ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທີລເລີຊັນ ກ່າວວ່າ ຄວາມ
ຮຸນແຮງທີ່ເກີດຂຶ້ນຢູ່ໃນ ລັດຣາຄາຍ ຂອງມຽນມາ ເປັນການແນເປົ້າໝາຍໃສ່ຊາວ
ມຸສລິມ ໂຣຮິງຢາ ຊ່ຳກັບວ່າ ເປັນການຂ້າລ້າງຊົນຊາດຊົນເຜົ່າ.
ທ່ານທີລເລີຊັນ ໄດ້ກ່າວໃນຖະແຫລງການ ທີ່ໄດ້ຂຽນອອກມາ ໃນວັນພຸດວານນີ້ ວ່າ
“ຫຼັງຈາກທີ່ໄດ້ວິເຄາະຢ່າງລະອຽດ ແລະ ຮອບຄອບ ຂໍ້ແທ້ຈິງ ທີີ່ມີທັງຫຼາຍແລ້ວ
ມັນເປັນທີ່ຈະແຈ້ງວ່າ ສະຖານະການ ຢູ່ໃນພາກເໜືອຂອງລັດຣາຄາຍ ປະກອບ
ເປັນການ ຂ້າລ້າງຊົນຊາດຊົນເຜົ່າ ຕໍ່ຊົນເຜົ່າໂຣຮິງຢາ.”
Your browser doesn’t support HTML5
US Secretary of State Calls Violence Against Rohingya in Myanmar 'Ethnic Cleansing'
ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ທຳການສືບສວນສອບສວນ ສາເຫດຢູ່ເບື້ອງຫລັງ
ການໂຈມຕີທັງຫຼາຍ ທີ່ໄດ້ສັງຫານຊາວໂຣຮິງຢາຫຼາຍຮ້ອຍຄົນ ແລະ ກົດດັນໃຫ້
600,000 ຄົນ ພາກັນຂ້າມຊາຍແດນ ເຂົ້າໄປໃນສູນອົບພະຍົບ ໃນປະເທດ
ບັງກລາແດັສ.
ການປະກາດໃນວັນພຸດວານນີ້ ເປັນຂີດໝາຍຄັ້ງທຳອິດ ທີ່ກະຊວງການຕ່າງປະເທດ
ໄດ້ກຳນົດຄວາມຮຸນແຮງດັ່ງກ່າວ ໃຫ້ເປັນການຂ້າລ້າງຊົນຊາດຊົນເຜົ່າ. ບັນດາ
ເຈົ້າໜ້າທີ່ ແຈ້ງໃຫ້ບັນດານັກຂ່າວຊາບ ກ່ຽວກັບເບື້ອງໜ້າເບື້ອງຫຼັງ ການຕັດສິນໃຈ
ຂອງການກຳນົດດັ່ງກ່າວ ໃຫ້ເປັນຄຳສັບທີ່ບັນລະຍາຍສະຖານະການ.
ຜູ້ນຳຂອງມຽນມາ ທ່ານນາງ ອ໋ອງ ຊານ ຊູ ຈີ, ຂວາ, ຈັບມືກັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີຊັນ ທີ່ກຳລັງຢ້ຽມຢາມ ປະເທດຢູ່ນັ້ນ ຫຼັງຈາກພວກເພິ່ນ ໄດ້ເຂົ້າຮ່ວມກອງປະຊູມຖະແຫລງຂ່າວ ຢູ່ກະຊວງການຕ່າງປະເທດ ໃນນະຄອນຫຼວງເນປີຕໍ ຂອງມຽນມາ, ວັນທີ15 ພະຈິກ 2017.
ເຈົ້າໜ້າທີ່ອາວຸໂສທ່ານນຶ່ງ ກ່າວວ່າ “ການພິຈາລະນາດັ່ງກ່າວນັ້ນ ຈະມີຜົນຕິດຕາມມາ
ດ້ວຍຄວາມຮີບດ່ວນ. ສະນັ້ນ ມັນຈຶ່ງບໍ່ມີຄວາມຈຳເປັນທີ່ຈະຕ້ອງມີພັນທະໃໝ່ໃດໆ
ແຕ່ມັນຈະເນັ້ນໜັກໃສ່ ຄວາມເປັນຫ່ວງຂອງພວກເຮົາ ກ່ຽວກັບສະຖານະການ ແລະ
ຄວາມສຳຄັນໃນການແກ້ໄຂບັນຫາ ແລະ ຢຸດຢັ້ງການຂ້າລ້າງຊົນຊາດຊົນເຜົ່າ ແລະ
ຮັບປະກັນວ່າ ພວກຄົນເຫຼົ່ານັ້ນ ສາມາດກັບຄືນໄປເຮືອນຊານໂດຍສະໝັກໃຈ ແລະ
ດຳລົງຊີວິດຂອງພວກເຂົາເຈົ້າຢ່າງມີກຽດສັກສີ.”
ຊາວອົບພະຍົບ ໂຣຮິງຢາ ຍ່າງຜ່ານ ພື້ນທີ່ສູນອົບພະຍົບ Kutupalong, ຢູ່ໃກ້ກັບເມືອງ Cox’s Bazar ຂອງບັງກລາແດັສ, ວັນທີ 6 ພະຈິກ 2017.
ການກຳນົດນັ້ນ ຍັງໄດ້ເພີ່ມຄວາມກົດດັນ ໃສ່ກອງທັບຂອງມຽນມາ ນຳດ້ວຍ.
ທ່ານທີລເລີຊັນ ໄດ້ກ່າວອີກວ່າ “ບໍ່ມີການເກາະຜິດອັນໃດ ເປັນເຫດຜົນສົມຄວນ ຂອງຄວາມໂຫດຮ້າຍທາລຸນທີ່ໄດ້ເກີດຂຶ້ນ. ການລະເມີດທັງຫຼາຍທີ່ໄດ້ກະທຳໂດຍ
ທະຫານບາງສ່ວນພາຍໃນກອງທັບຂອງມຽນມາ ກຳລັງຮັກສາຄວາມປອດໄພ ແລະ ພວກຄົນທ້ອງຖິ່ນທີ່ສະໜັບສະໜູນລັດຖະບານ ໄດ້ສ້າງຄວາມທຸກທໍລະມານຢ່າງ
ສາຫັດ ແລະ ບັງຄັບໃຫ້ພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ ຫຼາຍແສນຄົນ ຕ້ອງ
ໄດ້ຫລົບໜີ ອອກຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ຢູ່ໃນມຽນມາ ໄປ
ຂໍລີ້ໄພ ຢູ່ໃນບັງກລາແດັສ.”
Your browser doesn’t support HTML5
US Rohingya Ethnic Cleansing