ອຸປະຕິເຫດບົນທ້ອງຖະໜົນ ແມ່ນເຫດການທີ່ເກີດຂຶ້ນແບບບໍ່ຄາດຝັນ ໂດຍມີທ່າອ່ຽງ
ເພີ້ມຂຶ້ນເລື້ອຍໆ ຢູ່ໃນລາວ. ທັງນີ້ກໍຍ້ອນມີ ການຖືເບົາ ແລະຂາດສະຕິຂອງນັກຂັບຂີ່
ບວກກັບການບໍ່ເປັນເຈົ້າການໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງ. ສະພາບການເຫລົ່ານີ້ມັນຈະເຮັດໃຫ້ ຫຼາຍຄົນເສຍຊີວິດ ເສຍອົງຄະ, ເສຍຊັບສິນ, ເງິນທອງ ຕະຫຼອດທັງຄົນທີ່ຮັກ ແລະຫວງ ແຫນທີ່ສຸດ ໃນພຽງພິບຕາດຽວໄດ້. ນັກຂ່າວຂອງເຮົາ
ມີລາຍງານເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານອຸປະຕິເຫດລົດຕຳກັນຢູ່ໃນລາວ
ໄດ້ຫຼາຍທົດສະວັດມາແລ້ວ ທີ່ບັນຫາອຸປະຕິເຫດ ບົນທ້ອງຖະໜົນໃນລາວຍັງບໍ່ມີທ່າ
ອ່ຽງຈະຫຼຸດລົງແລະຍັງມີທ່າທີຈະນັບມື້ນັບເພີ້ມທະວີຂຶ້ນໂດຍສະເພາະໃນໄລຍະທີ່ມີພາຫະນະລົດສັນຈອນໄດ້ເພີ້ມຂຶ້ນຢ່າງໄວວາ ໃນປັດຈຸບັນ ຢູ່ຕາມທ້ອງຖະໜົນ, ຍ້ອນ
ການຂະຫຍາຍໂຕ ທາງເສດຖະກິດ ຂອງລາວ. ອີງຕາມສະຖິຕິການເກີດອຸປະຕິເຫດ ຂອງກົມຕໍາຫຼວດຈາລະຈອນນະ ຄອນບານ ນະຄອນຫຼວງວຽງຈັນແລ້ວ, ອຸປະຕິເຫດ
ບົນທ້ອງຖະໜົນ ທີ່ເກີດຂຶ້ນໃນຊ່ວງໄລຍະ 6 ເດືອນທ້າຍປີກາຍທຽບໃສ່ກັບ 6 ເດືອນ
ຕົ້ນປີ 2019 ນີ້ ເຫັນວ່າ ມີທ່າອ່ຽງເພີ້ມຂຶ້ນຢ່າງໜ້າເປັນຫ່ວງ ໂດຍມີເຫດການເກີດ
ຂຶ້ນໃນ ນະຄອນຫຼວງວຽງຈັນ ທັງໝົດ 525 ຄັ້ງ, ໃນນັ້ນ ມີຄົນເສຍຊີວິດ 89 ຄົນ, ບາດ
ເຈັບສາຫັດ 128 ຄົນ, ບາດເຈັບທໍາມະດາ 439 ຄົນ, ບາດເຈັບເລັກນ້ອຍ 184 ຄົນ
ແລະ ພາຫະນະລົດເປ່ເພຫຼາຍໃຊ້ບໍ່ໄດ້ 9 ຄັນ, ເປ່ເພທໍາມະດາ 955 ຄັນ ແລະ
ເປ່ເພເລັກນ້ອຍ 334 ຄັນ.
