ເຈົ້າໜ້າທີ່ ສປຊ ຂໍໃຫ້ສືບສວນວ່າ ຍັງມີການກໍ່ອາດຊະຍາກໍາ ສົງຄາມ ຫລືບໍ່ ຢູ່ໃນມຽນມາ

ທູດພິເສດຂອງອົງການສະຫະປະຊາຊາດ ດ້ານສິດທິມະນຸດປະຈໍາມຽນມາ, ທ.ນ. Yanghee Lee ລາຍງານຕໍ່ກອງປະຊຸມສະພາດ້ານສິດທິມະນຸດຂອງອົງການສະຫະປະຊາຊາດຢູ່ນະຄອນເຈນີວາ, ສະວິດເຊີແລນ (ພາບຖ່າຍວັນທີ 11 ມີນາ 2019)

ເຈົ້າໜ້າທີ່ອົງການສະຫະປະຊາຊາດທີ່ກໍາລັງຈະອອກຈາກໜ້າທີ່ໄປແລ້ວໄດ້ຮ້ອງຂໍໃຫ້ທໍາການສືບສວນ ຕໍ່ການກ່າວອ້າງທີ່ເວົ້າວ່າຍັງມີການກໍ່ອາດຊະຍາກໍາຕ້ານ ມະນຸດຊາດ ຢູ່ໃນມຽນມາ ໃນຂະນະທີ່ຮຽກຮ້ອງໃຫ້ປະຊາຄົມໂລກ ຊ່ວຍຫລີກ ລ້ຽງບໍ່ໃຫ້ມີການກະທໍາອັນໂຫດຮ້າຍປ່າເຖື່ອນນັ້ນ.

ທ່ານນາງ ແຢງຮີ ລີ (Yanghee Lee), ຫົວໜ້າທູດພິເສດຂອງອົງການສະ ຫະປະຊາຊາດດ້ານສິດທິມະນຸດປະຈໍາປະເທດທີ່ຢູ່ໃນເຂດເອເຊຍຕາເວັນອອກ ສຽງໃຕ້ ໄດ້ກ່າວຫາກອງທັບມຽນມາ ໃນວັນພຸດຜ່ານມານີ້ວ່າ “ກໍໃຫ້ເກີດຄວາມ ທຸກທໍລະມານເພີ້ມຂຶ້ນຢ່າງຫລວງຫລາຍ” ຕໍ່ພວກຊົນກຸ່ມສ່ວນນ້ອຍ ຢູ່ໃນລັດ ຣາໄຄນ໌ ແລະ ລັດຈິນ.

ລັດຖະບານມຽນມາກໍາລັງສູ້ລົບກັບກອງທັບອາຣາຄານ, ຊຶ່ງເປັນກຸ່ມກອງໂຈນຕາງໜ້າໃຫ້ຊົນກຸ່ມນ້ອຍ ໃນລັດຣາໄຄນ໌ທີ່ ນັບຖືສາສະໜາພຸດ ທີ່ພະຍາຍາມ ຢາກໄດ້ສິດອໍານາດເພີ້ມຂຶ້ນ.

ທ່ານນາງ ລີ ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ “ໃນຂະນະທີ່ໂລກຖືກຄວບ ຄຸມໄປດ້ວຍການລະບາດຂອງພະຍາດໂຄວິດ-19 ກອງທັບມຽນມາ ແມ່ນສືບຕໍ່ ເພີ້ມການໂຈມຕີຂຶ້ນ ຢູ່ໃນລັດຣາໄຄນ໌ ໂດຍແນໃສ່ພວກທີ່ເປັນພົນລະເຮືອນ.”

