ສຫລ ຈະສືບຕໍ່​ ສົ່ງກຳປັ່ນລົບ ​ໄປໃກ້ເກາະ ທີ່​ຂັດ​ແຍ້​ງ ໃນ​ທະ​ເລ​ຈີນໃຕ້

ເຮືອທີ່ຕິດຫົວລູກສອນໄຟຂີປະນາວຸດນໍາວິຖີ USS Antietam ຂອງສະຫະລັດ ກໍາລັງລາດຕະເວນ ຢູ່ໃນເຂດກອງທັບເຮືອທີ 7 ສະຫະລັດ ເພື່ອປະຕິບັດໜ້າທີ່ ໃນການໃຫ້ການສະໜັບສະໜຸນ ສະຖຽນລະພາບ ແລະຄວາມໝັ້ນຄົງ ຢູ່ໃນເຂດອິນໂດປາຊີຟິກ ໃນວັນທີ 23 ຕຸລາ 2014

ກອງທັບ​ສະຫະລັດຈະ​ສືບຕໍ່​ແລ່ນເຮືອ​ໄປ​ໃກ້ເກາະທີ່​ມີ​ການ​ຂັດ​ແຍ້​ງກັນຢູ່​ໃນ​ທະ​ເລ
​ຈີນ​ໃຕ້​ນັ້ນ, ອີງ​ຕາມ​ການ​ຢືນຢັນ​ຂອງທ່ານຈິ​ມ ​ແມດ​ຕິ​ສ (Jim Mattis) ​ໃນ​ວັນ​ອັງ
ຄານ​ວານ​ນີ້, ​ເຖິງ​ແມ່ນ​ວ່າ​ປັກ​ກິ່ງ​ຈະ​ຕໍາໜິການ​ກະທໍາ​ດັ່ງ​ກ່າວນັບ​ມື້ ນັບ​ຫລາຍ​ຂຶ້ນ
​ກໍ​ຕາມ.

​ໃນ​ຂະນະທີ່​ເດີນທາງ​ ໄປ​ຍັງ​ເກາະ​ຮາ​ວາຍ​ຢູ່​ນັ້ນ ທ່ານຈິ​ມ ​ແມດ​ຕິ​ສ (Jim Mattis)
ກ່າວ​ວ່າ ​"ມັນ​ເປັນ​ການ​ປະຕິບັດງານເພື່ອ​ອິດ​ສະລະ​ພາບໃນການເດີນເຮືອ. ​ແລະ​
ທ່ານ​ອາດ​ຈະ​ສັງ​ເກດ​ເຫັນ​ເນາະວ່າ ມີ​ແຕ່​ປະ​ເທດ​ດຽວເທົ່າ​ນັ້ນທີ່ປາກົດ​ວ່າ ​ໄດ້​ເອົາ
​ບາດກ້າວ​ອັນ​ແຂງ​ຂັນຕໍ່ຕ້ານ​ການປະຕິບັດງານດັ່ງ ກ່າວ ຫລື​ເວົ້າວ່າ​ພວກເຂົາບໍ່ພໍ​
ໃຈ​ຕໍ່ການປະຕິບັດງານ​ນັ້ນ.”


​ທະ​ເລ​ຈີນ​ໃຕ້ຄາດ​ວ່າ ​ຈະ​ເປັນ​ຈຸດ​ເພັ່ງ​ເລັງ​ໃຫຍ່​ຢູ່​ໃນ​ການ​ສົນທະນາ​ກັນ​ໃນ​ອາທິດ​ນີ້ ​ເມື່ອທ່ານແມດ​ຕິ​ສ​ເດີນທາງ​ໄປ​ຍັງ​ສິງກະ​ໂປ ​ເພື່ອ​ເຂົ້າຮ່ວມ​ການ​ ໂອ້​ລົມ​ສົນທະນາ​
ແຊງ​ກຣີລາ (Shangri-La) ຊຶ່ງ​ເປັນກອງປະຊຸມ​ປະ​ຈໍາປີ​ຂອງບັນດາ​ຜູ້​ນໍາ​ດ້ານ​ປ້ອງ​
ກັນຊາ​ດຂອງ​ປະ​ເທດ​ໃນ​ຂົງເຂດ​ເອ​ເຊຍ ​ແລະ​ຜູ້​ນໍາ​ປະ​ເທດ​ອື່ນໆ.

