ບັນຫາສິດທິມະນຸດ ໃນຈີນ ຈະເປັນຫົວຂໍ້ ປຶກສາຫາລື ໃນການຢ້ຽມຢາມ ສຫລ ຂອງທ່ານ ສີ

Your browser doesn’t support HTML5

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ປະຫວັດ​ດ້ານສິ​ດທິມະ​ນຸດຂອງ ຈີນ ຈະ​ເປັນ​ບັນຫາ​ໜຶ່ງ​ທີ່​ສຳຄັນ​ ສຳລັບ​ການ​ເຈລະຈາ ​ໃນກອງ​ປະຊຸມ​ລະຫວ່າງ​ສະຫະລັດແລະປະທານ​ ປະ​ເທດ​ຂອງ ຈີນ ​ໃນອາທິດ​ນີ້ ທີ່​ນະຄອນຫຼວງ ວໍ​ຊິງ​ຕັນ. ​ກ່ອນການ​ເດີນທາງ​ຢ້ຽມ​ຢາມ​ນະຄອນ ຫຼວງ ວໍ​ຊິງ​ຕັນ ຂອງປະທານ​ປະ​ເທດ ທ່ານ ສີ ຈິ່ນຜິນ, ທີ່ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຂອງ ສະຫະລັດ ທ່ານນາງ ຊູຊານ ໄຣສ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປ່ອຍ​ໂຕ ​ຜູ້​ຄັດຄ້ານ​ທາງ​ດ້ານ​ ການ​ເມືອງ​ທີ່​ໄດ້​ຖືກ​ຈັບ​ເຂົ້າ​ຄຸກ​ໃນ ຈີນ, ​ໃນ​ຂະນະ​ທີ່​ບັນດາ​ນັກ​ເຄື່ອນ​ໄຫວ​ຄົນ​ອື່ນໆ​ ໄດ້ ​ຮຽກຮ້ອງ​ໃຫ້​ເອົາ​ມາດ​ຕະການ​ທີ່​ເຂັ້ມງວດ​ກວ່າ​ເກົ່າ​ຂອງ ສະຫະລັດ ຕໍ່​ປັກ​ກິ່ງ. ຜູ້​ສື່​ຂ່າວ Zlatica Hoke ມີ​ລາຍ​ງານເຊິ່ງ ພຸດທະ​ສອນ ຈະ​ນຳເອົາລາຍ​ລະອຽດ​ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານ ບັນຫາສິດທິ ມະນຸດໃນ ຈີນ ຈະເປັນ ຫົວຂໍ້ ປຶກສາຫາລື ສຳລັບ ການຢ້ຽມຢາມ ສຫລ ຂອງທ່ານ ສີ​.

ທ່າ​ນນາງ ຊູຊານ ໂຣສ ​ໄດ້​ທຳ​ການ​ຢ້ຽມຢາມ ຈີນ ຢ່າງ​ເປັນ​ທາງ​ການ 3 ຄັ້ງ​ມາ​ແລ້ວ. ທ່ານນາງ ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ຟັງໃນ​ນະຄອນຫຼວງ ວໍ​ຊິງ​ຕັນ​ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້​ວ່າ ທ່ານ​ໄດ້​ຍົກເອົາ​ບັນຫາ​ສິດທິ​ມະນຸດ​ ຂຶ້ນມາໂອ້ລົມກັນ ໃນ​ທຸກໆຄັ້ງທີ່ທ່ານນາງໄປ​ຢ້ຽມຢາມ​ປະ​ເທດດັ່ງກ່າວ​ນັ້ນ.

