ທ່ານ ມິຕ ຣອມນີ ຢ້ຽມຢາມ ອິສຣະແອລ

  • ດຣ. ສິມມາລາ

ທ່ານ Benjamin Netayahu ນາຍົກລັດຖະມົນຕີອິສຣະແອລ (ຂວາ) ຈັບມືກັບ ທ່ານ Mitt Romney ໃນຂະນະທີ່ພົບປະກັນ ທີ່ກຸງ Jerusalem ໃນວັນອາທິດມື້ນີ້ ທີ 29 ກໍລະກົດ, 2012

ທ່ານ​ມິດ ຣອມນີ ຜູ້​ສະໝັກ​ເລື​ອກຕັ້ງ​ປະທາ​ນາ​ທິບໍດີ​ສະຫະລັດ ໄດ້ເລີ້ມຕົ້ນການ ຢ້ຽມຢາມປະເທດອິສຣະແອລເປັນເວລາສັ້ນໆ ໃນວັນອາທິດມື້ນີ້ ໂດຍໄດ້ພົບປະກັບ ເພື່ອນຂອງທ່ານທີ່ຮູ້ກັນມາຕັ້ງແຕ່ດົນນານ ທ່ານ Benjamin Netayahu ນາຍົກລັດ
ຖະມົນຕີອິສຣະແອລ ຜູ້ທີ່ໄດ້ກ່າວຕໍ່ ທ່ານຣອມນີວ່າ ທ່ານເຫັນພ້ອມກັບທ່າທີຂອງພັກ
Republican ທີ່ວ່າ ອັນຕະລາຍ​ທີ່​ໃຫຍ່​ຫລວງ​ທີ່​ສຸດທີ່ໂລກກໍາລັງປະເຊີນຢູ່ໃນປັດຈຸ
ບັນນີ້ ກໍຄືຄວາມສາມາດບົ່ມ​ຊ້ອນ ທີ່ອາຣ່ານຈະມີອາວຸດນີວເຄລຍນັ້ນ.

ທ່ານຣອມນີເວົ້າວ່າ ທ່ານຢາກໄດ້ຍິນຄວາມເຫັນຂອງທ່ານ Netayahu ກ່ຽວກັບບາດ
ກ້າວໃນຂັ້ນຕໍ່ໄປ ທີ່ສາມາດດໍາເນີນ​ໄດ້ ເພື່ອຈະຢັບຢັ້ງບໍ່ໃຫ້ ອີຣ່ານ​ປະຕິບັດ​ຕາມ​ຄວາມ
ໂງ່​ເງົ່າດ້ານ “ອາວຸດນີວເຄລຍ” ຂອງຕົນນັ້ນ.

ຈາກນັ້ນ ທ່ານຣອມນີຈະໄປພົບກັບນາຍົກລັດຖະມົນຕີຂອງປາແລສຕາຍ ທ່ານ Salam
Fayyad ທີ່ກຸງ Jerusalem.

ທ່ານຣອມນີ ເດີນທາງໄປເຖິງອິສຣະແອລໃນຄືນວັນເສົາວານນີ້ ໂດຍໄດ້ບິນອອກຈາກ
ປະເທດອັງກິດ ບ່ອນທີ່ທ່ານໄດ້ເຂົ້າຮ່ວມພິທີເປີດກິລາ​ໂອ​ລິ​ມປິກ. ໃນວັນຈັນມື້ນອື່ນ ທ່ານຈະສືບຕໍ່ເດີນທາງໄປຍັງປະເທດໂພແລນ ຊຶ່ງເປັນບ່ອນ​ແວະ​ແຫ່ງສຸດທ້າຍ ໃນການ
ເດີນທາງຂອງທ່ານຄັ້ງນີ້.