ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ພວກອົບພະຍົບເຜົ່າ
ກາຈິ່ນຫຼາຍພັນຄົນ ທີ່ພາກັນຫລົບໜີການສູ້ລົບໃນມຽນມາ ເວລານີ້ກໍາລັງປະເຊີນໜ້າ
ກັບສະຖານະການດ້ານສິດທິມະນຸດຢ່າງຮ້າຍແຮງຢູ່ໃນພາກຕາເວັນ ຕົກສຽງໃຕ້ຂອງ
ຈີນ ແລະສ່ຽງຕໍ່ການຖືກບັງຄັບສົ່ງກັບຄືນໄປຍັງບ້ານເກີດເມືອງນອນ ທີ່ປະສົບໄພສົງ
ຄາມຂອງພວກເຂົາເຈົ້າ.
ກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ເວົ້າວ່າ ມີປະຊາຊົນຫຼາຍເຖິງ 10,000 ຄົນໄດ້ພາກັນ
ຫຼົບໜີໄປຍັງແຂວງຢຸນນານຂອງຈີນ ຈາກລັດກາຈິ່ນ ຂອງມຽນມາ ບ່ອນທີ່ການສູ້ລົບ
ກັນໄດ້ລະເບີດຂຶ້ນໃນປີກາຍນີ້ ລະຫວ່າງທະຫານລັດຖະບານ ແລະ ພວກກະບົດເຜົ່າ
ກະຈິ່ນ.
ທ່ານ Phil Robertson ຮອງຜູ້ອຳນວຍການຝ່າຍເອເຊຍຂອງກຸ່ມປົກປ້ອງສິດທິມະ
ນຸດ Human Rights Watch ກ່າວໃນການໃຫ້ສໍາພາດ ແກ່ວີໂອເອວ່າ ພວກອົບພະ
ຍົບ ແມ່ນຕ້ອງການຄວາມຊ່ວຍເຫລືອດ້ານມະນຸດສະທໍາຫລາຍທີ່ສຸດ.
ກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ຍັງກ່າວອີກວ່າ ບັນດາເຈົ້າໜ້າທີ່ຈີນ ໂດຍທົ່ວໄປ ແລ້ວ
ແມ່ນໄດ້ໂຍະຍານຜ່ອນຜັນໃຫ້ແກ່ພວກອົບພະຍົບຫລາຍພັນຄົນ ແຕ່ກໍເວົ້າ ວ່າ ເຈົ້າໜ້າ
ທີ່ໄດ້ສົ່ງປະມານ 300 ຄົນແລ້ວກັບຄືນຍັງລັດກາຈິ່ນນັບຕັ້ງແຕ່ບັນ ຫາຂັດແຍ້ງໄດ້ລະ
ເບີດຂຶ້ນໃນປີກາຍນີ້. ນອກນັ້ນ ກຸ່ມປົກປ້ອງສິດທິມະນຸດນີ້ຍັງໄດ້ບັນທຶກຫລາຍກໍລະນີ
ທີ່ເຈົ້າໜ້າທີ່ຈີນ ໄດ້ສົ່ງພວກທີ່ອາດເປັນອົບພະຍົບ ກັບຄືນໄປຢູ່ທີ່ຊາຍແດນ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຕ້ອງການຢາກໃຫ້ຈີນ ໃຫ້ການ
ປົກປ້ອງຄຸ້ມຄອງຊົ່ວຄາວ ແກ່ພວກອົບພະຍົບ ແລະອະນຸຍາດໃຫ້ອົງການຊ່ວຍເຫລືອ
ມະນຸດສະທໍາຕ່າງໆ ເຂົ້າໄປຊ່ວຍພວກອົບພະຍົບໄດ້.
ເທົ່າທີ່ຜ່ານມາ ຈີນບໍ່ໄດ້ໃຫ້ການຊ່ວຍເຫຼືອໃດໆແກ່ພວກອົບພະຍົບ ແລະໄດ້ປະຕິເສດ
ຕໍ່ການພະຍາຍາມຂອງອົງການມະນຸດສະທໍາສະຫະປະຊາຊາດທີ່ ຈະເຂົ້າໄປຊ່ວຍພວກ
ອົບພະຍົບເຫຼົ່ານີ້.