
ທ່ານ ດີແຊນຕິສ, ຜູ້ທີ່ມີອາຍຸ 45 ປີ, ໄດ້ສະຫນັບສະຫນູນ ທ່ານທຣໍາ ຢູ່ໃນວິດີໂອ ທີ່ເຜີຍແຜ່ຢູ່ໃນເວັບໄຊທ໌ ຂອງສື່ສັງຄົມ X ເຊິ່ງໃນເມື່ອກ່ອນເອີ້ນວ່າ ທວິທເຕີ.
ທ່ານດີແຊນຕິສ ໄດ້ຖືກເຫັນຢ່າງກວ້າງຂວາງວ່າ ເປັນຜູ້ແຂ່ງຂັນລຳດັບຕົ້ນໆ ສໍາລັບການສະເໜີຊື່ຊິງຕໍາແໜ່ງຂອງພັກຣີພັບບລີກັນ ໃນປີ 2024 ແລະເປັນຜູ້ສືບທອດໂດຍປົກະຕິຂອງ ທ່ານທຣໍາ ເນື່ອງຈາກຮູບແບບການຕໍ່ສູ້ຂອງທ່ານ ແລະທັດສະນະອະນຸລັກທີ່ເລິກເຊິ່ງ. ໃນຊ່ວງຕົ້ນປີ 2023, ທ່ານໄດ້ເປັນຜູ້ມີຄະແນນນຳໃນການລົງຄະແນນສຽງແບບໂຕຕໍ່ໂຕ ກັບທ່ານທຣໍາ ຫຼາຍຄັ້ງ.
ແຕ່ການສະໜັບສະໜູນຂອງຜູ້ປົກຄອງລັດຟລໍຣີດາ ໄດ້ຫຼຸດລົງ ເປັນເວລາຫຼາຍເດືອນແລ້ວ, ຍ້ອນຍຸດທະສາດການໂຄສະນາຫາສຽງທີ່ມີຂໍ້ບົກພ່ອງ, ໂດຍເບິ່ງຄືວ່າທ່ານ ຈະຂາດຄວາມເປັນກັນເອງກັບຜູ້ມີສິດເລືອກຕັ້ງ ໃນການໂຄສະນາຫາສຽງ ແລະ ຈົນເຖິງເວລານີ້ ທ່ານ ທຣໍາ ຍັງຄົງຍຶດຖານສ່ວນໃຫຍ່ ຂອງພັກໄວ້ໄດ້ຢ່າງບໍ່ສັ່ນຄອນ.