ທ່ານນາງ Susan Rice ກ່າວ​ວ່າ “ການ​ກັກ​ຂັງ​ບັນດາ​ນັກ​ກົດໝາຍ ​ແລະ ນັກ​ຂ່າວ ​ແລະ ນັກ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ແມ່ນພຽງ​ແຕ່​ຈະ​ຫຼຸດ​ຄວາມ​ສາມາດ​ຂອງ ຈີນ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຈັດການ​ກັບ​ສິ່ງ​ທີ່​ທ້າ​ທາຍ​ຂອງ​ພວກ​ເຂົາ​ເຈົ້າ, ​ແລະຂັດ​ຂວາງ​ຄວາມ​ສາມາດໃນ​ການ​ທີ່​ຈະ​ບັນລຸ​ການ​ມີ​ສັງຄົມ​ທີ່​ຈະ​ເລີ​ນຮຸ່ງ​ເຮືອ​ງ​ ​ແລະ ໝັ້ນຄົງຂອງ​ພວກ​ເຂົາ​ເຈົ້າ. ການ​ກີດ​ກັ້ນ​ການ​ເຂົ້າ​ເຖິງ ອິນ​ເຕີ​ເນັດ ​ໃນ​ເວລາ​ທີ່​ທົ່ວ​ໂລກ​ກຳລັງ​ກ້າວ​ໄ​ປ​ສູ່ການເປີດ​ກວ້າງ​ອັນ​ໃຫຍ່​ຫຼວງ ​ແລະ ການ​ເຊື່​ອມຕໍ່ ​ແມ່​ນພຽງແຕ່ຈະ​ເປັນ​ການ​ຕັດ​ໂອກາ​ດສຳລັບ​ຄົນ ຈີນ ທີ່​ຈະ​ມີ​ຄວາມ​ກ້າວໜ້າ​ອອກ​ໄປ.”

ບັນດາກຸ່ມປົກປ້ອງ​ສິດ​ທິມະນຸ​ຂອງ ສະຫະລັດ ​ແລະ ບັນ​ດາ​ນັກ​ການ​ເມືອງ​ກ່າວ​ວ່າ ການ​ລະ​ເມີ​ດສິດທິ​ມະ​ນຸດ​ທີ່​ສະໜັບສະໜູ​ນໂດຍ​ລັດຖະບານ​ຂອງ ຈີນ ​ແມ່ນ​ໄດ້​ຊຸດ​ໂຊມ​ລົງ​ກວ່າ​ເກົ່າ ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ປະທານ​ປະ​ເທດ ສີ.

ທ່ານ ຄຣິສໂຕເຟ ສມິທ໌ ຈາກ​ພັກ ຣີພັບ​ບລີ​ກັນ ກ່າວ​ວ່າ “ຈີ​ນ ​ແມ່ນ​ກຳ​ລັງ​ຢູ່​ໃນ​ການ​ແຂ່ງຂັນ​ຫາ​ຈຸດ​ທີ່​ຕ້ອຍຕ່ຳ​ທີ່​ສຸດ​ກັບ ​ເກົາຫຼີ​ເໜືອ ສຳລັບ​ຫົວ​ຂໍ້​ຂອງ ​ຜູ້​ລະ​ເມີດ​ສິດທິ​ມະນຸດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ.”

ບັນ​ດາ​ຜູ້ໃຫ້ການ​ສະໜັບ​ສະ​ໜູນ​ ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຢືນຢັນ​ໃນ​ການ​ຮັບ​ຟັງຄຳໃຫ້ການ​ຂອງ​ລັດຖະສະພາ ສະຫະລັດ ກ່ຽວ​ກັບ​ການ​ຕຳ​ໜິ ປະ​ເທດ​ຕາ​ເວັນ​ຕົກ ສຳລັບ​ການ​ປະ​ເຊີນ​ໜ້າ​ກັບ ຈີນ.

ທ່ານນາງ ຢາງ ຈ້ຽນຫຼີ ຜູ້​ສະໜັບສະໜູນ​ຕໍ່ຕ້ານ ຈີນ ຈາກ​ອົງ​ການ Initiatives for China ​ໄດ້ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ​ ສ່ວນ​ໃຫຍ່ ສະພາບການນັບຖືສິດທິ​ມະນຸ​ດຂອງ​ ຈີ​ນ ​ແມ່ນ​ຮ້າຍ​ແຮງ​ຫຼາຍ, ຂ້າພະ​ເຈົ້າ​ຄິດວ່າ​ສ່ວນ​ໃຫຍ່​ເປັນ​ຍ້ອນ​ ນະໂຍບາຍ​ການ​ສ້າງ​ຄວາມ​ສະຫງົບ​ຈາກ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ ສະຫະ​ລັດ.”

