ສິດ​ເສລີພາບ ແລະ ປະຊາທິປະ​ໄຕ ໄດ້ຫລຸດຖອຍ​ລົງ ຢູ່ໃນທົ່ວໂລກ

Your browser doesn’t support HTML5

Gold medal winner Brianna Rollins, silver medal winner, Nia Ali, and bronze medal winner Kristi Castlin,all from the United States, celebrate with their country's flag.

ລາຍ​ງານປະຈຳ​ປີ​ຂອງ​ອົງ​ການ Freedom House ທີ່ນຳ
ອອກເຜີຍ​ແຜ່​ໃນ​ວັນ​ພຸດອາທິດ​ແລ້ວ​ນີ້ ແຈ້ງໃຫ້ຊາບວ່າ
ສະພາບຂອງສິດ​ເສລີພາບ ປະຊາທິປະ​ໄຕ ​ຢູ່ໃນ​ທົ່ວ​ໂລກ
ແມ່ນໄດ້ຫລຸດຖອຍ​ເປັນ​ປີ​ທີ​ເກົ້າ​ ລຽນຕິດ ​ໃນ​ປີ 2014. ນັກ
​ຂ່າວວີ​ໂອເອ William Gallo ມີ​ລາຍ​ງານ​ເພີ້​ມ​ເຕີມ ຊຶ່ງ
ກິ່ງ​ສະຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານ ປະຈຳປີຂອງ ອົງການ Freedom House

ບໍ່​ມີ​ບ່ອນໃດ ​ທີ່ການຫລຸດນ້ອຍຖອຍລົງຂອງສິດ​ເສລີພາບ
ປະຊາທິປະໄຕ ເປັນທີ່ຈະແຈ້ງໄປກວ່າບ່ອນທີ່ກຸ່ມລັດ​ອິສ
ລາມມີອຳນາດເພີ້ມຂຶ້ນ ທີ່ໄດ້ທຳ​ການ​ສັງຫານ​ໝູ່​ ແລະ​ຕັດ​
ຫົວຜູ້ຄົນ ຂະນະ​ທີ່​ພວກ​ນັກ​ລົບ​ຂອງກຸ່ມດັ່ງກ່າວ ພາກັນ
​ເຂົ້າຄວບຄຸມ​ຫຼາຍໆເຂດຢູ່ໃນອີຣັກ ແລະ​ຊີ​ເຣຍ.

ອົງການ Freedom House ກ່າວ​ວ່າ ການ​ນຳພາ​ທີ່​ໄຮ້ປະສິດທິພາບ ​ແລະການ​ກົດຂີ່ຢູ່
ໃນ​ບັນດາປະ​ເທດ​ຕ່າງໆ​ເຫລົ່າ​ນັ້ນ ​ໄດ້ຊ່ວຍ “​ເປີດປະຕູ” ​ໃຫ້ແກ່​ກຸ່​ມມຸສລິ​ມຫົວຮຸນແຮງ
Sunni ດັ່ງກ່າວ.

ທ່ານ Arch Puddington ນັກ​ຂຽນລາຍງານ ຂອງອົງການ​ Free-dom House ​ກ່າວ
ວ່າ ອະດີດ​ນາຍົກ​ລັດຖະມົນຕີອີຣັກທ່ານ Nouri al-Maliki ​ແມ່ນ​ຜູ້​ນຶ່ງ​ທີ່​ມີການຖີ້ມໂທດ
ໃສ່ ​ເພາະວ່າ ທ່ານ​ປົກຄອງ ໂດຍເອົາສາສະໜາຂອງທ່ານເຂົ້າມາພົວພັນນຳ.

ທ່ານ Puddington ເວົ້າວ່າ “ຢູ່​ໃນ​ອີຣັກ ລັດຖະບານ​ຂອງ​ທ່ານ Maliki ​ໄດ້​ປົກຄອງ ​ຄືດັ່ງກັບ​ວ່າ​ເປັນ​ພຽງ​ແຕ່ລັດຖະບານ Shi’ite ໂດຍບໍ່ເອົາ​ຫົວຊາ ຕໍ່ຄວາມຮຽກຮ້ອງ
ຕ້ອງການຂອງປະຊາຊົນຊາວ Sunni ​ເລີຍ. ​ລັດຖະບານດັ່ງກ່າວໄດ້ກົດຂີ່ ບັນດາ​
ຜູ້ນຳ​ການ​ເມືອງ​ຊາວ Sunni. ​ມັນ​ໄດ້​ສ້າງຄວາມບາດໝາງໃຫ້ແກ່​ຊາວ Sunni
ຢູ່​ໃນ​ປະ​ເທດ.”

​ຢູ່ໃນ​ຊີ​ເຣຍ ປະທານາທິບໍດີ Bashar al-Assad ​ຍັງສືບຕໍ່ ມີຄວາມ ເຫັນ​ວ່າການຮຽກ
ຮ້ອງເພື່ອໃຫ້ມີການ​ປ່ຽນແປງໄປສູ່ປະຊາທິປະ​ໄຕ​ນັ້ນ​ເປັນ​ການ​ກະທຳ​ກໍ່​ການ​ຮ້າຍ ໂດຍ
ສະໜອງໂອກາດເພີ້ມ​ເຕີມ ໃຫ້ແກ່ກຸ່ມ​ຫົວ​ຮຸນ​ແຮງ​ຈັດອິສລາມ ເຂົ້າ​ຄວບ​ຄຸມ​.

