ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານນາງ
Susan Rice ພວມຢູ່ໃນປາກິສຖານ ເພື່ອພົບປະກັບ ນາຍົກ
ລັດຖະມົນຕີຂອງປາກິສຖານ ແລະ ບັນດາເຈົ້າໜ້າທີ່ ລະດັບສູງ
ຄົນອື່ນໆ ໃນການປຶກສາຫາລື ຫຼາຍເລື້ອງ “ໂດຍສະເພາະ
ເລື້ອງ ການກໍ່ການຮ້າຍ ແລະ ການໂຈມຕີຕ່າງໆ ຂອງພວກ
ຫົວຮຸນແຮງ ທີ່ອອກມາຈາກດິນແດນຂອງປາກິສຖານ”
ອີງຕາມກະຊວງການຕ່າງປະເທດສະຫະລັດນັ້ນ.
ຫຼັງຈາກທ່ານນາງ Rice ໄດ້ພົບປະກັບ ນາຍົກລັດຖະມົນຕີ
ປາກິສຖານ ທ່ານ Nawaz Sharif ໃນວັນອາທິດມື້ນີ້ ໃນ
ນະຄອນ ຫຼວງອິສລາມາບັດແລ້ວ ຫ້ອງການສຳນັກງານນາຍົກລັດຖະມົນຕີ ກໍໄດ້ກ່າວ
ພຽງຫນ້ອຍດຽວ ກ່ຽວກັບເນື້ອໃນຂອງການເຈລະຈາກັນ ແລະໃຫ້ຂໍ້ສັງເກດວ່າ ພວກເພິ່ນ
ໄດ້ເພັ່ງເລັງໃສ່ເລື້ອງຜົນປະໂຫຍດຂອງສອງຝ່າຍ ແລະ ອະນາຄົດ ຂອງການພົວພັນ
ລະຫວ່າງປາກິສຖານ ແລະ ສະຫະລັດ.
ນອກນັ້ນ ທ່ານນາງ Rice ຍັງໄດ້ເຈລະຈາລະດັບຄະນະຜູ້ແທນ ກັບທີ່ປຶກສາຂອງທ່ານ
Sharif ທ່ານ Saraj Aziz ເລື້ອງຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍບາຍຕ່າງປະເທດ
ແລະ ມີແຜນທີ່ຈະພົບປະກັບ ຜູ້ບັນຊາການທະຫານ ຂອງປາກິສຖານ ທ່ານ Raheel
Sharif ນຳດ້ວຍ.
ກ່ອນໜ້າ ການເຈລະຈາ ໃນວັນອາທິດມື້ນີ້ ກະຊວງການຕ່າງປະເທດ ແລະ ທ່ານນາງ
Rice ມີທ່າທາງວ່າ ຈະສົນທະນາບົດບາດຂອງປາກິສຖານ ໃນເລື້ອງຄວາມພະຍາຍາມ
ເພື່ອເຈລະຈາສັນຕິພາບ ກັບພວກທາລີບານ ຂອງອັຟການິສຖານ ແລະ ຄວາມເຄັ່ງຕຶງ
ທີ່ເພີ້ມຂຶ້ນ ລະຫວ່າງ ອິສລາມາບັດ ແລະ ນິວເດລີ ນໍາ.
Your browser doesn’t support HTML5