Your browser doesn’t support HTML5
ອຸປະຕິເຫດຕາມທ້ອງຖະໜົນໃນນະຄອນຫລວງວຽງຈັນ ແລະການບາດເຈັບ
ສະພາບການເຊັ່ນນີ້ ແມ່ນເປັນສາຍເຫດເຮັດໃຫ້ມີການສູນເສຍຊັບສິນເງິນ ທອງຕະ
ຫຼອດຄົນຮັກອື່ນໆ ຢ່າງບໍ່ຄາດຝັນ, ດັ່ງການໃຫ້ສໍາພາດຕໍ່ວີໂອເອ ຂອງທ້າວທອງດຳ, ຊາວບ້ານນາປົ່ງ, ເມືອງຄົງເຊໂດນ ແຂວງສາລະວັນ ໃນຂະນະທີ່ຜູ້ກ່ຽວກຳລັງນອນ
ປິ່ນປົວຢູ່ໃນໂຮງໝໍ 150 ຕຽງ ໃນນະຄອນຫລວງວຽງຈັນ ຍ້ອນຖືກອຸປະຕິເຫດ ວ່າ:
“ຂ້າພະເຈົ້າໄດ້ມາທໍາງານ ຢູ່ວຽງຈັນໄດ້ 5 ປີ ແລ້ວ ຕໍ່ມາວັນທີ 13 ເດືອນ 9 2019 ຕົນໄດ້ເກີດອຸປະຕິເຫດ ລົດຈັກຕໍາລົດຈັກເສຍຫາຍໜັກພໍສົມຄວນ, ລົດເປ່ເພໜັກ ຕົນເອງກໍ່ຂາຫັກ ຫົວຖືກກະທົບ ໜັກສົມຄວນ, ເສຍເງິນຫຼາຍ ເສຍເວລາ, ເສຍ
ຄວາມຮູ້ສຶກ ບໍ່ໄດ້ໄປທໍາມາຫາກິນທາງໃດ, ປະກັນໄພ ປະກັນສັງຄົມກໍ່ບໍ່ມີ ຄອບ
ຄົວກໍ່ຫຍຸ້ງຍາກເສຍເວລານໍາ ຍັງນອນຢູ່ໂຮງໝໍ 150 ຕຽງໃນປັດຈຸບັນ. ສ່ວນສາຍ
ເຫດທີ່ເກີດອຸປະຕິເຫດໃນຄັ້ງນີ້ ແມ່ນຍ້ອນ ການຊຸມແຊວກິນເຫຼົ້າ ກັບໝູ່ຂ້າງເຮືອນ
ພັກ ເພາະບໍ່ໄດ້ພໍ້ກັນດົນແລ້ວ.”
ເຈົ້າໜ້າທີ່ຈາລະຈອນທ່ານນຶ່ງເວົ້າວ່າ ສາເຫດທີ່ພາໃຫ້ເກີດ ອຸປະຕິເຫດບົນທ້ອງ
ຖະໜົນແມ່ນມີ 4 ປັດໄຈຫຼັກ ຊຶ່ງກ່ຽວຂ້ອງກັບສະພາບແວດລ້ອມ ດິນ ຟ້າອາກາດ, ສະພາບເສັ້ນທາງ, ສະພາບເຕັກນິກຂອງພາຫະນະທີ່ບໍ່ໄດ້ມາດຕະຖານ ແລະການ
ລະເມີດກົດລະບຽບຈາລະຈອນ ຂອງ ຜູ້ຂັບຂີ່ຍວດຍານ ພາຫະນະ ໂດຍສະເພາະ
ແມ່ນການດື່ມສິ່ງມືນເມົາ ຊຶ່ງທ່ານ ກ່າວຕໍ່ວີ ໂອເອພວກເຮົາດັ່ງນີ້:
“4 ສາຍເຫດຫຼັກທີ່ພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນ ຄື ສາຍເຫດທີ 1 ຈາກ
ສະພາບແວດລ້ອມ ທາງສັງຄົມ ທໍາມະຊາດ ດິນຟ້າອາກາດ ທາງມີສິ່ງກີດຂວາງ, ຕົ້ນ
ໄມ້ລົ້ມທັບທາງແລະອື່ນໆ. ສາຍເຫດທີ 2. ເກີດຂຶ້ນຍ້ອນສະພາບເສັ້ນທາງເປັນບວກ
ເປັນຂຸມ ເວລາຝົນຕົກມີນໍ້າອັ່ງອໍ ເປັນຕົມ ຍາມແລ້ງກໍ່ມີຂີ້ຝຸ່ນຫຼາຍ, ປ້າຍສັນຍານຈາ
ລະຈອນ ແລະດອກໄຟເຍືອງທາງກາງ ຄືນບໍ່ພຽງພໍ. ສາຍເຫດທີ 3 ເກີດຂຶ້ນຍ້ອນສະ
ພາບເຕັກນິກ ຂອງພາຫະນະເຊັ່ນ ພາຫະນະເກົ່າແກ່ຊຸດໂຊມ ຢາງລົດຫຼຸ້ຍຫ້ຽນເກີນ
ມາດຕະຖານ ລະບົບເບກ ຄັນສົ່ງ ບໍ່ດີ, ລະບົບໄຟຕາ, ໄຟສັນຍານຕ່າງໆບໍ່ຮັບປະກັນ
ທາງດ້ານເຕັກນິກ. ສາຍເຫດທີ 4 ເກີດຂຶ້ນຍ້ອນຜູ້ຂັບຂີ່ພາຫະນະລົດ ຜູ້ໃຊ້ລົດໃຊ້ຖະ
ໜົນ ທີ່ລະເມີດກົດລະບຽບການສັນຈອນ ແລ້ວພາໃຫ້ເກີດອຸປະຕິເຫດ, ມັກດື່ມສິ່ງມືນ
ເມົາ ແລ້ວຂັບຂີ່ລົດໄວເກີນກໍານົດ ແຊງຂຶ້ນໜ້າບໍ່ຮັບປະກັນຄວາມປອດໄພ, ລ້ຽວຊ້າຍ
ລ້ຽວຂວາ ບໍ່ຮັບປະກັນຄວາມປອດໄພ ປະໝາດຂາດສະ ຕິ ທ້າທາຍ ເອົາແຕ່ໃຈຕົນ
ເອງ ແລະ ອື່ນໆ.”