ທ່ານນາງລີໄດ້ກ່າວຫາກອງທັບມຽນມາວ່າ ບໍ່ປະຕິບັດຕາມ “ຫລັກເກນພື້ນຖານ ຂອງກົດໝາຍດ້ານມະນຸດສະທໍາສາກົນ ແລະດ້ານສິດທິມະນຸດ.” ທ່ານນາງເວົ້າ ວ່າ ການປະຕິບັດຂອງທະຫານຕໍ່ພົນລະເຮືອນ “ອາດຈະເພີ້ມຂຶ້ນກາຍເປັນການ ການກໍ່ອາດຊະຍາກໍາສົງຄາມ ແລະອາດຊະຍາກໍາຕ້ານມະນຸດຊາດ.” ທ່ານນາງ ລີ ກໍາລັງຈະລົງຈາກຕໍາແໜ່ງໃນເດືອນນີ້ ພາຍຫລັງທີ່ໄດ້ດໍາລົງຕໍາແໜ່ງມາໄດ້ 6 ປີແລ້ວ.

ກອງທັບມຽນມາໄດ້ເລີ້ມ “ການປຸກລະດົມການກວດລ້າງ” ໃນເດືອນສິງຫາ ປີ 2017 ໃນລັດຣາໄຄນ໌ ທາງພາກເໜືອຂອງປະເທດ ພາຍຫລັງທີ່ໄດ້ຖືກໂຈມຕີ ໂດຍກໍາລັງຂອງກຸ່ມກະບົດໂຣຮິງຢາ ຊຶ່ງໄດ້ບັງຄັບໃຫ້ຊາວໂຣຮິງຢາ ຊຶ່ງເປັນ ຊາວມຸສລິມທີ່ບໍ່ມີປະເທດ ຫລາຍ ກວ່າ 7 ແສນຄົນນັ້ນ ຕ້ອງຫລົບໜີໄປຍັງ ບັງກລາແດສ ທີ່ເປັນປະເທດເພື່ອນບ້ານ. ກໍາລັງຮັກສາຄວາມສະຫງົບຂອງ ມຽນມາຖືກກ່າວຫາວ່າ ທໍາການສັງຫານໝູ່ ແລະຂົ່ມຂືນຊໍາເລົາ ແລະຈູດເຜົາ ບ້ານເຮືອນຫລາຍພັນຫລັງຖິ້ມ.

ສານສູງສຸດຂອງອົງການສະຫະປະຊາຊາດ ໄດ້ສັ່ງໃຫ້ລັດຖະບານມຽນມາປ້ອງ ກັນບໍ່ໃຫ້ມີການກະທໍາທີ່ເປັນການຂ້າລ້າງເຜົ່າພັນຕໍ່ຊາວໂຣຮິງຢາ ແລະທໍາການ ລາຍງານໃຫ້ອົງການລະດັບໂລກດັ່ງກ່າວ ເຖິງຄວາມຄືບໜ້າດ້ານນີ້. ສານຍຸຕິ ທໍາສາກົນເວົ້າໃນປີກາຍນີ້ວ່າ ຕົນຈະຕັດສິນກ່ຽວກັບການກ່າວຫາວ່າຕໍ່ ປະເທດ ມຽນມາ ວ່າທໍາການຂ້າລ້າງເຜົ່າພັນ ຊຶ່ງປະເທດດັ່ງກ່າວໄດ້ຢືນຢັນວ່າ ຕົນໄດ້ ເຮັດຢ່າງຖືກຕ້ອງ.

ທ່ານນາງລີເວົ້າວ່າ ການລະດົມຍິງ ແລະການໂຈມຕີທາງອາກາດຂອງລັດຖະ ບານ ໃນຫລາຍອາທິດມໍ່ໆ ມານີ້ ໄດ້ສັງຫານ ແລະເຮັດໃຫ້ຜູ້ໃຫຍ່ ແລະເດັກ ນ້ອຍໄດ້ຮັບບາດເຈັບແລະເຮັດໃຫ້ຫຼາຍກວ່າ 157,000 ຄົນ ອົບພະຍົບຫລົບ ໜີໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