ເຖິງແມ່ນວ່າການແຜ່ລະບາດຂອງໄວຣັສໂຄໂຣນາຈະເລີ້ມຜ່ອນລົງແດ່ແລ້ວຢູ່ໃນບາງພາກຂອງສະຫະລັດກໍຕາມ, ແຕ່ຫຼາຍຄົນກໍຍັງມັກການຈັດສົ່ງສິ່ງຂອງແບບບໍ່ຕ້ອງໄດ້ກ່ຽວຂ້ອງກັບຄົນເລີຍ. ບໍລິສັດນຶ່ງແມ່ນມີໄວ້ຢູ່ທີ່ນີ້ເພື່ອຊ່ວຍຄົນ- ໂດຍໃຊ້ ຫຸ່ນຍົນ ຫລືໂຣບອດຂອງຕົນໃນການສົ່ງສິ່ງຂອງ. Deana Mitchell ມີລາຍງານກ່ຽວກັບເລື້ອງນີ້ມາຈາກນະຄອນອອສຕິນຂອງລັດເທັກຊັສ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເມື່ອສັ່ງຊື້ພິຊຊ່າຢູ່ໃນນະຄອນອອສຕິນຂອງລັດເທັກຊັສ ແລ້ວມັນອາດຈະຖືກຂົນສົ່ງມາໃຫ້ໂດຍຫຸ່ນຍົນ ຫລື ໂຣບອດສາມລໍ້ ອັນໃດອັນນຶ່ງໃນ 10 ອັນທີ່ມີຢູ່ນັ້ນ.
ບໍລິສັດທີ່ຢູ່ເບື້ອງຫຼັງຂອງຫຸ່ນຍົນພວກນີ້ ກ່າວວ່າ ຕົນຫວັງວ່າຈະໃຫ້ຫຸ່ນຍົນ ສົ່ງສິນຄ້າໄດ້ຫຼາຍຊະນິດນອກເໜືອໄປຈາກພິຊຊ່າອີກ.
ທ່ານ ລຸກ ສະນາຍເດີ້ (Luke Schneider), CEO ຂອງບໍລິສັດ ຣີແຟຣັກເຊິນ ເອໄອ (Refraction AI) ກ່າວວ່າ:
"ພວກເຮົາພຽງແຕ່ວາດພາບເບິ່ງອະນາຄົດທີ່ເວົ້າໄດ້ວ່າ ນີ້ແມ່ນມາດຕະຖານທີ່ແທ້ຈິງສໍາລັບການຈັດສົ່ງສິ່ງຂອງ."
ຫຼາຍບໍລິສັດກໍາລັງພະຍາຍາມແກ້ໄຂບັນຫາຂອງ “ການຈັດສົ່ງທີ່ຂໍມາໃນໄລຍະ ນຶ່ງໄມສຸດທ້າຍຂອງຂາທ້າຍສຸດໃນຖ້ຽວເດີນທາງເອົາສິນຄ້າໄປສົ່ງຢູ່ເຮືອນຫຼື ບ່ອນເຮັດວຽກ. ທ່ານສະນາຍເດີ້ (Schneider) ຄິດວ່າ ທ່ານໄດ້ແກ້ໄຂມັນດ້ວຍການໃຊ້ຫຸ່ນຍົນຈັດສົ່ງທີ່ມີຂະໜາດ “ພໍດີກັບການຂໍຮ້ອງນັ້ນ”, ເຊິ່ງສ່ວນໃຫຍ່ແລ້ວ ໄດ້ປະຕິບັດງານຢູ່ໃນເລນຂອງລົດຖີບຢູ່ຫົນທາງ ແລະມີລາຄາຖືກກວ່າ ແລະເປັນມິດກັບສິ່ງແວດລ້ອມຫຼາຍກວ່າລົດອີກດ້ວຍ.
ທ່ານ ສະນາຍເດີ້ (Schneider) ກ່າວດັ່ງນີ້:
"ພວກເຮົາປະຕິບັດງານຂ້ອນຂ້າງວ່າ ຢູ່ໃນເຂດຄຸ້ມນ້ອຍໆ ທີ່ມີຂະໜາດພໍດີ ຫລື Goldilocks, ບ່ອນທີ່ພວກເຮົາໃຊ້ມັນຫລາຍກວ່າຫຸ່ນຍົນທີ່ຖືກຕັ້ງໂປຣແກຣມ ໃຫ້ຍ່າງຢູ່ຕາມທາງຍ່າງ ແຕ່ເປັນວິທີແກ້ໄຂບັນຫາໃນການຄວບຄຸມຕົນເອງແບບອັດຕະໂນມັດ ທີ່ງ່າຍກວ່າການໃຊ້ຍານພາຫະນະແລ່ນແບບອັດຕະໂນ ມັດໂດຍທັງໝົດເລີຍນັ້ນໄດ້."