ໃນຂະນະດຽວກັນ, ຝ່າຍຫົວໜ້າໜ່ວຍງານຂັ້ນສູງຂອງລັດ ທີ່ກ່ຽວຂ້ອງທ່ານໜຶ່ງ ກໍໄດ້
ໃຫ້ຄຳສະເໜີວ່າ ເພື່ອໃຫ້ຫລຸດຜ່ອນອຸປະຕິເຫດໄດ້ຈະຕ້ອງມີການຍົກລະດັບຄວາມ
ເຂົ້າໃຈຂອງປະຊາຊົນໃນທຸກອາຍຸເພດໄວແລະຂະແໜງອາ ຊີບໃຫ້ເຂົ້າໃຈເຖິງຄວາມ
ສຳຄັນ ແລະມີສະຕິໃນການປະຕິບັດລະບຽບຈະລາຈອນ ຊຶ່ງທ່ານໃຫ້ຄຳເຫັນດັ່ງນີ້:
“ຢາກໃຫ້ຫຼຸດຜ່ອນອຸປະຕິເຫດໄດ້ ບັນຫາຫຼັກໆ ແມ່ນຕ້ອງໄດ້ໂຄສະນາເຜີຍ ແຜ່ ກົດລະບຽບຈາລະຈອນຢູ່ຕາມທາງສາມແຍກ, ສີ່ແຍກທີ່ມີໄຟແດງ ໄຟອໍານາດນີ້
ຄືບັນຫາ 1. ບັນຫາ 2 ແມ່ນຕ້ອງລົງເຜີຍແຜ່ລະບຽບຈາລະຈອນຢູ່ຕາມບ້ານ ຕາມໂຮງຮຽນແລະຕາມສໍານັກງານອົງການຕ່າງໆ ເພື່ອໃຫ້ພໍ່ແມ່ ປະຊາຊົນ
ເຂົ້າໃຈກົດລະບຽບຈາລະຈອນເພື່ອໃຫ້ສາມາດຫຼຸດຜ່ອນອຸປະຕິເຫດ ຕາມທ້ອງ
ຖະໜົນ”
ສະຫຼຸບແລ້ວ ອຸປະຕິເຫດບົນທ້ອງຖະໜົນແມ່ນເຫດການທີ່ເກີດຂຶ້ນຍ້ອນການຖືເບົາ
ມັກງ່າຍ ແລະຂາດສະຕິຂອງນັກຂັບຂີ່ຢູ່ໃນຫຼາຍດ້ານ ໂດຍສະເພາະ ແມ່ນການດື່ມ
ສິ່ງມືນເມົາເກີນຂອບເຂດ ແລະບໍ່ປະຕິບັດຕາມກົດລະບຽບຈາລະຈອນ. ພ້ອມກັນນັ້ນ
ທາງເຈົ້າໜ້າທີ່ຮັບຜິດຊອບໃນດ້ານການອອກໃບອະນຸຍາດໃນການຂັບຂີ່ ແລະບູລະ
ນະສ້ອມແປງຖະໜົນຫົນທາງກໍຍັງບໍ່ທັນເປັນເຈົ້າການໃນການທີ່ຈະແກ້ໄຂບັນຫາ
ເຫລົ່ານີ້ຮ່ວມກັນ ແລະການສຶກສາອົບຮົມເພື່ອຍົກລະດັບຄວາມເຂົ້າໃຈຂອງບັນດາ
ນັກຂັບຂີ່ກໍຍັງບໍ່ທົ່ວເຖິງ ແລະບໍ່ມີປະສິດທິຜົນສູງ. ສະນັ້ນເພື່ອຫຼີກລ້ຽງຜົນຕາມມາ
ທາງເສດຖະກິດແລະຊີວິດຂອງ ຄົນ ທີ່ບໍ່ເພິ່ງປາດຖະໜານີ້ ມັນຮຽກຮ້ອງທຸກພາກ
ສ່ວນ ໃຫ້ເອົາໃຈໃສ່ຮ່ວມມືກັນແກ້ໄຂຢ່າງເປັນຮູບປະທຳ ແລະເປັນລະບົບ.