Freedom House report 2015

ຢູ່​ປະ​ເທດ​ຈີນ ອົງການ Freedom House ກ່າວວ່າ ຜູ້ນຳ​ຈີນ
ທ່ານ Xi Jinping ​ຍັງ​ໄດ້ສວຍໃຊ້ໄພ​ຂົ່ມຂູ່ຂອງພວກ​ກໍ່​ການ
​ຮ້າຍ ​ເພື່ອ​ທັບ​ມ້າງຝ່າຍ​ຄ້ານ​ທາງການເມືອງ. ທ່ານ James
Mann ທີ່​ສະຖາບັນ ການສຶກສານາໆຊາດຂັ້ນສູງຂອງມະຫາ
ວິທະຍາໄລ John Hopkins ກ່າວວ່າ:

ທ່ານ Mann ກ່າວວ່າ ​“​ກຳລັງຮັກສາຄວາມປອດໄພ ໄດ້
ເພີ້ມຄວາມເຄັ່ງຄັດຂຶ້ນ​ເລື້​ອຍໆ ​ແລະ​ເຂົາ​ເຈົ້າ​ມີຄວາມ​ເປັນ​ຫ່ວງ​ຫລາຍ​ຂຶ້ນ ກ່ຽວ​ກັບ​ການ​ຕິດຕາມເບິ່ງທຸກໆຢ່າງ ກ່ຽວກັບພວກ​ຝ່າຍ​ຄ້ານ ພວກບໍ່​ເຫັນພ້ອມ ​ພວກທີ່ມີ
ທັດສະນະຄວາມເຫັນ​ແຕກ​ຕ່າງ.”

ລາຍ​ງານ​ສະບັບນີ້ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດວ່າ ການ​ສືບຕໍ່ໃນລະດັບທີ່​ບໍ່ເຄີຍ​ມີ​ມາກ່ອນຂອງ
Kim Jong Un ​ໃນ​ເກົາຫລີ​ເໜືອແມ່ນນຶ່ງ​ໃນຈຳນວນ 12 ປະ​ເທດ ທີ່ໄດ້​ຮັບ​ຄະ​ແນນ​ຂີ້
ຮ້າຍ​ສຸດ ເທົ່າທີ່ເປັນໄປໄດ້ ຢູ່ໃນລາຍ ງານຂອງກຸ່ມດັ່ງກ່າວ.

ຄວາມ​ບໍ່​ສະຫງົບ​ຫວ່າງ​ມໍ່ໆ​ມາ​ນີ້ ຢູ່​ໃນສະຫະລັດ ກ່ຽວ​ກັບ​ຕຳຫລວດ​ຍິງ ພວກ​ຜູ້​ຊາຍ​ຜີວ
​ດຳ​ທີ່​ບໍ່​ມີ​ອາ​ວຸດຕາຍ ​ກໍໄດ້ມີການກ່າວເຖິງ ຢູ່ໃນລາຍ ງານຂອງອົງການ Freedom
House ວ່າ ເປັນການ​ຖອຍຫລັງ ແຕ່ ລາຍງານກໍ​ໄດ້​ໃຫ້​ຄະ​ແນນ​ສະຫະລັດ ຢູ່ໃນຖັນແຖວ​
ບັນດາ​ປະ​ເທດ ທີ່ມີ ສິດເສລີພາບຫລາຍທີ່​ສຸດ​ໃນ​ໂລກ.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານນາງ Elen Aghekyan ຈາກອົງການ Freedom House ກ່າວ
ວ່າ ລາຍ​ງານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບບັນດາ​ປະ​ເທດພັນທະ​ມິດ​ທີ່ຜະເດັດ
ການຂອງສະຫະລັດ.

ທ່ານນາງ Aghekyan ກ່າວວ່າ “ພວກ​ເຮົາ​ບໍ່​ສາມາດ​ເບິ່ງ​ຂ້າມ ການ​ພົວພັນລະ
ຫວ່າງການ​ປົກຄອງ​ທີ່​ບໍ່​ດີ ​ແລະ​ຄວາມ​ປອດ​ໄພ. ພວກ​ເຮົາ​ເຄີຍມີໃນອະດີດທີ່ມີ​
ຜ່ານ​
ມາ ​ແລະ​ພວກ​ເຮົາຍັງຈະສືບຕໍ່ປ່ອຍ​ໃຫ້ພວກ ປົກຄອງ​ຜະເດັດການຈຳນວນ​
ນຶ່ງ ທີ່ພວກເຮົາມີສາຍພົວພັນ​ນຳ ບໍ່ວ່າ ຈະເປັນຍ້ອນ ເລື້ອງຄວາມ​ປອດ​ໄພ ຫລື
ພະ
ລັງງານກໍຕາມ​ບິນຕໍ່​ໄປ​ພາຍໃຕ້​ເຣດາ.”

ຈຸດເດັ່ນຈຸດນຶ່ງຂອງລາຍງານກໍ​ແມ່ນ Tunisia ຊຶ່ງ​ໃນ​ປີ​ນີ້​ໄດ້​ຈັດ​ໃຫ້ມີ ການເລືອກ​ຕັ້ງ
ແບບ​ປະຊາທິປະໄຕຂຶ້ນ ພາຍ​ໃຕ້​ລັດຖະທຳມາ​ນູນສະບັບ ​ໃໝ່. ​ໃນ​ການ​ຊັ່ງຊາຂອງ
ອົງການ Freedomn House ນັ້ນ ປະເທດ Tunisia ໃນປັດຈຸບັນ​ນີ້​ ເປັນ​ປະ​ເທດອາ
ຫຣັບພຽງປະເທດດຽວ ​ທີ່​ມີປະຊາທິປະ​ໄຕ​ຢ່າງ​ເຕັນ​ທີ່.