ກຸ່ມປົກປ້ອງສິດທິມະນຸດ ຕໍ່ວ່າເຄັນຢາ ທີ່ຮາວີລົບກວນ ອົງການບໍ່ຂຶ້ນກັບລັດຖະບານ.

ປະທານາທິບໍດີເຄັນຢາ ທ່ານ Uhuru Kenyatta

ກຸ່ມປົກປ້ອງສິດທິມະນຸດຫຼາຍກຸ່ມ ຮວມທັງ ກຸ່ມ Human Rights
Watch ອົງການນິລະໂທດກຳສາກົນ ແລະ ອົງການສະພາ
ສັງຄົມພົນລະເຮືອນແຫ່ງຊາດເຄັນຢາ ໄດ້ຕຳນິຕິຕຽນລັດຖະ
ບານເຄັນຢາ ກ່ຽວກັບການຮາວີລົບກວນ ແລະການຂົ່ມຂູ່
ຕໍ່ສອງອົງການທີ່ບໍ່ຂຶ້ນກັບລັດຖະບານ.

ໃນຖະແຫລງການທີ່ໄດ້ນຳອອກເຜີຍແຜ່ ໃນວັນພະຫັດມື້ນີ້
ບັນດາກຸ່ມປົກປ້ອງສິດທິມະນຸດ ໄດ້ຕຳນິຕິຕຽນ Nairo-
bi ທີ່ສັ່ງບໍ່ໃຫ້ໃຊ້ເງິນໃນບັນຊີຂອງອົງການ Haki Africa
ແລະກຸ່ມມຸສລິມເພື່ອສິດທິມະນຸດ ທີ່ຮູ້ກັນໃນນາມວ່າ
MUHURI. ລາຍງານຍັງໄດ້ກ່າວວ່າ ເຄັນຢາ ໄດ້ຈັດໃຫ້
ສອງກຸ່ມດັ່ງກ່າວນີ້ ເຂົ້າຢູ່ໃນບັນຊີລາຍຊື່ ອົງການທີ່ທີ່ຖືກກ່າວຫາວ່າ ໃຫ້ການຊ່ອຍເຫຼືອ
ກຸ່ມກໍ່ການຮ້າຍ.

ລາຍງານຍັງໄດ້ລະບຸວ່າ ເຈົ້າໜ້າທີ່ຄຸ້ມຄອງແຫ່ງຊາດເຄັນຢາ ເພື່ອກວດສອບອົງການ
ທີ່ບໍ່ຂຶ້ນກັບລັດຖະບານ ໄດ້ຍົກເລີກການລົງທະບຽນໃຫ້ແກ່ສອງອົງການນີ້ ໃນວັນທີ 28
ພຶດ ສະພາ ຜ່ານມານີ້ ໂດຍອ້າງວ່າພວກເຂົາເຈົ້າໄດ້ລາຍງານລາຍຮັບຂອງພວກເຂົາເຈົ້າ
ໜ້ອຍເກີນຈຳນວນຕົວເລກທີ່ແທ້ຈິງ.

ແຕ່ວ່າອົງການເພື່ອສິດທິມະນຸດ ປະຕິເສດຕໍ່ເລື້ອງດັ່ງກ່າວ ໂດຍກ່າວວ່າ Haki Africa ແລະ MUHURI ແມ່ນໄດ້ເປີດເຜີຍການປະຕິບັດງານໃນນາມກຸ່ມອື່ນ ແລະໄດ້ເຮັດຕາມລະບຽບ
ການ ແລະໄດ້ຈ່າຍພາສີແລະຍັງໄດ້ພິມເຜີຍລົງທາງອິນເຕີແນັດ ນຳດ້ວຍ.

ລາຍງານຍັງໄດ້ລະບຸວ່າ ທັງສອງອົງການເພື່ອມິດທິມະນຸດ ທີ່ມີຫ້ອງການຢູ່ Mombasa ໄດ້ເກັບກຳການລະເມີດສິດທິມະນຸດ ຢ່າງຕໍ່ເນືອງ ໃນຂົງເຂດຝັ່ງທະເລເຄັນຢາ ແລະໄດ້
ນຳສະເໜີກ່ຽວກັບການກ່າວຫາອົງການຮັກສາຄວາມປອດໄພ ທີ່ພົວພັນໃນການສັງຫານທີ່
ຮວບຮັດຕັດຕອນນັກສອນສາສະໜາອິສລາມ ແລະພວກທີ່ສົງໄສວ່າເປັນພວກກໍ່ການຮ້າຍ.