ແຕ່ນັກຊ່ຽວຊານຄົນນຶ່ງ ຊີ້ໃຫ້ແຈງວ່າ ຫຸ່ນຍົນໃນການຈັດສົ່ງສິ່ງຂອງແມ່ນປະເຊີນກັບອຸປະສັກຫລາຍອັນ.
ທ່ານນາງ ແອນດຣາ ຄິເອ (Andra Keay) ເປັນຜູ້ອໍານວຍການດ້ານບໍລິຫານຂອງບໍລິສັດໂຣບອດໃນເຂດຊີລິຄອນ ວາລີ (Silicon Valley Robotics).
ທ່ານນາງກ່າວຜ່ານທາງ Skype ວ່າ:
"ເຮືອນຂອງປະຊາຊົນມີຄວາມຫຼາກຫຼາຍກ່ວາຖະໜົນຫົນທາງອີກ, ແລະເພາະ ສະນັ້ນ ມັນຈຶ່ງມີຄວາມສະຫລັບຊັບຊ້ອນຫຼາຍທີ່ສຸດເລີຍ."
ລູກຄ້າຕ້ອງໄດ້ອອກມາ ແລະໃສ່ລະຫັດເຂົ້າໄປ ເພື່ອຈະເອົາສິນຄ້າທີ່ເຂົາເຈົ້າສັ່ງນັ້ນໄດ້. ແຕ່ສຳລັບດຽວນີ້, ຫຸ່ນຍົນແມ່ນມີຜູ້ຊ່ວຍແລ້ວ.
ຜູ້ຕິດຕາມຄົນນຶ່ງ ຕິດຕາມລົດຈັກສະກູດເຕີທີ່ແລ່ນດ້ວຍໄຟຟ້າ ເພື່ອໃຫ້ແນ່ໃຈວ່າທຸກສິ່ງທຸກຢ່າງເປັນໄປດ້ວຍດີ - ພຽງແຕ່ໄປຈົນກວ່າປັນຍາປະດິດຂອງຫຸ່ນຍົນຈະຮຽນຮູ້ຫົນທາງໄດ້ດີເທົ່ານັ້ນ.
ຫຸ່ນຍົນບໍ່ພຽງແຕ່ທໍາການຂັບເຄື່ອນເອົາເອງເທົ່ານັ້ນ ແຕ່ຍັງຖືກຕິດຕາມກວດກາຈາກໄລຍະໄກໂດຍສະມາຊິກພະນັກງານຂອງບໍລິສັດ Refraction ຜູ້ທີ່ສາມາດ ທໍາການຄວບຄຸມໄດ້ຖ້າຫາກຈໍາເປັນ.
ໂຣບອດ Rev-1 ສາມາດໄປໄວເຖິງ 24 ກິໂລແມັດຕໍ່ຊົ່ວໂມງ ໂດຍຖືເອົາຖົງ ເຄື່ອງອາຫານການກິນ 7 ຖົງໄປສົ່ງ. ມັນຮູ້ຈັກສັນຍານປ້າຍຈະລາຈອນ ແລະປ້າຍຕ່າງໆ.
ທ່ານ ສະນາຍເດີ້ (Schneider) ເວົ້າວ່າ ມັນເປັນພຽງແຕ່ເລື່ອງທີ່ວ່າຈະແມ່ນ ຕອນໃດເທົ່ານັ້ນ ກ່ອນທີ່ຫຸ່ນຍົນປະເພດເຫຼົ່ານີ້ຈະມີຢູ່ທຸກແຫ່ງທຸກຫົນ.
ທ່ານກ່າວດັ່ງນີ້:
"ພວກເຮົາຄິດວ່າ ການແກ້ໄຂການຂົນສົ່ງສິ່ງຂອງໃນໄລຍະໄມສຸດທ້າຍທີ່ເໝາະ ເຈາະກັບຂະໜາດຂອງການສັ່ງເຄື່ອງນີ້ ເປັນສິ່ງທີ່ເຖິງເວລາແລ້ວທີ່ມັນຈະມີໄວ້ ໃຫ້ໃຊ້ ແລະມັນກໍເປັນວິທີທີ່ເໝາະສົມສໍາລັບປະເທດທີ່ຈະກ້າວໄປຂ້າງໜ້າ."
ບໍລິສັດນີ້ຫວັງວ່າຈະຂະຫຍາຍໄປສູ່ການຈັດສົ່ງເຄື່ອງຍ່ອຍທີ່ເປັນອາຫານ ການກິນ, ຢາປົວພະຍາດ ແລະສິນຄ້າອື່ນໆອີກ.