ກຸ່ມປົກປ້ອງ ສິດທິມະນຸດ ຕິຕຽນ ລັດຖະບານ ທະຫານໄທ (ສະໄລດ໌/ວີດີໂອ)

ພວກປະທ້ວງ ຕໍ່ຕ້ານລັດຖະປະຫານ ພວມຕໍ່ສູ້ກັນ ກັບທະຫານ ທີ່ບາງກອກ (25 ພຶດສະພາ 2014)

ກຸ່ມປົກປ້ອງສິດທິມະນຸດຂັ້ນແນວໜ້າກຸ່ມນຶ່ງ ກ່າວວ່າ ການແຕ່ງ
ຕັ້ງນາຍພົນປຣະຍຸດ ຈັນໂອຊາ ເຂົ້າຮັບຕຳແໜ່ງເປັນນາຍົກລັດ
ຖະມົນຕີຂອງໄທນັ້ນ ບໍ່ໄດ້ສ້າງຄວາມກ້າວໜ້າ ໃຫ້ແກ່ການເຄົາ
ລົບນັບຖືສິດທິມະນຸດຫຼືການກັບຄືນໄປສູ່ການປົກຄອງແບບປະ
ຊາທິປະໄຕ ແຕ່ຢ່າງໃດເລີຍ ໂດຍກ່າວວ່າ ການກົດຂີ່ ຢ່າງແຜ່
ກວ້າງຍັງດຳເນີນຢູ່ຕໍ່ມາ 3 ເດືອນຫຼັງຈາກພວກທະຫານເຂົ້າຢຶດ
ອຳນາດແລ້ວ.

ການ​ເລືອກ​ເອົາ​ຜູ້​ບັນ​ຊາ​ການ​ທະຫານບົກ​ອາຍຸ 60 ປີ ຢ່າງ​ເປັນ
ເອກກະສັນໃນ​ວັນ​ພະຫັດ​ວານ​ນີ້ ​ແມ່ນເປັນ​ຜົນ ​ທີ່​ຮູ້ຈັກ​ກັນ​ລ່ວງ
ໜ້າແລ້ວ ​ເນື່ອງ​ຈາກ​ວ່າ​ທ່ານເອງເປັນຜູ້​ສະໝັກເອົາຕຳແໜ່ງດັ່ງ
ກ່າວ​ແຕ່​ພຽງ​ຄົນ​ດຽວເທົ່ານັ້ນ. ທ່ານປຣະຍຸດເປັນ​ຜູ້​ນຳພາຄະນະປົກຄອງທະຫານນັບຕັ້ງ​ແຕ່ໄດ້ບັງຄັບໃຫ້ລັດຖະບານຂອງນາຍົກລັດຖະມົນຕີຍິ່ງ​ລັກ ຊິນນະ​ວັດອອກຈາກອຳນາດ.

ນາຍົກ ຄົນໃໝ່ ຂອງໄທ

ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນສຸກມື້ນີ້ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ລັດຖະບານທະຫານ ຍັງສືບຕໍ່ ທຳການປາບປາມ ພວກທີ່ຊົມໃຊ້ສິດທິແລະອິດສະຫລະພາບຂັ້ນພື້ນຖານຂອງພວກເຂົາເຈົ້າແລະກໍບໍ່ໄດ້
ສ້າງຄວາມກ້າວໜ້າທີ່ສຳຄັນໃດໆ ໃນການຟື້ນຟູການປົກຄອງແບບປະຊາທິປະໄຕ.

ຖະແຫຼງການ ກ່າວຕໍ່ໄປວ່າ ພວກທະຫານ ຍັງສືບຕໍ່ກວດກາສື່ມວນຊົນ ໃນຂອບເຂດທີ່ ກວ້າງຂວາງ ຫ້າມການໂຮມຊຸມນຸມຂອງປະຊາຊົນ ແລະກິດຈະກຳທາງດ້ານການເມືອງ ຕ່າງໆ ທຳການຈັບກຸມຄຸມຂັງໂດຍພະລະການຫຼາຍໆຮ້ອຍຄົນແລະບໍ່ເອົາຫົວຊາຕໍ່ການ ກ່າວຫາ ກ່ຽວກັບການທໍລະມານແລະປະຕິບັດແບບບໍ່ຖືກຕ້ອງນັ້ນ.

ນາຍພົນປຣະຍຸດຈະລົງຈາກຕຳແໜ່ງຜູ້ບັນຊາການທະຫານບົກໃນເດືອນໜ້ານີ້. ທ່ານມີ ແຜນການທີ່ຈະປົກຄອງປະເທດຕໍ່ໄປຈົນກວ່າຈະມີການເລືອກຕັ້ງໃໝ່ໃນທ້າຍປີ 2015.

ປະເທດໄທ ​ໄດ້​ປະ​ສົບ​ກັບ​ບັນຫາຄວາມ​ບໍ່​ສະຫງົບ​ທາງ​ການ​ເມືອງ ມາຕັ້ງ​ແຕ່​ປີ 2006 ເວ
ລາ​ອະດີດນາຍົກລັດຖະມົນຕີທັກສິນ ຊິນ​ນະ​ວັດ ຊຶ່ງ​ເປັນ​ອ້າຍ​ຂອງ ທ່ານ​ນາງຍິ່ງ​ລັກ ຊິນ
ນະ​ວັດ​ໄດ້​ຖືກ​ໂຄ່ນ​ລົ້ມດ້ວຍ​ການກໍ່​ລັດຖະປະຫານຂອງພວກທະຫານໃນ​ປີ 2006. ທ່ານ
ທັກສິນ ​ແລະນ້ອງ​ສາວ​ຂອງ​ທ່ານໄດ້ຮັບການຕໍ່ຕ້ານ​ຢ່າງ​ແຂງຂັນ ຈາກ​ບັນດາ​ພວກຜູ້ນຳ
ການ​ເມືອງນິຍົມແນວທາງດັ້ງເດີມຂອງໄທ.

Your browser doesn’t support HTML5

THAILAND VO