​ເຮືອ​ລົບ​ຂອງ​ກອງທັບ​ເຮືອ​ສະຫະລັດສອງ​ລໍາ ໄດ້ແລ່ນ​ໄປ​ໃກ້ເກາະທີ່​ຄອບ​ຄອງ​ໂດຍ
​ຈີນ ຢູ່​ໃນ​ໝູ່​ເກາະພາຣາ​ແຊ​ລ (Paracel) ນອກແຄມຝັ່ງ​ທະ​ເລ​ຂອງຫວຽດນາມ. ສ່ວນ
ຈີນນັ້ນກໍ​ໄດ້​ສົ່ງເຮືອ​ລົບ​ຂອງຕົນສອງ​ລໍາ​ໄປຍັງ​ເຂດ​ດັ່ງກ່າວ​ເຊັ່ນ​ກັນ ​ເພື່ອ​ບອກເຕືອນ​
ເຮືອ​ຂອງ​ສະຫະລັດວ່າ ​ໃຫ້ອອກ​ໄປຈາກບໍລິເວນດັ່ງກ່າວ, ອີງ​ຕາມ​ຄໍາ​ເວົ້າຂອງ​ປັກ​ກິ່ງ.

ພວກ​ເຈົ້າໜ້າທີ່​ສະຫະລັດ​ເວົ້າວ່າການ​ປະຕິບັດງານເພື່ອອິດສະຫຼະພາບໃນການເດີນ
ເຮືອ ​ຫລື FONOP, ​ແມ່ນມີ​ໝາຍກໍານົດ ​ແລະມີ​ຂຶ້ນເປັນປະຈຳຢູ່ໃນທົ່ວ​ໂລກ. ​ແຕ່​ວ່າ
ການ​ປະຕິບັດງານເພື່ອອິດສະຫຼະພາບໃນການເດີນເຮືອເທື່ອຫລ້າສຸດ​ມີ​ຂຶ້ນ​ໃນ​ເວລາ
​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ເປັນ​ພິ​ເສດ​ໃນ​ສາຍ​ພົວພັນ​ລະຫວ່າງ ສະຫະລັດກັບ​ຈີນ.

ໃນ​ອາທິດ​ແລ້ວນີ້ ທໍານຽບຫ້າ​ແຈ​ໄດ້ຖອນ​ຄືນ​ການ​ເຊື້ອ​ເຊີນ​ຂອງ​ຕົນ​ ໃຫ້​ຈີນ​ເຂົ້າຮ່ວມ​
ໃນການຊ້ອມລົບຣິມ​ແພັກ (RIMPAC) ຊຶ່ງ​ເປັນ​ການ​ຊ້ອມ​ລົບ​ທາງ​ທະ​ເລສາກົນທີ່​ຈະ
​ມີ​ຂຶ້ນ​ໃນ​ຊ່ວງ​ທ້າຍ​ປີນີ້ ​ໂດຍ​ໄດ້​ອ້າງອ້າງເຫດຜົນວ່າ ປັກ ກິ່ງໄດ້​ຫັນໝູ່​ເກາະ​ຕ່າງໆ​ໃນ
​ທະ​ເລ​ຈີນ​ໃຕ້ ​ໃຫ້ກາຍ​ເປັນ​ເຂດດໍາ​ເນີນ​ການ​ທາງ​ທະຫານ.

ລາຍ​ງານ​ເມື່ອ​ມໍ່ໆມານີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ ​ໄດ້​ຍົກຍ້າຍ​ລະບົບ​ປ້ອງ​ກັນ​ທາງ
​ອາກາດ​ໄປ​ຢູ່​ໝູ່ເກາະສະແປຣັດລີ (Spratly) ຊຶ່ງ​ເປັນ​ການ​ກະທໍາ​ຫລ້າ​ສຸດ​ຂອງ​ປັກ
​ກິ່ງ​ໃນ​ການ​ທີ່​ຈະ​ຫັນ​ເອົາ​ເກາະດອນໃນທະເລຈີນໃຕ້​ໃຫ້​ເປັນ​ເຂດ​ທະ​ຫານ.

ທ່ານ​ແມດ​ຕິ​ສ (Mattis) ກ່າວຕໍ່ພວກ​ນັກ​ຂ່າວ​ວ່າ "​ເມື່ອ​ພວກ​ເຂົາ​ກະທໍາ​ການ​ທີ່ ​ບໍ່​ໂປ່​ງ​
ໃສ​ຕໍ່ພວກ​ເຮົາ ພວກ​ເຮົາ​ກໍຈະບໍ່ສາມາດໃຫ້​ການຮ່ວມມື​ກັນ​ໄດ້​ຢູ່​ໃນ​ຂົງ​ເຂດດັ່ງກ່າວ ທີ່​ພວກ​ເຮົາ​ຈະ​ສາມາດ​ຮ່ວມ​ມື​ກັນ​ໄດ້ ຖ້າ​ຫາກ​ບໍ່ມີ​ການ​ກະທໍາ​ແບບ​ນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