ສຫລ ຮຽກຮ້ອງ ບັງກາລາແດັສ ໃຫ້ເປິດເສັ້ນທາງ ເຂົ້າໄປຊ່ວຍເຫລືອ ຊາວໂຣຮິງຢາ

  • ທອງປານ ເທບວົງສາ

ຊາວມຸສລິມທີ່ນະຄອນຫວງຈາກາຕາ, ອິນໂດເນເຊຍ ພາກັນປະທ້ວງເພື່ອຮຽກຮ້ອງໃຫ້ ຍຸດຕິການໃຊ້ຄວາມ ຮຸນແຮງຕໍ່ຊົນເຜົ່າ Rohingya ຢູ່ແຂງຣາຄິນ ຂອງມຽນມາ ໃນ 26 ກໍລະກົດ, 2012.

ສະຫະລັດ​ກໍາລັງ​ຮຽກຮ້ອງ​ໃຫ້​ບັງ​ກລາ​ແດັສ ຈົ່ງ​ອະນຸຍາດ​ໃຫ້ບັນດາ​ກຸ່ມ​ຊ່ວຍເຫຼືອດ້ານ​ມະ
ນຸດສະ​ທໍານາໆ​ຊາດ​ ​ສືບ​ຕໍ່​ສະໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ອົບ​ພະ​ຍົບຊົນ​ເຜົ່າ​ໂຣຮິງ​ຢາ ທີ່
ໄດ້ຫຼົບໜີ​ຈາກ​ເຫດການ​ຄວາມ​ຮຸນ​ແຮງ​ທາງ​ສາສະໜາ​ຢູ່​ໃນ​ມຽນມາ ຊຶ່ງ​ເປັນ​ປະ​ເທດ​ເພື່ອນ
​ບ້ານ​ນັ້ນ.

ເມື່ອ​ອາທິ​ດຜ່ານ​ມາ ບັງ​ກລາ​ແດັ​ສ ​ໄດ້​ສັ່ງ​ໃຫ້​ບັນດາ​ອົງການ​ຕ່າງໆ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ
ຫຼື NGO ຍຸຕິ​ການ​ປະຕິບັດ​ງານ​ຂອງ​ພວກ​ເຂົາ​ເຈົ້າ ຢູ່ໃນເຂດເມືອງ Cox’s Bazar ທາງ​
ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດ. ​ເຈົ້າໜ້າ​ທີ່ບັງ​ກລາ​ແດັ​ສເວົ້າ​ວ່າ ການ​ເຄື່ອນ​ໄຫວ
​ດັ່ງກ່າວ​ນີ້ ກໍ​ເພື່ອ​ບໍ່​ຢາກ​ຊຸກຍູ້​ໃຫ້​ປະຊາຊົນ ຫຼັ່ງ​ໄຫຼ​ຂ້າມ​ຊາຍ​ແດນ​ຈາກ​ມຽນມາ ເຂົ້າ​ໄປ
​ຍັງບັງ​ກລາ​ແດັ​ສຫຼາຍຂຶ້ນ​ໄປ​ເລື້​ອຍໆ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ເວົ້າ​ເມື່ອ​ຕອນ​ບ່າຍ​ວັນ​ອັງຄານ​ວານ​ນີ້​ວ່າ ຕົນ​ມີ​ຄວາມ​ເປັນ​
ຫ່ວງ​ຢ່າງ​ເລິກ​ເຊິ່ງ​ ກ່ຽວ​ກັບ​ເຈດ​ຕະນາ​ຂອງ​ບັງ​ກລາແດັ​ສ ທີ່ໄດ້ຢຸດ​ກິດຈະ​ກໍາ​ຂອງ​ກຸ່ມ​ຕ່າງໆ
ອັນ​ມີ​ໂຮມ​ທັງກຸ່ມນາຍ​ແພດ​ບໍ່​ມີພົມ​ແດນຫຼື Doctors Without Borders ​ແລະ​ກຸ່ມ​ປະຕິ
ບັດ​ການ​ຕໍ່ຕ້ານ ຄວາມ​ອຶດຫິວ ​ແລະ​ກຸ່ມ​ຊ່ວຍ​ເຫຼືອມຸສລິ​ມ.

ຄວາມ​ຮຸນ​ແຮງ​ທາງດ້ານ​ສາສະໜາ​ລະຫວ່າງຊາວ​ພຸດ ​ແລະ​ຊາວມຸສລິ​ມ ໂຣຮິງ​ຢາ​ ຢູ່​ໃນລັດ
Rakhine ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍສິບ​ຄົນ ໃນ​
ເຫດ​ຮ້າຍ​ດັ່ງກ່າວ ນັບ​ຕັ້ງ​ແຕ່​ເດືອນ ມິຖຸນາ​ຜ່ານ​ມາ. ຊາວ​ໂຣຮິງ​ຢາຈຳນວນ​ນຶ່ງ ​ທີ່​ມຽນມາ
ຖື​ວ່າ​ເປັນ​ຊາວ​ຕ່າງ​ດ້າວ​ເຂົ້າ​ເມືອງຜິດ​ກົດໝາຍ​ນັ້ນ ​ໄດ້ພະຍາຍາມຫຼົບໜີ​ເຂົ້າ​ໄປໃນປະ​ເທດ
​ບັງ​ກລາ​ແດັ​ສ.