ຫຼາຍ​ຄົນ​ໄດ້​ຮຽກ​ຮ້ອງ​ໃຫ້ກົດໝາຍ ສະຫະລັດ ເຊື່ອ​ມໂຍງ​ກັບ​ປະຫວັດ​ດ້ານສິດທິ​ມະນຸດ​ຂອງ ຈີນ ພ້ອມ​ກັບ​ຄວາມ​ສາມາດ​ຂອງ​ພວກ​ເຂົາ​ໃນ​ການ​ເຮັດ​ທຸລະ​ກິດ​ກັບ ສະຫະລັດ. ບັນດາ​ນັກ​ເຄື່ອນ​ໄຫວ​ຍັງ​ໄດ້​ຍົກ​ຄຳ​ຖາມ​ກ່ຽວ​ກັບ​ການ​ມີ​ສິດທິ​ຕາມ​ກົດໝາຍ​ຂອງ​ລັດຖະບານ​ ຈີນ ​ໃນ​ປະຈຸ​ບັນ, ​ເຊິ່ງພວກ​ເຂົາ​ເຈົ້າ​ກ່າວ​ວ່າ ​ໃນ​ບໍ່​ໄດ້​ເປັນ​ຕົວ​ແທນ​ໃຫ້​ກັບ​ຄວາມ​ປາຖະໜາ​ຂອງ​ປະຊາ​ຊົນ​ສ່ວນ​ໃຫຍ່​ອີກ​ຕໍ່​ໄປ​ແລ້ວ.

ທ່ານ ສາວ ຈ້ຽງ ຈາກ China Digital Times ກ່າວ​ວ່າ “ຜູ້​ປົກຄອງ​ປະ​ເທດ,​ ​ໂດຍ​ສະ​ເພາະ​ຜູ້ນຳ​ຜະ​ເດັດ​ການ, ຈະ​ໃຊ້​ຄຳ​ວ່າ​ລັດທິ​ຊາດ​ນິຍົມ​ເພື່ອ​ສະ​ແດງ​ຈຸ​ດສຸດ​ຂີດ​ເພື່ອ​ປົກ​ປ້ອງ​ຕົນ, ​ແລະ​ແມ່ນ​ກະທັ້ງສ້າງ​ວິ​ກິດ​ການ ​ແລະ ບັນຫາ​ຈາກ​ພາຍ​ນອກ, ​ແລະຄວາມ​ຂັດ​ແຍ້​ງ​ເພື່ອ​ທີ່​ຈະ​ລວບ​ລວມການ​ສະໜັບ​ໜູນ​ຈາກ​ພາຍ​ໃນ ​ແລະ ການ ປາບ​ປາມ.”

​ໃນ​ການ​ກ່າວ​ກ່ອນ​ການ​ຢ້ຽມຢາມ ສະຫະລັດ ຂອງ​ປະທານ​ປະ​ເທດ ສີ, ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ ຈີນ ​ໄດ້​ກ່າວ​ວ່າ:

“ຈີນ ຈະ​ສົ່ງ​ຂໍ້​ຄວາມ​ທີ່​ກະຈ່າງ​ແຈ້ງ​ໃຫ້​ກັບ​ລັດຖະບານ ​ແລະ ປະຊາຊົນຂອງ ສະຫະລັດ ​ແລະ ທົ່ວ​ໂລກ​ໃຫ້​ຮູ້​ວ່າ ​ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ທີ່​ໃຫຍ່​ໃນ​ພາກ​ຕາ​ເວັນ​ອອກ ພ້ອມ​ດ້ວຍ​ປະຫວັດສາດອັນ​ຍາວ​ຫຼາຍ​ກວ່າ 5,000 ​ປີ, ຈີນ ຈະ​ຍຶດໝັ້ນ​ກັບ​ແນວທາງ​ຂອງ​ຕົນ​ເອງໃນ​ການ​ສ້າງສາ​ປະ​ເທດ​ສັງຄົມ​ນິຍົມ ​ດ້ວຍຈຸ​ດພິ​ເສດ​ຂອງ​ຕົນ​ເອງ.”

ຈີນ ໄດ້​ປະຕິ​ເສດຕໍ່​ຄຳ​ວິຈານ​ກ່ຽວ​ກັບ​ປະຫວັດ​ດ້ານ​ສິດທິ​ມະນຸດ​ຂອງ​ພວກ​ເ​ຂົາ​ເຈົ້າຢ່າງ​ເປັນປົກກະຕິ​, ​ໂດຍ​ເອີ້ນ​ວ່າມັນ​ເປັນ​ການ​ແຊກ​ແຊງ ໃນ​ກິດຈະການພາຍ​ໃນ​ຂອງ​ພວກ​ເຂົາ​ເຈົ້າ.