ບັນຫາຫລໍ່ແຫລມທີ່ສຳຄັນ ກ່ຽວກັບການປະຕິບັດຕໍ່ພວກອົບພະຍົບຊາວໂຣຮິງຢາໃນປະເທດໄທ ໄດ້ເປັນເງົາບົດບັງການເລີ້ມເດີນທາງໄປຢ້ຽມຢາມໄທ ຂອງບຸກຄົນຊຶ່ງໃນຄວາມຈິງແລ້ວແມ່ນຜູ້ນຳຂອງມຽນມາ ໃນວັນພະຫັດມື້ນີ້.
ໃນຂະນະທີ່ເຮືອບິນອາຍພົ່ນນຳເອົາທີ່ປຶກສາຂອງລັດຖະບານແລະລັດຖະມົນຕີການຕ່າງ ປະເທດຂອງມຽນມາ ທ່ານນາງອອງຊານ ຊູຈີ ພວມເດີນທາງໄປຍັງສະໜາມບິນສຸວັນນະພູມນັ້ນ ພວກນັກເຄື່ອນໄຫວຢູ່ບາງກອກກໍໄດ້ຖືກຄວບຄຸມ ໂດຍລັດຖະບານທະຫານຂອງໄທຢ່າງໄວວາ.
ຜູ້ຊາຍມຽນມາ ຍົກປ້າຍທີ່ຂຽນວ່າ ລາວຢາກກັບໄປມຽນມາ ໃນລະຫວ່າງທີ່ ທ່ານນາງອອງຊານ ຊູຈີ ຢ້ຽມຢາມໄທ
ທະຫານແລະຕຳຫຼວດທີ່ແບ່ງກັນອອກເປັນຈຸນ້ອຍໆ ທີ່ບໍ່ໃສ່ເຄື່ອງແບບກໍໄດ້ຂັດຂວາງບໍ່ ໃຫ້ພວກນັກເຄື່ອນໄຫວຈັດກອງປະຊຸມຖະແຫລງຂ່າວຂຶ້ນ ຢູ່ສະຖານທີ່ໆພວກນັກເຄື່ອນໄຫວໄດ້ເຊົ່າໄວ້ ຢູ່ສະໂມສອນນັກຂ່າວຕ່າງປະເທດໃນໄທ.
ຍານາງ Amy Smith ຜູ້ອຳນວຍການກຸ່ມປົກປ້ອງສິດທິມະນຸດ Fortify Rights ກ່າວຕໍ່ ວີໂອເອຢູ່ສະໂມສອນນັກຂ່າວຕ່າງປະເທດວ່າ ຄວາມເປັນຫ່ວງກໍແມ່ນເລື້ອງຄວາມໝັ້ນ ຄົງແຫ່ງຊາດ ການຖະແຫຼງຂ່າວດັ່ງກ່າວບໍ່ໄດ້ມີລະດັບສູງເຖິງປານນັ້ນ. ຍານາງກ່າວຕື່ມວ່າ ນີ້ແມ່ນການລະເມີດຕໍ່ສິດເສລີພາບ ໃນການສະແດງຄວາມຄິດຄວາມເຫັນແລະການໂຮມຊຸມນຸມແບບສັນຕິ.
ຊາວມຽນມາ ໃນປະເທດໄທ ພາກັນໄປລໍຖ້າ ຕ້ອນຮັບທ່ານນາງອອງຊານ ຊູຈີ.
ພວກນັກເຄື່ອນໄຫວສອງຄົນທີ່ຮຽກຮ້ອງໃຫ້ມີການປະຕິບັດດີຂຶ້ນຕໍ່ຊາວໂຣຮິງຢາຊຶ່ງເປັນຊົນກຸ່ມນ້ອຍໃນມຽນມາໄດ້ອ່ານຈົດໝາຍເປີດຊອງຊຶ່ງມີເນື້ອໄນສັ້ນໆທີ່ໄດ້ສົ່ງໄປໃຫ້ທ່ານນາງອອງຊານ ຊູຈີ ແລະ ໃຫ້ການອະທິບາຍວ່າ ເປັນຫຍັງ ພວກເຂົາເຈົ້າຈຶ່ງໄດ້ຖືກຫ້າມໂດຍພວກທະຫານ ບໍ່ໃຫ້ຕອບຄຳຖາມຂອງພວກນັກຂ່າວ.
ໃນຂະນະທີ່ອອກໄປຈາກເວທີນັ້ນ ເລຂາທິການ ຂອງກຸ່ມຊາວໂຣຮິງຢາໃນປະເທດໄທ Hajee Ismail ກ່າວຕື່ມວ່າ ຂ້ອຍບໍ່ສາມາດເວົ້າໄດ້ໃນເວລານີ້ ໃນຂະນະທີ່ລາວເອົາມື ອັດປາກຂອງລາວໄວ້. ນີ້ແມ່ນບັນຫາໃຫຍ່.
ປະທານສະມາຄົມຊາວໂຣຮິງຢາ ໃນປະເທດໄທ ທ່ານ Maung Kyaw Nu ທີ່ ກ່າວວ່າ ລາວເຄີຍເປັນອະດີດນັກໂທດການເມືອງໃນມຽນມາໄດ້ເອົາເຈ້ຍມາຕິດອັດປາກລາວເປັນ ເວລາສັ້ນໆຂະນະທີ່ລາວຍ່າງຜ່ານພວກນັກຂ່າວໄທແລະຕ່າງປະເທດ. ລາວໄດ້ຢຸດສອງສາມນາທີ ເພື່ອລົມກັບວີໂອເອ ແລະໄດ້ສະແດງຄວາມຫວັງເລັກນ້ອຍ ກ່ຽວກັບສະພາບການຂອງຊາວໂຣຮິງຢາ ທີ່ຈະໄດ້ຮັບການແກ້ໄຂໃນລະຫວ່າງການຢ້ຽມຢາມຂອງງທ່ານນາງອອງຊານ ຊູຈີ.