ກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ແກມເບຍ ກັກຂັງພີ່ນ້ອງ ແລະໝູ່ເພື່ອນ ພວກເຮັດລັດຖະປະຫານ

ປະທານາທິບໍດີແກມເບຍ ທ່ານ Yahya Jammeh ເດີນທາງໄປຮ່ວມ ກອງປະຊຸມສຸດຍອດ ທີ່ເມືອງ Abuja ປະເທດ Nigeria.

ສອງ​ອົງການປົກປ້ອງ​ສິດທິ​ມະນຸດ ​ໄດ້​ກ່າວ​ຫາປະ​ເທດ​ແກມ
ເບຍທີ່ຕັ້ງຢູ່ໃນເຂດ ອາ​ຟຣິກາ​ຕາ​ເວັນ​ຕົກ ວ່າ​ກັກ​ຂັງ​ຢ່າງຜິດ​
ກົດໝາຍໝູ່ເພື່ອນແລະ​ຍາດຕິ​ພີ່​ນ້ອງ ​ຫລາຍສິບຄົນ ຂອງ​
ພວກ​ທີ່​ຖືກ​ກ່າວ​ຫາ​ວ່າ ພົວພັນ​ກັບ​ການພະຍາ​ຍາມ​ເຮັດ​ລັດ
ຖະປະຫານ ​ໃນ​ທ້າຍປີກາຍ​ນີ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ແລະອົງ
ການນິລະໂທດສາກົນ ກ່າວ​ໃນ​ວັນ​ພຸດ​ມື້​ນີ້ວ່າ ​ແກມ​ເບຍ ​ໄດ້​
ກັກ​ຂັງ​ບັນດາ​ໝູ່​ເພື່ອນ ​ແລະ​ຍາດຕິ​ພີ່ນ້ອງເຫຼົ່ານີ້ ໂດຍບໍ່ໄດ້
ແຈ້ງໃຫ້ຊາບກ່ຽວກັບບ່ອນກັກຂັງ​ເຂົາ​ເຈົ້າ ​ແລະ​ພໍ່​ແມ່​ທີ່​ເຖົ້າ​ແກ່ແລ້ວ ​ແລະ​ລູກ​ຊາຍຄົນ​ນຶ່ງທີ່ຍັງເປັນໄວລຸ້ນ ກໍຮວມຢູ່ໃນ​ຈຳນວນ​ພວກຖືກ​ກັກ​ຂັງ.

ທ່ານ Daniel Bekele ຜູ້ອຳນວຍການຝ່າຍອາ​ຟຣິກາຂອງ​ Human Rights Watch
ກ່າວ​ວ່າ “ບັນ​ດາ​ເ​ຈົ້າໜ້າ​ທີ່​ແກມ​ເບຍ ​ບໍ່​ຫົວຊາ​ກັບມາດຕະຖານທີ່ເປັນ ພື້ນຖານ​ສິດທິ​
ມະນຸດ ​ໂດຍ​ກັກ​ຂັງ​ຄົນ​ແບບ​ບໍ່​ມີ​ການ​ຕິດ​ຕໍ່​ກັບຄົນອື່ນໄດ້ ຊຶ່ງເຮັດ​ໃຫ້​ມີ​ຄວາມ​ເປັນ​ຫ່ວງ
​ຢ່າງ​ໃຫຍ່​ຫລວງ​ຕໍ່​ການ​ບັງ​ຄັບ​ໃຫ້ຫາຍ​ສາບສູນ.”

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸ​ດທັງສອງ ຮຽກຮ້ອງ​ໃຫ້​ແກມເບຍ ​ເປີດ​ເຜີຍ​ເຖິງ​ສະຖານ​ທີ່​ຂອງ​
ພວກ​ທີ່​ຖືກ​ຈັບ ​ແລະໃຫ້ຕັ້ງຂໍ້ຫາກ່ຽວກັບຄວາມຜິດຂອງ​ເຂົາ​ເຈົ້າ ຫລື​ບໍ່ກໍ ປ່ອຍ​ເຂົາ​ເຈົ້າ
ໃຫ້ເປັນອິດສະຫຼະ.

ພວກ​ທີ່​ຖືກ​ຈັບທັງ​ໝົດແມ່ນ​ພົວພັນ​ກັບການ​ໂຈມ​ຕີ​ທຳນຽບລັດຖະບານ​ແກມ​ເບຍ ທີ່ບໍ່
ປະສົບຜົນສຳເລັດ ຢູ່​ໃນ​ນະຄອນຫລວງ Banjul ​ໃນ​ວັນ​ທີ 30 ເດືອນ​ທັນວາ ປີ 2014.