ໃນສອງອາທິດ ທີ່ຜ່ານມານີ້ ໂຣມາເນຍ ໄດ້ເຫັນການປະທ້ວງ ທີ່ໃຫຍ່ທີ່ສຸດ ໃນຢູໂຣບຕາເວັນອອກທີ່ນັບແຕ່ຄອມມິວນິສໄດ້ພັງທະລາຍລົງໃນປີ 1989. ການປະທ້ວງແມ່ນແນໃສ່ການສໍ້ລາດບັງຫລວງ ແລະການປະທ້ວງເຫລົ່ານີ້ຍັງດຳເນີນຢູ່ຕໍ່ມາຫລັງຈາກລັດຖະບານໄດ້ລອດພົ້ນຈາກການລົງມະຕິບໍ່ໄວ້ວາງໃຈ.
ຫົວໜ້າຕ້ານສໍ້ລາດບັງຫລວງ ໄອຍະການ ທ່ານນາງ Laura Kovesi ກ່າວຕໍ່ນັກຂ່າວ ທີນະຄອນ Bucharest ປະເທດ Romania.
ສຳລັບປະເທດຕາເວັນຕົກແລ້ວ ວິກິດການນີ້ສະແດງໃຫ້ເຫັນຄວາມສັບສົນທີ່ປະຊາຊົນ ຢູ່ຕາມຖະໜົນຫົນທາງຂອງນະຄອນ Bucharest ພາກັນເຜີຍແບໃຫ້ເຫັນອີກເບື້ອງນຶ່ງຂອງຄວາມມືດມົນ ໃນການດຳເນີນຄວາມພະຍາຍາມ ເພື່ອປາບປາມ ການສໍ້ລາດບັງຫລວງ ຂອງລັດຖະບານ ທີ່ໄດ້ຮັບການສັນລະເສີນ ໂດຍສະຫະລັດ ແລະສະຫະພາບຢູໂຣບ. ສຳລັບອີກຫລາຍໆຄົນແລ້ວ ການປະທ້ວງ ຕໍ່ຕ້ານການສໍ້ລາດບັງຫລວງ ຕໍ່ສູ້ກັບ ຕົນເອງນັ້ນ ໄດ້ກາຍມາເປັນການສໍ້ລາດ.
ພວກປະທ້ວງພາກັນຖືປ້າຍເດີນປະທ້ວງ ການສໍ້ລາດບັງຫລວງ.
ຍ້ອນຄວາມໂກດແຄ້ນ ຈາກການເຄື່ອນໄຫວຫວ່າງມໍ່ໆມານີ້ ທີ່ເຮັດໃຫ້ການສໍ້ລາດບັງຫລວງຕໍ່າກວ່າ 50,000 ໂດລາບໍ່ມີຄວາມຜິດ ພວກປະທ້ວງຕ້ອງການຢາກໃຫ້ລັດຖະ ບານລົ້ມເລີກ.
ລັດຖະບານ ໄດ້ຕ່າວປີ້ນດຳລັດດັ່ງກ່າວ ແຕ່ການປະທ້ວງ ຍັງດຳເນີນຢູ່ຕໍ່ໄປ. ຫຼາຍຄົນເຊື່ອວ່າ ພວກຜູ້ນຳໄດ້ໃຊ້ກົດໝາຍຕໍ່ຕ້ານສໍ້ລາດບັງຫລວງ ເພື່ອທັບມ້າງການຄັດຄ້ານທາງການເມືອງ ໂດຍໃຊ້ວິທີ ທີ່ຄ້າຍຄືກັນ ກັບທີ່ລັດຖະບານ ຄອມມິວນິສ ຂອງມື້ລາງ ທ່ານ Nicolae Ceausescu ທີ່ປົກຄອງມາເປັນເວລາດົນນານ ເຄີຍໃຊ້ມາແລ້ວນັ້ນ.
ທ່ານ Alexander Adamescu ຊາວໂຣມາເນຍ ທີ່ລີ້ໄພຢູ່ປະເທດອັງກິດ.
ພວກປະທ້ວງໄດ້ເອົາແບບຢ່າງຂອງທ່ານນາງ Laura Kovesi ແມ່ຍິງທີ່ເປັນຫົວໜ້າຕໍ່ຕ້ານການສໍ້ລາດບັງຫລວງຂອງໂຣມາເນຍ ທີ່ຮູ້ກັນໃນນາມ ອົງການ DNA.